ກອງປະຊຸມພົບປະ ລະຫວ່າງ ກະຊວງຍຸຕິທຳ ແຫ່ງ ສ ປປ ລາວ ແລະ ກະຊວງກົດໝາຍ ແຫ່ງ ສາທາລະນະລັດ ເກົາຫຼີ

ໃນຕອນເຊົ້າຂອງວັນທີ 18 ມີນາ 2016, ເວລາ 08: 00 ໂມງ ທີ່ໂຮງແຮມລາວພລາຊາ, ນະຄອນຫຼວງວຽງຈັນ ໄດ້ມີການຈັດກອງປະຊຸມພົບປະສອງຝ່າຍ ລະຫວ່າງ ກະຊວງຍຸຕິທຳ ແຫ່ງ ສປປ ລາວ ນຳພາໂດຍ ທ່ານ ບຸນເກີດ ສັງສົມສັກ, ລັດຖະມົນຕີກະຊວງຍຸຕິທຳ ແລະ ກະຊວງກົດ  ໝາຍ ແຫ່ງ ສາທາລະນະລັດ ເກົາຫຼີ ຊຶ່ງນຳພາໂດຍ ທ່ານ JE JEONG BOO, ຮອງລັດຖະມົນຕີກະຊວງກົດໝາຍ ແຫ່ງ ສາທາລະນະລັດ ເກົາຫຼີ.

      ໃນກອງປະຊຸມພົບປະຄັ້ງນີ້ ທ່ານ ບຸນເກີດ ສັງສົມສັກ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ພ້ອມທັງຕີລາຄາສູງຕໍ່ ທ່ານ JE JEONG BOO ທີ່ໄດ້ນຳພາຄະນະ ເດີນທາງມາ ຢ້ຽມຢາມ ແລະ ເຮັດວຽກຮ່ວມກັບກະຊວງຍຸຕິທຳ ແຫ່ງ ສປປ ລາວ ຢ່າງເປັນທາງການ ຊຶ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການຮັດແໜ້ນສາຍພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ສາທາ ລະນະລັດ ເກົາຫຼີ ໃຫ້ມີບາດກ້າວຂະຫຍາຍຕົວຂື້ນໄປເລື້ອຍໆ. ໃນໂອກາດດຽວກັນ ທ່ານ JE JEONG BOO ຕາງໜ້າຄະນະ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງ ທ່ານ ບຸນເກີດ ສັງສົມສັກ ໃນໂອກາດທີ່ໄດ້ມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້. ພ້ອມກັນນັ້ນ, ທັງສອງຝ່າຍໄດ້ລາຍງານຈຸດພິເສດ, ການເຄື່ອນໄຫວວຽກງານ, ບົດຮຽນ ແລະ ປະສົບການໃນການພັດທະນາຂົງ ເຂດກົດໝາຍ ແລະ ວຽກງານຍຸຕິທຳ ໃນໄລຍະຜ່ານມາໃຫ້ກັນຊາບ ເພື່ອເປັນຂໍ້ມູນພື້ນຖານໃນການສ້າງເງື່ອນໄຂ ແລະ ອຳນວຍຄວາມສະດວກໃຫ້ແກ່ການພົວພັນຮ່ວມມື ລະຫວ່າງ ກະຊວງຍຸຕິທຳ ແຫ່ງ ສປປ ລາວ ແລະ ກະຊວງກົດໝາຍ ແຫ່ງ ສາທາລະນະລັດ ເກົາຫຼີ ໃນຕໍ່ໜ້າ.

ຫຼັງຈາກນັ້ນ, ທັງສອງຝ່າຍໄດ້ຮ່ວມກັນລົງນາມໃນບົດບັນທຶກຄວາມເຂົ້າໃຈວ່າດ້ວຍ ການຮ່ວມ ມື, ການແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ໃນຂັ້ນກົມ, ສະຖາບັນ ແລະ ຫ້ອງການ ກ່ຽວກັບການສ້າງກົດໝາຍ, ການໂຄສະນາເຜີຍແຜ່ກົດໝາຍ, ການຝຶກອົບຮົມທາງດ້ານວິຊາການກົດໝາຍ. ການເຊັນບົດບັນທຶກຄວາມເຂົ້າໃຈດັ່ງກ່າວ ໄດ້ເປັນການປະກອບສ່ວນອັນສຳຄັນເຂົ້າໃນການເສີມຂະຫຍາຍການພົວພັນຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນຂົງເຂດກົດໝາຍ ແລະ ວຽກງານຍຸຕິທຳ ຂອງທັງສອງຝ່າຍ ກໍຄືການຮ່ວມມືຂອງ ສປປ ລາວ ແລະ ສາທາລະນະລັດ ເກົາຫຼີ ໃຫ້ນັບມື້ນັບເຕີມໃຫຍ່ຂະຫຍາຍຕົວຂຶ້ນເລື້ອຍ./.