ກົມທະບຽນສານສ້າງຂະບວນການຕ້ອນຮັບກອງປະຊຸມໃຫຍ່

ຕອນບ່າຍຂອງວັນທີ 15 ສິງຫາ 2019 ທີ່ຜ່ານມາ ຢູ່ທີ່ເດີ່ນກິລາເປຕັງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ກົມທະບຽນສານກະຊວງຍຸຕິທໍາ ໄດ້ສ້າງຂະບວນການແຂ່ງຂັນກິລາເປຕັງມິດຕະພາບຮ່ວມກັບກົມກວດກາ, ກົມຈັດຕັ້ງ-ພະນັກງານ ກະຊວງຍຸຕິທໍາ ແລະ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ.
ຈຸດປະສົງ ເພື່ອຂໍານັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ lll ຂອງໜ່ວຍພັກກົມທະບຽນສານ ແລະ ວັນສໍາຄັນຕ່າງໆຂອງພັກ, ຂອງລັດ ພ້ອມດຽວກັນນັ້ນກໍເພື່ອຮັດແໜ້ນຄວາມສາມັກຄີ ລະຫວ່າງ ກົມທະບຽນສານ, ກົມກວດກາ, ກົມຈັດຕັ້ງ-ພະນັກງານ ແລະ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ການແຂ່ງຂັນໃນຄັ້ງນີ້ມີທັງໝົດ 7 ທີມເຂົ້າຮ່ວມ. ໃນນັ້ນ, ກົມທະບຽນສານ 3 ທີມ, ຍິງ 1 ທີມ, ກົມກວດກາ 2 ທີມ, ຍິງ 1 ທີມ, ກົມຈັດຕັ້ງ ແລະ ພະນັກງານ 2 ທີມ, ຍິງ 1 ທີມ. ຜົນຂອງການແຂ່ງຂັນທີມທີ່ໄດ້ລາງວັນຊະນະເລີດອັນດັບ 1 ທີມເປຕັງຊາຍ ກົມທະບຽນສານ, ອັນດັບ 2 ທີມເປຕັງຊາຍ ກົມທະບຽນສານ, ອັນດັບ 3 ທີມເປຕັງຊາຍ ກົມຈັດຕັ້ງ ແລະ ພະນັກງານ ແລະ ທີມຍິງໄດ້ອັນດັບ 1 ໄດ້ແກ່ກົມທະບຽນສານ, ອັນດັບ 2 ແມ່ນກົມກວດກາ, ອັນດັບ 3 ກົມຈັດຕັ້ງ ແລະ ພະນັກງານ ຕະຫຼອດໄລຍະຂອງການແຂ່ງຂັນກິລາແມ່ນເຕັມໄປດ້ວຍບັນຍາກາດອັນດີ, ມີໄມຕີຈິດມິດຕະພາບ ແລະ ຄວາມເບີກບານມ່ວນຊື່ນ.
 

ຂຽນຂ່າວ ແລະ ຖ່າຍພາບໂດຍ: ຂົນ ບຸນທິສານ