ກະຊວງຍຸຕິທຳຈັດງານປະກວດວິດີໂອເລື່ອງສັ້ນ ກ່ຽວກັບການເຂົ້າເຖິງການບໍລິການຂອງຫ້ອງການຊ່ວຍເຫຼືອທາງດ້ານກົດໝາຍ

ງານປະກວດວິດີໂອເລື່ອງສັ້ນກ່ຽວກັບການເຂົ້າເຖິງການບໍລິການຂອງຫ້ອງການຊ່ວຍເຫຼືອທາງດ້ານກົດໝາຍ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 26 ກໍລະກົດ 2019 ທີຫ້ອງປະຊຸມໃຫຍ່ຂອງກະຊວງຍຸຕິທຳ ໂດຍການເປັນປະທານຮ່ວມຂອງທ່ານ ພູທອນ ແກ້ວດວງມະນີ ຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ ແລະ ທ່ານ ນາງ ໂຊຟາຢາ ຄາເຊິນ ຫົວໜ້າແຜນງານລັດຄຸ້ມຄອງດ້ວຍກົດໝາຍ ມູນນິທິເອເຊຍ ເຂົ້າຮ່ວມມີ ຄະນະກົມໂຄສະນາເຜີຍແຜ່ກົດໝາຍ, ຜູ້ຕາງໜ້າຈາກໂຄງການຮ່ວມມືລາວ-ສະຫະລັດອາເມລິກາ ເພື່ອການເຊື່ອມໂຍງສາກົນ ແລະ ອາຊຽນ , ກົມສົ່ງເສີມລະບົບຍຸຕິທຳ, ກົມຮູບເງົາ ກະຊວງ ຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ, ແຂກຖືກເຊີນ ແລະ ຄະນະຮັບຜິດຊອບເຂົ້າຮ່ວມທັງໝົດຈຳນວນ 50 ທ່ານ, ຍິງ 19 ທ່ານ.

ໃນພິທີ ທ່ານ ນາງ ວິນຸດ ວົງໄຊຍາ ຮອງຫົວໜ້າພະແນກວິທະຍຸ ແລະ ໂທລະພາບ ຕາງໜ້າຄະນະຮັບຜິດຊອບຈັດງານປະກວດວິດີໂອເລື່ອງສັ້ນ ໄດ້ຂຶ້ນກ່າວຈຸດປະສົງຂອງການຈັດງານດັ່ງກ່າວ ຊຶ່ງການຈັດງານປະກວດວິດີໂອເລື່ອງສັ້ນກ່ຽວກັບການເຂົ້າເຖິງການບໍລິການຂອງຫ້ອງການຊ່ວຍເຫຼືອທາງດ້ານກົດໝາຍ ຈະເຮັດໃຫ້ປະຊາຊົນລາວບັນດາເຜົ່າໄດ້ຮັບຮູ້, ເຂົ້າໃຈເຖິງພາລະບົດບາດ ສິດ ແລະ ໜ້າທີ່ ຂອງຫ້ອງການຊ່ວຍເຫຼືອທາງດ້ານກົດໝາຍ ຂອງກະຊວງຍຸຕິທໍາ ຢ່າງກວ້າງຂວາງ ແລະ ເລິກເຊິ່ງ ໂດຍຜ່ານການໂຄສະນາເຜີຍແຜ່ໃນຮູບແບບວິດີໂອເລື່ອງສັ້ນ. ນອກຈາກນັ້ນ, ກໍຍັງເປັນການປະກອບສ່ວນເຂົ້າໃນວຽກງານຊ່ວຍເຫຼືອທາງດ້ານກົດໝາຍ ແລະ ການເຂົ້າເຖິງການບໍລິການທາງດ້ານກົດໝາຍຂອງປະຊາຊົນເທື່ອລະກ້າວ. ເພື່ອເປັນການສ້າງພື້ນຖານທີ່ຈໍາເປັນໃຫ້ແກ່ການຄຸ້ມຄອງລັດ-ຄຸ້ມຄອງສັງ ຄົມດ້ວຍກົດໝາຍ. ຫຼັງຈາກນັ້ນ ກໍໄດ້ມີສາຍວິດີໂອຈຳນວນ 12 ເລື່ອງທີ່ຜູ້ເຂົ້າແຂ່ງຂັນສົ່ງເຂົ້າປະກວດ ໂດຍທີ່ຄະນະກຳມະການຈະຄັດເລືອກເອົາ 5 ເລື່ອງ ເພື່ອຈັດອັນດັບ ແລະ ເຂົ້າຮອບ.

ໃນຕອນທ້າຍຂອງງານປະກວດກໍໄດ້ສະຫຼຸບຜົນຂອງການແຂ່ງຂັນ ຊຶ່ງວິດີໂອທີ່ໄດ້ຮັບລາງວັນຊະນະເລີດໃນງານປະກວດວິດີໂອເລື່ອງສັ້ນ ໃນຄັ້ງນີ້ ໄດ້ແກ່ ເລື່ອງທີ່ມີຊື່ວ່າ ຮອຍຍິ້ມ ຈາກບໍລິສັດລາວໂຄສະນາ ແລະ ການສື່ສານ ພ້ອມໃບຢັ້ງຢືນ ແລະ ເງິນສົດຈຳນວນ 2,000,000 ກີບ, ລາງວັນຮອງຊະນະເລີດ ອັນດັບ 1 ໄດ້ແກ່ເລື່ອງ ເຕືອນໄພໄວໜຸ່ມ ຈາກທີມງານຮ່ວມໃຈຕ້ານໄພການຄ້າມະນຸດ ພ້ອມໃບຢັ້ງຢືນ ແລະ ເງິນສົດຈຳນວນ 1,500,000 ກີບ, ລາງວັນຮອງຊະນະເລີດ ອັນດັບທີ 2 ໄດ້ແກ່ເລື່ອງ ເສັ້ນທາງຮູ້ກົດໝາຍ ຈາກທີມຊ່າງພາບ ພ້ອມໃບຢັ້ງຢືນ ແລະ ເງິນສົດຈຳນວນ 1,000,000 ກີບ ແລະ ລາງວັນຊົມເຊີຍມີສອງລາງວັນ, ລາງວັນລະ 500,000 ກີບ ພ້ອມໃບຢັ້ງຢືນ ໄດ້ແກ່ເລື່ອງ ເຫຍື່ອ ຈາກທີມ MT Production ແລະ ເລື່ອງ ເຕືອນເພື່ອນ ຈາກທີມນັກສຶກສາສະຖາບັນຍຸຕິທຳແຫ່ງຊາດ ຊຶ່ງບັນຍາກາດໃນງານດັ່ງກ່າວເຕັມໄປດ້ວຍບັນຍາກາດຟົດຟື້ນມ່ວນຊື່ນ ແລະ ມີຄວາມໝາຍຄວາມສຳຄັນ.

ຂຽນຂ່າວ: ອ່ອນຄຳ ໄຊຍະວົງ; ຖ່າຍພາບ: ບຸນຖອມ ພະສະແຫວງ