ກອງປະຊຸມໃຫຍ່ຄັ້ງທີ lll ຂອງໜ່ວຍພັກກົມຈັດຕັ້ງ ແລະ ພະນັກງານ ກະຊວງຍຸຕິທຳ

ກອງປະຊຸມໃຫຍ່ຄັ້ງທີ lll ຂອງໜ່ວຍພັກກົມຈັດຕັ້ງ ແລະ ພະນັກງານ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 30 ຕຸລາ 2019 ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງກະຊວງຍຸຕິທໍາ ໂດຍການເປັນປະທານຂອງ ສະຫາຍ ບຸນທາ ຊົງເຢີທ່າວ ເລຂາໜ່ວຍພັກ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງຍຸຕິທໍາ, ໃຫ້ກຽດເຂົ້າຮ່ວມມີ ສະຫາຍ ໄຊສີ ສັນຕິວົງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງຍຸຕິທໍາ, ສະຫາຍ ຄຳເສີດ ວິລະພັນ ຮອງເລຂາໜ່ວຍພັກ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ສະຫາຍ ສຸວັນນະພາ ສຸກວິໄລ ກໍາມະການໜ່ວຍພັກ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ມີຜູ້ຕາງໜ້າຈາກໜ່ວຍພັກຫ້ອງການ, ບັນດາກົມ, ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ສະຖາບັນຍຸຕິທຳແຫ່ງຊາດ, ສະພາທະນາຍຄວາມ, ຊາວໜຸ່ມ, ແມ່ຍິງ, ກໍາມະບານ ພ້ອມດ້ວຍສະມາຊິກພັກ ​ພະນັກງານ-ລັດຖະກອນ ກົມຈັດຕັ້ງ ແລະ ພະນັກງານເຂົ້າຮ່ວມທັງໝົດຈຳນວນ 40 ສະຫາຍ, ຍິງ 10 ສະຫາຍ.

ກອງປະຊຸມຄັ້້ງນີ້ ໄດ້ສະຫຼຸບຕີລາຄາຄືນກ່ຽວກັບຜົນຂອງການຈັດຕັ້ງປະຕິບັດວຽກງານຂອງໜ່ວຍພັກກົມຈັດຕັ້ງ ແລະ ພະນັກງານ ໃນໄລຍະ 5 ປີຜ່ານມາ ແລະ ຮັບຮອງເອົາບົດລາຍງານການເມືອງ, ບົດສໍາຫຼວດການນໍາພາລວມຂອງຄະນະໜ່ວຍພັກຊຸດທີ ll ພ້ອມທັງຕີລາຄາສູງໃນຄວາມພະຍາຍາມອັນຕັ້ງໜ້າ ແລະ ຄວາມເປັນເຈົ້າການໃນການ ຈັດຕັ້ງປະຕິບັດໜ້າທີ່ຂອງຕົນໄດ້ຮັບຜົນສຳເລັດຫຼາຍດ້ານ. ໃນນັ້ນ, ໄດ້ຕີລາຄາດ້ານດີທີ່ຕ້ອງໄດ້ສືບຕໍ່ເສີມຂະຫຍາຍ ແລະ ດ້ານອ່ອນຂໍ້ຄົງຄ້າງທີ່ຈະຕ້ອງສືບຕໍ່ປັບປຸງແກ້ໄຂໃນຕໍ່ໜ້າ. ພ້ອມດຽວກັນນັ້ນ ກອງປະຊຸມໄດ້ປ່ອນບັດເລືອກຕັ້ງເອົາຄະນະໜ່ວຍພັກຊຸດໃໝ່ ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ ທັງຖືກຕ້ອງ ແລະ ສອດຄ່ອງກັບມາດຖານ, ເງື່ອນໄຂທີ່ກໍານົດໄວ້ ຊຶ່ງມີຜູ້ລົງສະໝັກເລືອກຕັ້ງ 05 ສະຫາຍ ແລະ ເລືອກໄດ້ 3 ສະຫາຍ ຄື: ສະຫາຍ ບຸນທາ ຊົງເຢີທ່າວ ເປັນເລຂາໜ່ວຍພັກ; ສະຫາຍ ຄໍາເສີດ ວິລະພັນ ເປັນຮອງເລຂາໜ່ວຍພັກ ແລະ ສະຫາຍ ສຸວັນນະພາ ສຸກວິໄລ ເປັນກໍາມະການໜ່ວຍພັກ.​ພ້ອມກັນນັ້ນ, ກອງປະຊຸມຍັງໄດ້ເລືອກຕັ້ງເອົາຜູ້ແທນສົມບູນ ແລະ ສໍາຮອງ ໄປຮ່ວມກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກກະຊວງຍຸຕິທໍາ, ໃນນີ້ມີຜູ້ແທນສົມບູນ 9 ສະຫາຍ ແລະ ຜູ້ແທນສໍາຮອງ 1 ສະຫາຍ.
ກອງປະຊຸມຍັງໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ໄຊສີ ສັນຕິວົງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງຍຸຕິທຳ ຊຶ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການຊີ້ນຳ-ນຳພາຂອງຄະນະໜ່ວຍພັກຊຸດເກົ່າ ທີ່ໄດ້ເອົາໃຈໃສ່ຊີ້ນຳ-ນຳພາ ສະມາຊິກພັກປະຕິບັດໜ້າທີ່ວຽກງານຂອງຕົນໄດ້ຮັບຜົນສຳເລັດເປັນຢ່າງດີ ພ້ອມນັ້ນ ສະຫາຍ ຍັງໄດ້ສະແດງຄວາມເປັນຫ່ວງເປັນໄຍຕໍ່ດ້ານອ່ອນ ແລະ ຂໍ້ຄົງຄ້າງ ຊຶ່ງໄດ້ຮຽກຮ້ອງໃຫ້ຄະນະພັກຊຸດໃໝ່ຕ້ອງໄດ້ສືບຕໍ່ປັບປຸງ, ແກ້ໄຂ. ຈາກນັ້ນ, ສະຫາຍໄດ້ໃຫ້ທິດຊີ້ນໍາບາງວຽກງານທີ່ສໍາຄັນ ຊຶ່ງຈະຕ້ອງສຸມໃສ່ໃນຕໍ່ໜ້າ, ສະຫາຍມີຄວາມເຊື່ອໝັ້ນຕໍ່ຄະນະພັກຊຸດໃໝ່ ທີ່ຈະສືບຕໍ່ຊີ້ນໍາ-ນໍາພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງໜ່ວຍພັກກົມຈັດຕັ້ງ ແລະ ພະນັກງານ ໃຫ້ຍາດໄດ້ຜົນງານ ແລະ ຜົນສໍາເລັດອັນຍິ່ງໃຫຍ່ກວ່າເກົ່າ.

ຂຽນຂ່າວ ແລະ ຖ່າຍພາບ: ຂົນ ບຸນທິສານ.