ກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທຳ ມອບປື້ມກົດໝາຍໃຫ້ ກົມກົດໝາຍ ກະຊວງປ້ອງກັນປະເທດ

    ເນື່ອງໃນໂອກາດວັນລັດຖະທຳມະນູນ ແຫ່ງຊາດ ຄົບຮອບ 27 ປີ (15 ສິງຫາ 1991-15 ສິງຫາ 2018) ກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທຳ ໄດ້ມອບປຶ້ມກົດໝາຍໃຫ້ແກ່ ກົມກົດໝາຍ ກະຊວງປ້ອງກັນປະເທດ ໃນຕອນເຊົ້າ ຂອງວັນທີ 15 ສິງຫາ 2018 ເພື່ອນຳໃຊ້ເປັນບ່ອນອີງ ແລະ ປະກອບເຂົ້າໃນການຄົ້ນຄວ້າ, ສຶກສາຮ່ຳຮຽນ ແລະ ໂຄສະນາເຜີຍແຜ່ກົດໝາຍໃຫ້ແກ່ ພະນັກງານນັກຮົບ ໃນຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ຮັບຮູ້, ເຂົ້າໃຈກົດໝາຍ, ລະບຽບການຕ່າງໆຢ່າງລະອຽດຈະແຈ້ງ ແລະ ເລິກເຊິ່ງຂຶ້ນ. ໂດຍການກ່າວມອບຂອງທ່ານ ນາງ ສີສຸດາ ໂສພາວັນດີ ຮອງຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທຳ ແລະ ກ່າວຮັບໂດຍ ທ່ານ ພັທ ພະນາວັນ ທັນສະດາພອນ ຫົວໜ້າພະແນກໂຄສະນາເຜີຍແຜ່ກົດໝາຍ, ກົມກົດໝາຍ ກະຊວງປ້ອງກັນປະເທດ, ມີຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ພະນັກງານວິຊາການຂອງສອງພາກສ່ວນເຂົ້າຮ່ວມ.


    ທ່ານ ນາງສີສຸດາ ໂສພາວັນດີ ໄດ້ສະເໜີໃຫ້ຮູ້ກ່ຽວກັບການຈັດຕັ້ງປະຕິບັດວຽກງານໂຄສະນາເຜີຍແຜ່ກົດໝາຍໃນໄລຍະຜ່ານມາ ໂດຍສະເພາະ ການໂຄສະນາເຜີຍແຜ່ກົດໝາຍຜ່ານພາຫະນະສື່ມວນຊົນຕ່າງໆ ເປັນຕົ້ນ ການໂຄສະນາຜ່ານທາງໂທລະພາບ, ວິທະຍຸ, ວາລະສານ, ໜັງສືພິມອອນໄລ, ເວັບໄຊ໌ ແລະ ແອັບພິເຄຊັນ. ຈາກນັ້ນ, ທ່ານ ພັທ ພະນາວັນ ທັນສະດາພອນ ກໍໄດ້ສະແດງຄວາມຂອບໃຈເປັນຢ່າງສູງມາຍັງກົມໂຄສະນາເຜີຍແຜ່ກົດໝາຍ ທີ່ໄດ້ໃຫ້ຄວາມຊ່ວຍເຫຼືອໃນການສະໜອງປື້ມກົດໝາຍ ເພື່ອນຳໃຊ້ເຂົ້າໃນວຽກງານວິຊາສະເພາະ ໂດຍສະເພາະກ່ຽວກັບວຽກງານໂຄສະນາເຜີຍແຜ່ກົດໝາຍ ໃນຂົງເຂດປ້ອງກັນຊາດ ຊຶ່ງຜ່ານມາ ກົມກົດໝາຍ ກະຊວງປ້ອງກັນປະເທດ ກໍໄດ້ເອົາໃຈໃສ່ໃນການໂຄສະນາເຜີຍແຜ່ກົດໝາຍໃຫ້ປະຊາຊົນບັນດາເຜົ່າ ໂດຍສະເພາະບັນດາແຂວງທີ່ຕິດຈອດຊາຍແດນ ຊຶ່ງກໍໄດ້ຮັບຄວາມສົນໃຈເປັນຈຳນວນຫຼວງຫຼາຍ ແລະ ຍັງຈະສືບຕໍ່ເຮັດວຽກໂຄສະນາເຜີຍແຜ່ກົດໝາຍໃຫ້ໄດ້ຫຼາຍຊ່ອງທາງໃນຕໍ່ໜ້າ.
    ສຳລັບປຶ້ມທີ່ມອບໃນຄັ້ງນີ້ປະກອບມີ ປື້ມສັງລວມກົດໝາຍປັບປຸງ ແລະ ສ້າງໃໝ່ 2010-2012 ຈຳນວນ 50 ຫົວ ລວມມູນຄ່າທັງໝົດ 6,000,000 ກີບ.

ພາບ-ຂ່າວ ໂດຍ: ຊາຍພິມພອນ ສີຣິວົງໄຊ