ກະຊວງຍຸຕິທຳ ຈັດພິທີເປີດນຳໃຊ້ແອັບກົດໝາຍລາວ ຢ່າງເປັນທາງການ

     ກະຊວງ​ຍຸຕິ​ທຳ​ ໄດ້​ເປີດ​ພິທີ​ນຳ​ໃຊ້​ແອັບ​ກົດໝາຍລາວ ໃນ​ຕອນ​ບ່າຍ​ຂອງ​ວັນ​ທີ 5 ທັນວາ 2016 ທີ່​ໂຮງ​ແຮມ​ລ້ານ​ຊ້າງ ​​ໂດຍການ​ເປັນ​ປະທານ​ຂອງ​ທ່ານ ​ໄຊ​ສີ ສັນຕິ​ວົງ ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ, ມີບັນດາ​ຮອງ​ລັດຖະມົນຕີ, ບັນດາ​ຫົວໜ້າກົມ, ຫົວໜ້າສູນ, ຫົວໜ້າສະຖາ​ບັນ, ຜູ້ຕາງໜ້າຈາກ​ອົງການ​ສະຫະ​ປະຊາ​ຊາດ​ເພື່ອ​ການ​ພັດທະນາ ​ແລະ ຄູ່​ຮ່ວມພັດທະນາ ແລະ ພາກ​ສວ່ນສື່​ມວນ​ຊົນ​ເຂົ້າ​ຮວ່ມ.

     ​ໃນ​ພິທີ ​ທ່ານ ບຸນ​ຊວ່ງ ທະວີ​ສັກ​ ຮັກ​ສາ​ການ​ຫົວໜ້າກົມ​ໂຄສະນາ​ເຜີຍ​ແຜ່​ກົດໝາຍ​ ໄດ້​ຂຶ້ນ​ລາຍງານກ່ຽວກັບການສ້າງ ແລະ ພັດທະນາແອັບກົດໝາຍລາວ ໂດຍການສະໜັບສະໜູນຈາກອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ໂດຍສະເພາະ ໂຄງການສະໜັບສະໜູນການຈັດຕັ້ງປະຕິບັດແຜນແມ່ບົດພັດທະນາລັດປົກຄອງດ້ວຍກົດໝາຍ ​(SPLSMP).

     ໃນ​ຕອນ​ທ້າຍ ທ່ານ​ໄຊ​ສີ ສັນຕິ​ວົງ ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ກໍ​ໄດ້​ໃຫ້ກຽດ​ໂອ້​ລົມ​ຕໍ່​ພິທີ ຊື່​ງກ່ອນ​ອື່ນ ທ່ານ​ໄດ້​ກ່າວ​ຍ້ອງຍໍ​ຊົມ​ເຊີຍ​ມາ​ຍັງຄະນະຮັບຜິດຊອບໃນການ​ຄົ້ນຄວ້າ ​ແລະ ສ້າງ​ແອັບ​ກົດໝາຍລາວ ທີ່ໄດ້ເອົາໃຈໃສ່ສຸມສະຕິ​ປັນຍາ ​ແລະ  ຄວາມຮັບຜິດຊອບສູງໃນການສ້າງແອັບກົດໝາຍລາວ ຊື່​ງ​ແອັບ​ດັ່ງກ່າວ ​​ແມ່ນ​ແຫຼ່ງ​ເກັບ​ໂຮມ​ຂໍ້​ມູນ​ທາງ​ດ້ານ​ກົດໝາຍ ທີ່​ສາມາດ​ຕອບ​ສະໜອງຂໍ້​ມູນ​ຂ່າວສານ​ທາງ​ດ້ານ​ກົດໝາຍ​ໃຫ້​ແກ່​ສັງຄົມ ​ໂດຍ​ຜ່ານ​ໂທລະສັບ​ມື​ຖື ​ເຮັດ​ໃຫ້​ຜູ້​ຊົມ​ໃຊ້​ສາມາດ​ຮູ້​ເຖິງ​ການ​ເຄື່ອນ​ໄຫວ ​ແລະ ​ແຈ້ງ​ເຕືອນ​ເມື່ອ​ມີ​ກົດໝາຍສ້າງ​ໃໝ່ ຫຼື ກົດໝາຍປັບປຸງ​ໃໝ່ ​ໄດ້​ຈາກ​ທຸກ​ບ່ອນ ​ທຸກ​ເວລາ ​ເຮັດ​ໃຫ້​ປະຊາຊົນ​ລາວ​ບັນດາ​ເຜົ່າ​ມີ​ຄວາມໝັ້ນ​ໃຈ​ຕໍ່​ກັບ​ຂໍ້​ມູນ​ທີ່​ຕົນ​ໄດ້​ຮັບ​ຊາບ​ເປັນ​ທາງ​ການ ນອກຈາກ​ນັ້ນ ຍັງ​ມີ​ຄວາມ​ສະດວກ​ໃນ​ການ​ຄົ້ນ​ຫາ​ຄວາມໝາຍຂອງ​ຄຳ​ສັບ​ກົດໝາຍ​ໄດ້​ຢ່າງ​ຖືກຕ້ອງ ​ແລະ ບໍ່​ຕີ​ຄວາມໝາຍຜິດພ້ຽນ​ໄປ​ຢ່າງ​ອື່ນ. ພ້ອມກັນນີ້, ການນຳໃຊ້ແອັບກົດໝາຍລາວ ແລະ ແອັບຄຳສັບກົດໝາຍລາວ ຈະ​ສ້າງ​ຜົນ​ປະ​ໂຫຍ​ດຢ່າງ ຫຼວງຫຼາຍ​​ໃຫ້​ແກ່​ປະຊາຊົນ​ລາວ​ບັນດາ​ເຜົ່າ​​ໃນ​ການ​​ເຂົ້າ​ເຖິງ​ແຫຼ່ງຂໍ້​ມູນ​, ຂ່າວສານ​ທາງ​ດ້ານ​ກົດໝາຍ ​ໂດຍ​ທາງຜ່ານ​ໂທລະສັບ​ມື​ຖື. ຫຼັງຈາກ​ນັ້ນ ທ່ານ ​ໄຊ​ສີ ສັນຕິ​ວົງ ກໍ​ໄດ້ກ່າວເປີດການນຳໃຊ້ແອັບກົດໝາຍລາວ ແລະ ແອັບຄຳສັບກົດໝາຍ ລາວຢ່າງເປັນທາງການ.

ຂຽນຂ່າວ: ອອ່ນຄຳ   ພາບ: ສຸກ​ສາຄອນ