ກົມໂຄສະນາເຜິີຍແຜ່ກົດໝາຍ ກະຊວງຍຸຕິທຳ ລົງເຄື່ອນໄຫວກິດຈະກຳຄັດເລືອກນັກສະແດງອາສາສະໝັກ ຢູ່ສະຖາບັນຍຸຕິທຳແຫ່ງຊາດ

    ​ເພື່ອ​ເປັນ​ການຈັດ​ຕັ້ງ​ຜັນ​ຂະຫຍາຍ​ບົດບາດ​ໃນ​ການ​ຄຸ້ມ​ຄອງ​ລັດ ​ແລະ ຄຸ້ມ​ຄອງ​ສັງ​ຄົມ​ໃຫ້​ໄປ​ຕາມ​ທິດ​​ສ້າງ​ໃຫ້​ເປັນ​ລັດ​ ສປປ ລາວ ກາຍ​ເປັນ​ລັດທີ່​ປົກຄອງ​ດ້ວຍ​ກົດໝາຍ ​​ແລະ ​ເພື່ອ​ແນ່​ໃສ່​ປົກ​ປັກ​ຮັກສາ​ສິດຜົນປະ​ໂຫຍ​ດຂອງ​ປະຊາຊົນລາວ​ບັນດາ​ເຜົາ, ການ​ໂຄສະນາ​ເຜີຍ​ແຜ່​ກົດໝາຍຜ່ານ​ສື່​ມວນ​ຊົນ ​ແມ່ນຮູບ​ການໜຶ່ງທີ່​ຈະ​ເຮັດ​ໃຫ້​ປະຊາຊົນ​ມີ​ຄວາມ​ຮັບ​ຮູ້ ​ແລະ ​ເຂົ້າ​ໃຈ​ໄດ້​ໄວ ​ແລະ ລະອຽດກວ່າ ​​ໂດຍ​ສະ​ເພາະ​ແມ່ນ​ການສະ​ແດງ​ລະຄອນ​ສັ້ນ​ທີ່​ກ່ຽວພັນ​ກັບ​ກົດໝາຍ ສະ​ນັ້ນ, ກົມ​ໂຄສະນາ​ເຜີຍ​ແຜ່​ກົດໝາຍ ກະຊວງ​ຍຸຕິ​ທຳ ຈຶ່ງໄດ້​ລົງ​ເຄື່ອນ​ໄຫວ ​ແລະ ຈັດກິດຈະກຳ​ຄັດ​ເລືອກ​ເອົາ​ນັກ​ສະ​ແດງ​ອາສາ​ສະໝັກຂຶ້ນໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ 05 ມັງກອນ 2018 ຢູ່​ສະ​ຖາ​ບັນ​ຍຸຕິ​ທຳ​​ແຫ່ງຊາດ ​ໂດຍການ​ເຂົ້າ​ຮ່ວມ​ຂອງ​ ທ່ານ ບຸນ​ລ້ອມ ດວງ​ມາລາ ຮອງ​ຫົວໜ້າກົມ​ໂຄສະນາ​ເຜີຍ​ແຜ່​ກົດໝາຍ, ທ່ານ ສີວິ​ໄຊ ສານ​ພອນ ຮອງ​ຫົວໜ້າສະ​ຖາ​ບັນ​ຍຸຕິ​ທຳ​ແຫ່ງຊາດ ພ້ອມ​ດ້ວຍ​ຄະນະ, ມີ​ບັນດາ​ຫົວໜ້າພະ​ແນ​ກ-ຮອງ​ພະ​ແນ​ກ, ວິຊາ​ການ ​ແລະ ນັກ​ສຶກສາ​ຂອງ​ສະ​ຖາ​ບັນ​ຍຸຕິ​ທຳ​ເຂົ້າ​ຮ່ວມຢ່າງ​ພ້ອມພຽງ.

    ທ່ານ ບຸນ​ລ້ອມ ດວງ​ມາລາ ຮອງ​ຫົວໜ້າກົມ​ໂຄສະນາ​ເຜີຍ​ກົດໝາຍ ​ໄດ້​ຂຶ້ນກ່າວ​ເປີດ​ງານ ພ້ອມ​ທັງ​ກ່າວ​ຈຸດປະສົງ​ຂອງ​ການ​ລົງ​ຄັດ​ເລືອ​ກ​ໃນ​ຄັ້ງ​ນີ້ ກໍ​​ແມ່ນເພື່ອ​ຊອກ​ຫາ​ນັກ​ສຶກສາ​ກົດໝາຍຂອງ​ສະ​ຖາ​ບັນ​ຍຸຕິ​ທຳ​ແຫ່ງ​ຊາດ​ຜູ້​ທີ່​ມີ​ໃຈ​ມັກ, ຮັກ ​ແລະ ມີ​ພອນ​ສະຫວັນ​ໃນ​ການສະ​ແດງ​ ​ເປັນ​ຕົ້ນ ດ້ານ​ການ​ເວົ້າ, ການສະ​ແດງ​ລະຄອນ, ການສະ​ແດງ​ທັກ​ສະ​ດ້ານ​ຕ່າງໆ ​ເພື່ອ​ຈະປະກອບສ່ວນ​​ໃນ​ການສະ​ແດງ​ລະຄອນ​ສັ້ນ ​ແລະ ສະປອດ​ໂຄສະນາ​ກ່ຽວກັບ​ກົດໝາຍ ​ໃຫ້​ແກ່​ກະຊວງ​ຍຸຕິ​ທຳ ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ວຽກງານ​ໂຄສະນາ​ເຜີຍ​ແຜ່​ກົດໝາຍ ​​ໂດຍ​ສະ​ເພາະ​ການ​ໂຄສະນາ​ຜ່ານ​ຊື່​ມວນ​ຊົນ.

    ກິດຈະກຳ​ໃນ​ຄັ້ງ​ນີ້ ມີ​ນັກ​ສຶກສາ​ກົດໝາຍ​ເຂົ້າ​ຮ່ວມ​​ຄັດ​ເລືອກທັງໝົດ 92 ຄົນ, ຍິງ 43 ຄົນ, ຜ່ານ​ການ​ສະ​ແດງ​ຂອງ​ນັກ​ສຶກສາ ​ບໍ່ວ່າ​ຈະ​ເປັນ​ການສະ​ແດງ​ລະຄອນ​ສັ້ນ, ຮ້ອງ​ເພັງ ສາມາດ​ຄັດ​ເລືອກ​ນັກສະ​ແດງ​ອາສາ​ສະໝັກ​ໄດ້ 32 ຄົນ, ຍິງ 19 ຄົນ, ກາ​ນຄັດ​ເລືອກນັກສະ​ແດງ​ໃນ​ຄັ້ງ​ນີ້​ແມ່ນ​ດຳ​ເນີນ​ໄປ​ຢ່າງ​ມີ​ບັນຍາກາດ​ຟົດຟຶ້ນ ​ແລະ ປະສົບ​ຜົນສຳ​ເລັດຢ່າງ​ຈົບງາມ.

 

ຂ່າວ: ປາ​ວີ​ຄຳ ​ເພັດ​ທະລາ​ກຸນ

ພາບ: ສົມ​ຫວັງ ບົວລະ​ພັນ