ຊາວໜຸ່ມລາວເຂົ້າຮ່ວມໂຄງການຊາວໜຸ່ມເດີນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ຄັ້ງທີ 12

     ເພື່ອ​ເປັນ​ການ​ເສີມສ້າງ​ຄວາມ​ສາມັກ​ຄີ, ຮັກ​ແພງ ​ແລະ ກາ​ນຮ່ວມ​ມື​ຂອງ​ບັນ​ດາ​ປະ​ເທດ​ພາກ​ພື້ນ​ແມ່​ນ້ຳຂອງ​ເວົ້າ​ລວມ ​ເວົ້າ​ສະ​ເພາະ​ ແມ່ນ​​ເພື່ອ​ເປັນ​ການ​ສົ່ງ​ເສີມ ​ແລະ ​ແລກປ່ຽນ​ບົດຮຽນ​ວຽກງານ​ວັດທະນະ​ທຳ​ຮີດຄອງ​ປະ​ເພນີ, ​ເສດຖະກິດ​ສັງຄົມ ລະຫວ່າງ​ຊາວ​ໜຸ່ມ​ລາວ ກັບ​ຊາວ​ໜຸ່ມ​ຂອງ​ບັນດາ​ປະ​ເທດ​ລຸ່ມ​ແມ່​ນ້ຳຂອງ ​ໃຫ້​ນັບ​ມື້​ນັບ​ກວ້າງຂວາງ​ຂຶ້ນ ​ແລະ ມີ​ການ​ພົວພັນ​ທີ່​ແໜ້ນ​ແຟ້ນ, ສະຫາຍ ສົມບູນ ຄຸນ​ນະ​ວົງ ຫົວໜ້າ​ພະ​ແນ​ກສົ່ງ​ເສີມ​ວຽກ​​ເຮັດ​ງານ​ທຳ, ກົມ​ພັດ​ທະ​ນາ​ວິຊາ​ຊີບ, ສູນ​ກາງ​ຊາ​ວໜຸ່ມ ​ປະຊາຊົນ​ປະຕິ​ວັດ​ລາວ ​ໄດ້​ນຳພາ​ຄະນະ​ຊາວ​ໜຸ່ມ​ລາວ ​ໄປ​ເຂົ້າຮ່ວມ​ໂຄງການ​ຊາວ​ໜຸ່ມ​​ເດີນ​​ແມ່​ນ້ຳລ້ານ​ຊ້າງ-​ແມ່​ນ້ຳຂອງ ຈັດ​ຂຶ້ນ​ທີ່​ ຣາຊະ​ອານາຈັກ​ໄທ ​ແລະ ປະ​ເທດ ສາທາລະນະ​ລັດ ປະຊາ​ຊົນ​ຈີນ ໃນ​ລະຫວ່າງ​ວັນ​ທີ 11-19 ມີນາ 2017 ມີ​ຜູ້​ເຂົ້າ​ຮ່ວມ​ທັງ​ໝົດ 55 ສະຫາຍ ທີ່​ມາ​ຈາກ ປະ​ເທດ ສປປ ລາວ, ສສ ຫວຽດນາມ, ຣາຊະ​ອານາ​ຈັກ​ໄທ, ກຳປູ​ເຈຍ ​ແລະ ສປ ຈີນ.

     ການ​ເຄື່ອນ​ໄຫ​ວກິດ​ຈະ​ກຳ​ໃນ​ຄັ້ງ​ນີ້ ບັນດາ​ຊາ​ວໜຸ່ມ ​ໄດ້​ທັດສະນະ​ສຶກສາ​ເບິ່ງ​ໂຄງການລີ່​​ເລີມການ​ພັດ​ທະນາ​ເຂດ​ສູງ ດອຍ​ຕຸ​ງ ​ຂອງ​​ແມ່​ຟ້າ​ຫຼວງ, ທັດສະນະ​ສຶກສາ ​ແລະ ຮັບ​ຟັງ​ຄວາມ​ເປັນ​ມາ​ຂອງ​ຝິ່ນທີ່​ຫໍ​ຝິ່ນ (Hall of Opium), ທັດສະນະ​ສຶກສາ​ມະຫາວິທະຍາ​ໄລ ​ແມ່​ຟ້າ​ຫຼວງ ​ແຂວງ ຊຽງລາຍ, ພົບ​ປະ​ແລກປ່ຽນກັບ​ນັກ​ສຶກສາ ​ແລະ ​ເຮັດ​ກິດຈະກຳ​ຮ່ວມ​ກັນ, ທັດສະນະ​ສຶກສາ ຮັບ​ຟັງ​ຄວາມ​ເປັນ​ມາ​​ຂອງ​ຊົນ​ເຜົ່າຕ່າງໆ ທີ່​ສູນ​ພັດ​ທະນາ​ລາດ​ຊະ​ດອນ ​ເຂດ​ສູງ (Tribes of Museum), ທັດສະນະ​ສຶກສາ ​ແລະ ​ເຮັດ​ກິດ​ຈະ​ກຳ​ທີ່​ສູນ​ພັດ​ທະນາເສດຖະກິດ​ພໍ​ພຽງ ຫ້ວຍຮ່ອງ​ໄຄຣ້ ຊຶ່ງ​ເປັນ​ໂຄງການ​ລິ​ເລີ່​ມຂອງກະສັດ ພູມີ​ພົນ ​ອະດຸນ​ຍະ​ເດ​ດ, ຢ້ຽມ​ຊົມ​ສະຖານ​ທາງ​ດ້ານ​ວັດ​ທະນະ​ທຳ ພະທາດ​ດອຍ​ສຸ​ເທບ ​ແຂວງ ຊຽງ​ໃໝ່; ທັດສະນະ​ສຶກສາມະຫາວິທະຍາ​ໄລ ຢຸນນານ (Yunnan University), ສູນ​ຄົ້ນ​ນະ​ວັດຕະ​ກຳວິທະຍາສາດ​ທັດສະ​ເປສ (TusKspace), ປູກ​ຕົ້ນ​​ໄມ້​ທີ່​ສວນ​ມິດຕະພາບ ​ແລະ ມີ​ການ​ແລກປ່ຽນ ບົດຮຽນ​ກັບ​ນັກ​ສຶກສາລາ​ວ ຢູ່​ທີ່​ມະຫາວິທະຍາ​ໄລ​ດັ່ງກ່າວ, ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາ​ຂອງກຸ່ມ​ບໍລິສັດ ຢູນນານ ສະ​ເຕດ ຟາມ ຈຳກັດ (Yunnan State Farms Group Company Limited) ທີ່​ດຳ​ເນີນ​ກິດ​ຈະ​ກໍາການ​ປູກ​ຢາງ​ພາລາຢູ່​ບັນດາ​ປະ​ເທດ​ລຸ່ມ​ແມ່​ນ້ຳຂອງເວົ້າ​ລວມ​ ເວົ້າ​ສະ​ເພາະ​ແມ່ນ​ຢູ່​ບັນດາ​ແຂວງ ​ຂອງ ​ສປປ ລາວ, ​ພົບ​ປະແລກປ່ຽນ​ບົດຮຽນກັບ​ນັກທຸລະກິດ​ໜຸ່ມ​ຈີນ, ຮັບ​ຟັງ​ການ​ລາຍ​ງານ​ການພັດທະນາ​ວຽກ​ງານ​ຊາວ​ໜຸ່ມ​ ສປ ຈີນ, ສຽງ​ຂອງຊາວ​ໜຸ່ມ ສປ ຈີນ (Voice of Youth) ​ແລະ ຢ້ຽມ​ຊົມ​ສະຖານ​ທຳ​ມະ​ຊາດມໍຣະດົກ​ໂລກ ປ່າ​ຫີນ (Stone Forest).​

    ໂຄງການ​ຊາວ​ໜຸ່ມ​ເດີນ​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳ​ຂອງ ຄັ້ງ​ນີ້​ຈັດ​ຂຶ້ນ​ເປັນ​ຄັ້ງທີ 12 ​ແລະ ຕາງໜ້າ​ໃຫ້​ຄະນະ​ບໍລິຫານ​ງານ​ຊາ​ວໜຸ່ມ​ກະຊວງ​ຍຸຕິ​ທຳ ກໍ​ໄດ້​ເຂົ້າ​ຮ່ວມ​ໂຄງການຄັ້ງ​ນີ້​ເຊັ່ນ​ກັນ. 

 

 

ຂ່າວ: ສ. ບຸນຄ້ຳ (ນັກ​ຂ່າວ​ກົມ​ສົ່ງ​ເສີມ​ລະບົບ​ຍຸຕິ​ທຳ), ພາບ: ຊາວ​ໜຸ່ມ ສປ ຈີນ