ກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທຳ ມອບປຶ້ມກົດໝາຍໃຫ້ແກ່ ກົມກົດໝາຍ ກະຊວງປ້ອງກັນປະເທດ

        ໃນຕອນເຊົ້າ ຂອງວັນທີ 28 ມີນາ 2018 ກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທຳ ໄດ້ມອບປຶ້ມກົດໝາຍໃຫ້ແກ່ ກົມກົດໝາຍ ກະຊວງປ້ອງກັນປະເທດ ເພື່ອນຳໃຊ້ເປັນບ່ອນອີງ ແລະ ປະກອບເຂົ້າໃນການຄົ້ນຄວ້າ, ສຶກສາຮ່ຳຮຽນ ແລະ ໂຄສະນາເຜີຍແຜ່ກົດໝາຍໃຫ້ແກ່ ພະນັກງານນັກຮົບ ໃນຂົງເຂດປ້ອງກັນຊາດ ໃຫ້ຮັບຮູ້, ເຂົ້າໃຈກົດໝາຍ, ລະບຽບການຕ່າງໆຢ່າງລະອຽດຈະແຈ້ງ ແລະ ເລິກເຊິ່ງຂຶ້ນ. ໂດຍການກ່າວມອບຂອງທ່ານ ພູທອນ ແກ້ວດວງມະນີ ຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທຳ ແລະ ກ່າວຮັບໂດຍ ທ່ານ ພັທ ພະນາວັນ ທັນສະດາພອນ ຫົວໜ້າພະແນກໂຄສະນາເຜີຍແຜ່ກົດໝາຍ, ກົມກົດໝາຍ ກະຊວງປ້ອງກັນປະເທດ, ມີຮອງຫົວໜ້າກົມ, ຫົວໜ້າ, ຮອງຫົວໜ້າພະແນກ ແລະ ວິຊາການຂອງສອງພາກສ່ວນເຂົ້າຮ່ວມ.

        ສຳລັບປຶ້ມທີ່ມອບໃນຄັ້ງນີ້ປະກອບມີ ປື້ມກົດໝາຍ 4 ຂົງເຂດ ຈຳນວນ 21 ຊຸດ, ປຶ້ມກົດໝາຍສະບັບປັບປຸງ ແລະ ສ້າງໃໝ່ ຈຳນວນ 21 ຫົວ ລວມມູນຄ່າທັງໝົດ 10,029,000 ກີບ ກີບ.

ຂຽນຂ່າວໂດຍ: ສີປະໄພ, ຖ່າຍພາບໂດຍ:ສຸກສາຄອນ.