ທ່ານຮອງລັດຖະມົນຕີ ພົບປະໂອ້ລົມພະນັກງານ ກົມທະບຽນສານ

     ຕອນ​ບ່າຍ​ຂອງ​ວັນ​ທີ 16 ມັງກອນ 2017 ທ່ານ ​ໄພ​ວີ ສີ​ບົວ​ລິ​ພາ ​ຮອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທໍາ ​​ໄດ້​ໃຫ້ການ​ໂອ້​ລົມ ​ແລະ ຊີ້​ນໍາ​ພະນັກງານກ​ົມທະບຽນ​ສານ ຊຶ່ງ​​ໃນ​ໂອກາດ​ດັ່ງກ່າວ ທ່ານ ກອງ​ສີ ສາຍ​ສຸດທາ ຮອງ​ຫົວໜ້າ​ກົມ​ທະບຽນ​ສານ​ກໍ​ໄດ້​ລາຍ​ງານການ​​ເຄື່ອນ​ໄຫວປະຕິບັດວຽກ​ງານ​ທະບຽນ​ສານ ​ໃນ​ໄລຍະ 1 ປີຜ່ານມາ​ໃຫ້​ທ່ານ​ຊາບ.

     ກົມ​ທະບຽນ​ສານ ​ເປັນ​ກົມ​ໜຶ່ງ​ທີ່​ຂຶ້ນ​ກັບ​ກະຊວງ​ຍຸຕິ​ທໍາ ປະກອບ​ມີ 3 ພະ​ແນ​ກຄື: ພະ​ແນ​ກຄຸ້ມ​ຄອງ​ບໍລິຫານ, ພະ​ແນ​ກຄຸ້ມ​ຄອງ​ທະບຽນ​ສານ​ທ້ອງ​ຖິ່ນ ​ແລະ ພະ​ແນ​ກສັນຍາ-​ເອະ​ສານ​ທົ່ວ​ໄປ. ມີ​ພະນັກງານ​ທັງ​ໝົດ 23 ຄົນ ຍິງ 9 ຄົນ, ມີຫ້ອງການປະ​ຈໍາ​ຢູ່​ແຂວງ/ນະຄອນຫຼວງ 18 ຫ້ອງການ, ມີ​ໜ່ວຍ​ງານ​ປະ​ຈໍາ​ຢູ່​ແຕ່ລະ​ເມືອງ​ທົ່ວ​ປະ​ເທດ​ 87 ໜ່ວຍ​ງານ (​ແຕ່​ຍັງ​ບໍ່​ທັນ​ໄດ້​ເຄື່ອນ​ໄຫວ​ມີ 28 ​ໜ່ວຍ​ງານ ຍ້ອນ​ບໍ່​ທັນ​ມີ​ກາ​ປະ​ທັບ ​ແລະ ພະນັງານ​ຮັບຜິດຊອບ).

​     ໃນ​ສົກ​ປີ 2015-2016 ​ແລະ 3ເດືອນ​ຂ້າມ​ຜ່ານ ກົມ​ທະບຽນ​ສານ ​ໄດ້​ຄົ້ນຄວ້າ​ຢັ້ງຢືນ​ເອກະສານສັນຍາ ​ແລະ ​ເອກະສານອື່ນໆ​ທັງ​ໝົດ 10.783 ສະບັບ, ​ເກັບ​ຄ່າ​ທໍານຽມ ​ແລະ ຄ່າ​ບໍລິການ​ໄດ້ 550.942.000 ກີບ, ລົງ​ໂຄສະນາ​ເຜີຍ​ແຜ່​ກົດໝາຍ, ຄໍາ​ສັ່ງ​ຂອງ​ນາຍົກ ​ແລະ ນິຕິ​ກໍາ​ຕ່າງໆ​ ກ່ຽວ​ກັບ​ວຽກ​ງານ​ທະບຽນ​ສານຢູ່​ພາກ​ເໜືອ​​ໄດ້ 7 ​ແຂວງ​ ​​ແລະ 37 ​ເມືອງ​ ມີ​ຜູ້​ເຂົ້າ​ຮ່ວມ​ຮັບ​ຟັງ​ທັງ​ໝົດ 2.984 ຄົນ, ຍິງ 679 ຄົນ. ​ເກັບກໍາ​ຂໍ້​ມູນ​ໃນ​ການ​ສ້າງ​ຕັ້ງ​ໜ່ວຍ​ງານ​ທະບຽນ​ສານ​ຂັ້ນ​ເມືອງ ​ໄດ້ 29 ​ເມືອງ. ນອກຈາກ​ນີ້​, ຍັງ​ໄດ້​ສໍາ​ເລັດການ​ສ້າງ​ປື້​ມຄູ່​ມື​ໂຄສະ​ນາ​, ຂຽນຕໍາລາ​ຝືກອົບຮົມວຽກ​ງານ​ທະບຽນ​ສານ ​ແລະ ນິຕິ​ກໍາ​ອື່ນໆ​ຈໍານວນ​ໜຶ່ງ.

​     ເພື່ອ​ເຮັດ​ໃຫ້ການ​ປະຕິບັດ​ວຽກ​ງານ​ມີ​ຄວາມ​ຖືກຕ້ອງ, ວ່ອງ​ໄວ, ສອດຄ່ອງ​ກັບກົດໝາຍ ​ແລະ ​ຕາມ​ຄວາມ​ເປັນ​ຈິງ​ຂອງ​ສັນຍາ ທ່ານຮອງ​ລັດຖະມົນ​ ໄດ້​​ໃຫ້​ທິດ​ຊີ​້ນໍາ​ແກ່ພະນັກກົມ​ທະບຽນ​ສານ ໄດ້ເອົາ​ໃຈ​ໃສ່ປະຕິບັດໜ້າທີ່ວຽກ​ງານຂອງຕົນຕາມພາລະບົດບາດ ເປັນຕົ້ນແມ່ນ ວຽກ​ຄຸ້ມ​ຄອງ​ມະຫາ​ພາກ, ວຽກງານວິຊາສະເພາະໃນການຄົ້ນຄວ້າສັນຍາ, ເອກະສານອື່ນ ໃຫ້ຮັບປະກັນຄຸນນະພາບ ແລະ ສາມາດເຊື່ອຖືໄດ້ໃນສັງຄົມ. ພ້ອມທັງ​​ໃຫ້ສືບ​ຕໍ່ລົງ​ເກັບ​ກໍາ​ຂໍ້​ມູນ​ເພື່ອ​ສ້າງ​ຕັ້ງ​ໜ່ວຍ​ງານ​ຢູ່​​ແຕ່ລະ​ເມືອງ​ໃຫ້​ຄົບ​ຖ້ວນ, ສ້າງ​ແບບ​ແຜນ​ວິທີ​ເຮັດ​ວຽກ​ໃຫ້​ເປັນ​ລະບົບ ແລ ເປັນເອກະພາບກັນ​ລະ​ຫວ່າງ​ສູນ​ກາງ ​ແລະ ທ້ອງ​ຖິ່ນ​​, ​ສ້າງເງື່ອນໄຂຍົກ​ລະດັບ​ຄວາມ​ຮູ້​ຄວາມ​ສາມາດໃຫ້ແກ່ພະນັກງານ ທະບຽນສານ ຊຶ່ງພະນັກງານທຸກຄົນຕ້ອງໄດ້ຜ່ານຝືກອົບຮົມເປັນລະບົບ ແລະ ຕໍ່ເນື່ອງ, ພ້ອມທັງສືບ​ຕໍ່​ໂຄສະນາ​ວຽກງານດັ່ງກ່າວ ເພື່ອ​​ເຮັດໃຫ້​ສັງຄົມ​ໄດ້ຮັບ​ຮູ້​ ​ແລະ ​ເຂົ້າ​ໃຈວຽກ​ງານ​ທະບຽນ​ສານ​ຫຼາຍ​ຂຶ້ນ.