ໜ່ວຍກຳມະບານ ກົມສົ່ງເສີມລະບົບຍຸຕິທຳ ກະຊວງຍຸຕິທຳ ລະດົມທຶນ ແລະ ມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ຢູ່ຫ່າງໄກສອກຫຼີກ ແລະ ປະສົບໄພນຳຖ້ວມ

     ​​ໂດຍ​ອີງ​ຕາມ​ແຈ້ງ​ການ ສະບັບ​​ເລກ 73/ກຍ.ສພບ, ລົງ​ວັນ​ທີ 11 ທັນວາ 2017 ວ່າ​ດ້ວຍ​ການ​ອຸປະຖຳ​ເປັນ​ວັດຖຸ ​ແລະ ​ປັດ​ໃຈ ​ເພື່ອ​ອວຍພອນ ​ແລະ ມອບ​ຂອງ​ຂວັນ ​ໃຫ້​ນາຍ-ພົນທະຫານ ທີ່​ພວມ​ປະຕິບັດໜ້າທີ່ ຢຸ່​ເຂດ​ຫ່າງ​ໄກ​ສອກຫຼີກ ​ໃນ​ໂອກາດ​ວັນ​ສ້າງ​ຕັ້ງ​ກອງທັບ​ປະຊາຊົນ​ລາວ ຄົບຮອບ 69 ​ປີ ​ແລະ ອີງ​ຕາມ​ແຈ້ງ​ການ​ສະບັບ​ເລກທີ 75/ກຍ.ສພບ, ລົງ​ວັນ​ທີ 20 ທັນວາ 2017 ວ່າ​ດ້ວຍ ການ​ຂໍ​ລະດົມ​ທຶນ​ເພື່ອ​ຊ່ວຍ​ເຫຼືອ​ໄພ​ນ້ຳ​ຖ້ວມ ຢູ່ ສສ ຫວຽດນາມ.

​     ​ໃນ​ຕອນ​ບ່າຍ​ຂອງ​ວັນ​ທີ 27 ທັນວາ 2017 ທີ່​ຜ່ານ​ມານີ້ ໜ່ວຍກຳມະບານຮາກຖານ ກົມ​ສົ່ງ​ເສີມ​ລະບົບ​ຍຸຕິ​ທຳ ໄດ້​ຈັດ​ພິທີ​ມອບ​ວັ​ດຖຸ ​ແລະ ປັດ​ໃຈ ​ໃຫ້​ນາຍ-ພົນທະຫານ ທີ່​ພວມ​ປະຕິບັດໜ້າທີ່ ຢຸ່​ເຂດ​ຫ່າງ​ໄກ​ສອກຫຼີກ ​ໃນ​ໂອກາດ​ວັນ​ສ້າງ​ຕັ້ງ​ກອງທັບ​ປະຊາຊົນ​ລາວ ຄົບຮອບ 69 ​ປີ (20 ມັງກອນ 1949- 20 ມັງກອນ 2018) ​ແລະ ວັນ​ສຳຄັນ​ຕ່າງໆຂອງ​ຊາດ ພ້ອມ​ກັນ​ນັ້ນ​ກໍ​ຍັງ​ໄດ້​ມອບ​ທຶນ​ເພື່ອ​ຊ່ວຍ​ເຫຼືອ​ໄພ​ນ້ຳ​ຖ້ວມ​ຢູ່ ສສ ຫວຽດນາມ ພິທີ​ດັ່ງ​ກ່າວ​ໄດ້​ຈັດ​ຂຶ້ນຢູ່​ທີ່ ກົມ​ສົ່ງ​ເສີມ​ລະບົບ​ຍຸຕິ​ທຳ ກະຊວງ​ຍຸຕິ​ທຳ ​ ​ໂດຍ​ການມອບ​ຂອງ ທ່ານ ສີສຸພັນ ທອງ​ສາຍ​ທະລາ ຮອງ​ຫົວໜ້າກົມ​ສົ່ງ​ເສີມ​ລະບົບ​ຍຸຕິ​ທຳ ແລະ ຮັບ​ໂດຍ​ທ່ານ ບຸນ​ລຽບ ​ໄຊ​ຍະ​ແສງ ຮອງ​ຫົວໜ້າກົມ​ຈັດ​ຕັ້ງ-ພະນັກງານ ​ແລະ ມີ​ສະມາຊິກໜ່ວຍ ກຳມະ ບານທັງ​ສອງ​ກົມ​ເຂົ້າ​ຮ່ວມ​ຢ່າງ​ພ້ອມພຽງ, ຊຶ່ງ​ເຄື່ອງ​ທີ່​ນຳ​ມາ​ມອບ​ໃນ​ຄັ້ງ​ນີ້ມີ ໝີ່ສຳ​ເລັດ​ຮູບ​ຈຳນວນ 10 ​ແກັດ ​ແລະ ​ເງິນຈຳນວນ 122.000 ກີບ.

 

                ຂ່າວ: ປາ​ວີ​ຄຳ ​ເພັດ​ທະລາ​ກຸ​ນ

ພາບ: ສຸກ​ສາຄອນ ຈັນ​ທະ​ວຸດ