ພະແນກຍຸຕິທຳນະຄອນຫຼວງວຽງຈັນ ເປີດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ຊຸດທີ V ປະຈໍາປີ 2018

ເພື່ອຍົກສູງບົດບາດການນໍາພາ ແລະ ການຈັດຕັ້ງປະຕິບັດວຽກງານໃຫ້ສອດຄ່ອງກັບແນວທາງນະໂຍບາຍຂອງພັກ, ກົດໝາຍ ​ແລະ ລະບຽບການຂອງລັດ, ເຮັດໃຫ້ພະນັກງານຫຼັກແຫຼ່ງ, ພະນັກງານ-ລັດຖະກອນ ເຂົ້າໃຈລັດຖະທຳມະນູນ ແລະ ກົດໝາຍ ພ້ອມທັງສ້າງສະຕິເຄົາລົບ ແລະ ປະຕິບັດກົດໝາຍໃຫ້ທົ່ວເຖິງສັງຄົມ.

ໃນຕອນເຊົ້າຂອງວັນທີ 31 ກໍລະກົດ 2018  ຢູ່ທີ່ຫ້ອງປະຊຸມພະແນກຍຸຕິທຳນະຄອນຫຼວງວຽງຈັນ ໄດ້ຈັດພິທີເປິດຊຸດຝຶກອົບຮົມກົດໝາຍໄລຍະ 45 ວັນ ຊຸດທີ V ປະຈຳປີ 2018 ຂຶ້ນ, ໂດຍການເປັນປະທານຂອງ ທ່ານ ສີຫູນ ສິດທິລືໄຊ  ຮອງເລຂາພັກນະຄອນຫຼວງວຽງຈັນ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ມີບັນດາຫົວໜ້າກົມ-ຮອງກົມ, ຫົວໜ້າພະແນກຍຸຕິທຳ ນະຄອນຫຼວງວຽງຈັນ, ຄະນະຮັບຜິດຊອບຊຸດຝຶກອົບຮົມ, ຄູ-ອາຈານ ຕະຫຼອດຮອດນັກສຳມະນາກອນ ​ແລະ ​ແຂກ​ຖືກ​ເຊີນເຂົ້າຮ່ວມຢ່າງພ້ອມພຽງ.

 ຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ມີນັກສຳມະນາກອນ​ເຂົ້າ​ຮ່ວມ​ຝຶກ​ອົບຮົມທັງໝົດ 63 ທ່ານ, ຍິງ 16 ທ່ານ, ການຝຶກອົບຮົມຄັ້ງນີ້ ​​ໄດ້​ປະຕິບັດຕາມຫຼັກສູດ​ການ​ຮຽນ-ການສອນກົດໝາຍໄລຍະສັ້ນ 45 ວັນ​ຄື ມີພາກທິດສະດີ ແລະ ພາກກົດໝາຍ ຊຶ່ງປະກອບມີ 28 ວິຊາ, 21 ໜ່ວຍກິດ, 315 ຊົ່ວໂມງ, ໃຊ້ເວລາຮຽນທັງໝົດ 45 ວັນ ຈຶ່ງຈະສຳເລັດ.

ຕອນ​ທ້າຍ​ທ່ານປະທານ ​ໄດ້​ໃຫ້ກຽດມີຄຳເຫັນ

ໂອ້​ລົມ​ຕໍ່ນັກ​ສຳ​ມະ​ນາກ​ອນ ຊຶ່ງ​ທ່ານໄດ້ຍົກໃຫ້ເຫັນຄວາມຈຳເປັນ, ຄວາມໝາຍ, ຄວາມສໍາຄັນຂອງການເຂົ້າຮ່ວມຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ໃນຄັ້ງນີ້ ​ແລະ ​ໄດ້​ເໜັ້ນນັກ​ໃຫ້​ນັກ​ສຳ​ມະ​ນາກ​ອນຈົ່ງພ້ອມກັນເອົາໃຈໃສ່ເຂົ້າໃນການຄົ້ນຄ້ວາ, ຮໍ່າຮຽນກົດໝາຍໃຫ້ເລິກເຊີ່ງ ແລະ ສາມາດນຳເອົາຄວາມຮູ້​ໄປຈັດຕັ້ງປະຕິບັດເຂົ້າໃນໜ້າທີ່ວຽກງານໃນຂອບເຂດຄວາມຮັບຜິດຊອບຂອງຕົນ.

 

ຂຽນຂ່າວ: ປາວີຄຳ ເພັດທະລາກຸນ; ພາບ: ສົມຫວັງ ບົວລະພັນ