ສ້າງຂະບວນການກິລາບານເຕະສາມັກຄີ ເພື່ອຕ້ອນຮັບວັນສ້າງຕັ້ງກຳມະບານລາວ ຄົບຮອບ 61 ປີ ( 1 ກຸມພາ 1956-1 ກຸມພາ 2017)

     ໃນ​ວັນ​ທີ 27 ມັງກອນ 2017 ໜ່ວຍ​ກຳມະບານ​ຮາກ​ຖານ ກົມ​ໂຄສະນາ​ເຜີ​ຍແຜ່ກົດໝາຍ, ກະຊວງ​ຍຸຕິ​ທຳ ຮ່ວມ​ກັບ ໜ່ວຍ​ກຳມະບານ​ຮາກ​ຖານ ກົມ​ຄົ້ນຄວ້າ​ວິທະຍາສາດ ​ແລະ ປະຫວັດສາດ, ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ​ໄດ້​ຈັດ​ກິດຈະກຳ​ກິລາບານ​ເຕະ​ສາມັກຄີ​ຂຶ້ນ ຢູ່​ທີ່​ເດີນ​ບານ​ເຕະ​ໃນ​ຮົ່ມ​ກະ​ແລ ໂດຍ​ມີ​ສະມາຊິກ​ກຳມະບານຮາກ​ຖານ ​ແລະ ພະນັກງານ​ຈາກ​ທັງ​ສອງ​ພາກສ່ວນ​ເຂົ້າ​ຮ່ວມ​ຢ່າງ​ພ້ອມພຽງ.

     ຈຸດປະສົງ​ໃນ​ການ​ຈັດ​ກິດຈະກຳ​ຄັ້ງ​ນີ້ ເພື່ອ​ເປັນ​ການ​ສ້າງ​ຂະ​ບວນການ​ຕ້ອນຮັບ​ວັນ​ສ້າງ​ຕັ້ງ​ກຳມະບານ​ລາວ ຄົບຮອບ 61 ປີ ( 1 ກຸມພາ 1956-1 ກຸ​ມພາ 2017) ​ໃຫ້ມີ​ຄວາມ​ຄຶກຄື້ນ ​ແລະ ​ເປັນ​ການ​ສ້າງ​ຄວາມ​ສາມັກຄີ​ລະຫວ່າງ​ສອງ​ພາກສ່ວນ​ໃຫ້​ມີ​ຄວາມ​ແໜ້ນ​​ແຟ້ນຍິ່ງ​ຂຶ້ນ; ໃນ​ໂອ​ກາດ​ດັ່ງກ່າວ ໜ່ວຍ​ກຳມະບານ​ຮາກ​ຖານ ກົມ​ໂຄສະນາ​​ເຜີຍ​ແຜ່​ກົດໝາຍ, ກະຊວງ​ຍຸຕິ​ທຳ ກໍ​ໄດ້​ນຳ​ເອົາ​ປື້​ມກົດໝາຍສີ່​ຂົງ​ເຂດ ຈຳນວນ 2 ຊຸດ ລວມທັງ​ໝົດ​ຈຳນວນ 8 ຫົວ ​ແລະ ປະຕິທິນ ປີ 2017 ຈຳນວນ 10 ອັນ ມອບ​ໃຫ້​ ໜ່ວຍ​ກຳມະບານ​ຮາກ​ຖານ​ ກົມຄົ້ນຄວ້າ​ວິທະຍາສາດ ​ແລະ ປະຫວັດ​ສາດ, ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ​ເພື່ອ​ນຳ​ໃຊ້​ເຂົ້າ​ໃນ​ວຽກ​ງານ​ວິຊາ​ສະ​ເພາະ​ຂອງ​ກົມ​ກອງ​ໃຫ້​ມີ​ປະ​ສິດທິ​ຜົນ​ຍິ່ງ​ຂຶ້ນ.

     ການ​ຈັດ​ກິດຈະກຳ​ຄັ້ງ​ນີ້ ​ແມ່ນ​ເຕັມ​ໄປ​ດ້ວຍ​ບັນຍາກາດ​ທີ່​ຟົດ​ຟື້ນ​ເບີກບານ​ມ່ວນ​ຊື່ນຕັ້ງ​ແຕ່​ຕົ້ນ​ຈົນ​ຈົບ; ຊຶ່ງ​ຜົນ​ຂອງ​ການ​ແຂ່ງຂັນ ​ແມ່ນໜ່ວຍ​ກຳມະບານ​ຮາກ​ຖານ ກົມ​ຄົ້ນຄວ້າ​ວິທະຍາສາດ ​ແລະ ປະຫວັດສາດ, ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ​ເປັນ​​ຝ່າຍ​ເອົາ​ຊະນະ ໜ່ວຍ​ກຳມະບານ​ຮາກ​ຖານ ກົມ​ໂຄສະນາ​ເຜີ​ຍແຜ່ກົດໝາຍ, ກະຊວງ​ຍຸຕິ​ທຳ ​ໄປ​ໄດ້ 7 ປະຕູ​ຕໍ່ 6.