ກົມໂຄສະນາເຜີຍແຜ່ກົດໝາຍ ແລະ ກົມຄຸ້ມຄອງການຈັດຕັ້ງປະຕິບັດຄຳຕັດສີນຂອງສານ ສ້າງຂະບວນການຕ້ອນຮັບກອງປະຊຸມໃຫຍ່

ໃນວັນທີ 19 ທັນວາ 2019 ທີ່ຜ່ານມານີ້ ກົມໂຄສະນາເຜີຍແຜ່ກົດໝາຍ ແລະ ກົມຄຸ້ມຄອງການຈັດຕັ້ງປະຕິບັດຄຳຕັດສີນຂອງສານ, ກະຊວງຍຸຕິທຳ ໄດ້ສ້າງຂະບວນການແຂ່ງຂັນກິລາບານເຕະຮ່ວມກັນ ຊຶ່ງຈັດຂຶ້ນທີ່ເດີ່ນກິລາບານເຕະດອນໜູນ, ໂດຍການເຂົ້າຮ່ວມຂອງ ທ່ານ ພູທອນ ແກ້ວດວງມະນີ ຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ, ທ່ານ ກອງສີ ສາຍສຸດທາ ຫົວໜ້າກົມຄຸ້ມຄອງການຈັດຕັ້ງປະຕິບັດຄຳຕັດສີນຂອງສານ, ມີບັນດາຮອງຫົວໜ້າກົມ, ຫົວໜ້າພະແນກ-ຮອງຫົວໜ້າພະແນກ ພ້ອມດ້ວຍພະນັກງານວິຊາການຂອງທັງສອງກົມເຂົ້າຮ່ວມຢ່າງພ້ອມພຽງ.

ການຈັດກິລາມິດຕະພາບຄັ້ງນີ້ ເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ III ຂອງໜ່ວຍພັກກົມໂຄສະນາ້ເຜີຍແຜ່ກົດໝາຍ ແລະ ກົມຄຸ້ມຄອງການຈັດຕັ້ງປະຕິບັດຄຳຕັດສີນຂອງສານ, ກະຊວງຍຸຕິທຳ ທີ່ຈະໄຂຂຶ້ນໃນເວລາອັນໃກ້ນີ້ ແລະ ເພື່ອເປັນການຮັດແໜ້ນຄວາມສາມັກຄີຮັກແພງກັນ ລະຫວ່າງ ພະນັກງານຂອງທັງສອງກົມໃຫ້ມີຄວາມແໜ້ນແຟ້ນຂຶ້ນຕື່ມ. ຕະຫຼອດໄລຍະຂອງການແຂ່ງຂັນກິລາແມ່ນເຕັມໄປດ້ວຍຄວາມສາມັກຄີ, ມິດຕະພາບ ແລະ ເບີກບານມ່ວນຊື່ນ.

ຂຽນຂ່າວ: ຊາຍພິມພອນ, ຖ່າຍພາບ: ປາວີຄຳ