ກອງປະຊຸມໃຫຍ່ ຄັ້ງທີ VII ຂອງທະນາຍຄວາມທົ່ວປະເທດ

ກອງປະຊຸມໃຫຍ່ ຄັ້ງທີ VII ຂອງທະນາຍຄວາມທົ່ວປະເທດ ໄດ້ຈັດຂຶ້ນໃນວັນທີ 15-16 ທັນວານີ້ ທີ່ຫ້ອງປະຊຸມສູນການຄ້າລາວໄອເຕັກ ຊັ້ນທີ 2 ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບຸນເກີດ ສັງສົມສັກ ເລຂາຄະນະພັກ, ລັດຖະມົນຕີວ່າການກະຊວງຍຸຕິທໍາ, ມີລັດຖະມົນຕີຊ່ວຍວ່າການ, ບັນດາແຂກຖືກເຊີນ ພ້ອມດ້ວຍບັນດາປະທານ-ຮອງປະທານ ຕະຫຼອດຮອດສະມາຊິກທະນາຍຄວາມທີ່ມາຈາກທົ່ວປະເທດ ເຂົ້າຮ່ວມຈຳນວນ 200 ກວ່າທ່ານ.

ກອງປະຊຸມທະນາຍຄວາມທົ່ວປະເທດ ໄດ້ດຳເນີນເປັນເວລາສອງວັນ ໃນງກອງປະຊຸມໄດ້ຜ່ານບົດລາຍງານການເຄື່ອນໄຫວວຽກງານຂອງທະນາຍຄວາມຊຸດທີ VI (2013-2015) ແລະ ທິດທາງແຜນການ 2015-2019; ກອງປະຊຸມໄດ້ມີການປ່ອນບັດຄັດເລືອກເອົາຄະນະບໍລິຫານສະພາທະນາຍຄວາມ ແຫ່ງ ສປປ ລາວ ຊຸດທີ VII.  ກອງປະຊຸມຄັ້ງປະຖົມມະລືກຂອງສະພາທະນາຍຄວາມ ຊຸດທີ VII ໄດ້ຄັດເລືອກເອົາ ທ່ານ ຄຳໃສ ສຸລິນທອນ ເປັນປະທານສະພາທະນາຍຄວາມ ແຫ່ງ ສປປ ລາວ; ທ່ານ ວໍລັດສະໝີ ສຸລິປະພັນ, ທ່ານ ອຸ່ນເຮືອນ ແກ່ນປະເສີດ ແລະ ທ່ານ ນາງ ລຳເງິນ ຄັດສະຫວ່າງ ເປັນຮອງປະທານ, ຄັດເລືອກເອົາ ທ່ານ ອຸ່ນເຮືອນ ແກ່ນປະເສີດ ເປັນປະທານກວດກາ, ທ່ານ ບຸນເລັດ ເທບພິທັກ ເປັນຮອງປະທານກວດກາ ແລະ ທ່ານ ນາງ ກອງສີ ວິໄລວັນ ເປັນຄະນະ.

ໃນໂອກາດນີ້, ທ່ານ ບຸນເກີດ ສັງສົມສັກ, ລັດຖະມົນຕີວ່າການກະຊວງຍຸຕິທຳ ໄດ້ມີຄຳເຫັນໂອ້ລົມຕໍ່ກອງປະຊຸມ ຊຶ່ງກ່ອນອື່ນ ທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ໄຊຊະນະທີ່ສະພາທະນາຍຄວາມ ຊຸດທີ VI ຍາດມາໄດ້ໃນໄລຍະທີ່ຜ່ານມາ (2013-2015). ພ້ອມກັນນີ້, ທ່ານຍັງໄດ້ເນັ້ນບາງບັນຫາທີ່ສໍາຄັນທີ່ຈະຕ້ອງໄດ້ເອົາໃຈໃສ່ ຄື: ຕ້ອງໄດ້ເພີ່ມທະວີການສຶກສາອົບຮົມການເມືອງແນວຄິດ, ຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ ໃຫ້ແກ່ບັນດາສະມາຊິກທະນາຍຄວາມຢ່າງເປັນປົກກະຕິ; ເພີ່ມທະວີ ແລະ ເອົາໃຈໃສ່ປັບປຸງແບບແຜນວິທີນຳພາ, ແບບແຜນວິທີເຮັດວຽກ ແລະ ແບບແຜນວິທີຄຸ້ມຄອງຂອງຄະນະສະພາທະນາຍຄວາມ; ຊຸກຍູ້ປຸກລະດົມຂົນຂວາຍໃຫ້ບັນດາສະມາຊິກທະນາຍຄວາມເຄື່ອນໄຫວປະຕິບັດພັນທະ ແລະ ໜ້າທີ່ວຽກງານຂອງຕົນບົນພື້ນຖານເຄົາລົບ ແລະ ປະຕິບັດຕາມລັດຖະທຳມະນູນ ແລະ ກົດໝາຍຢ່າງເຂັ້ມງວດ ແລະ ສິ່ງທີ່ສຳຄັນຈຳເປັນ ແລະ ຮີບດ່ວນພາຍຫຼັງທີ່ສຳເລັດກອງປະຊຸມໃນຄັ້ງນີ້ ແມ່ນຕ້ອງຮີບຮ້ອນ ແລະ ເອົາໃຈໃສ່ຄົ້ນຄວ້າປັບປຸງກົດໝາຍວ່າດ້ວຍ ທະນາຍຄວາມ ແນໃສ່ຮັບປະກັນ ເນື້ອໃນທີ່ມີຄວາມສອດຄ່ອງກັບສະພາບຈຸດພິເສດ ແລະ ຄວາມເປັນຈິງຂອງສັງຄົມໃນໄລຍະໃໝ່ໄປພ້ອມ; ພ້ອມດຽວກັນນັ້ນ, ຕ້ອງຮີບຮ້ອນ ແລະ ເອົາໃຈໃສ່ຄົ້ນຄວ້າປັບປຸງກົດລະບຽບພາຍໃນຂອງທະນາຍຄວາມ ໃຫ້ສາມາດຮັບປະກັນໄດ້ການເຄື່ອນໄຫວປະຕິບັດພາລະບົດບາດ ແລະ ໜ້າທີ່ຂອງຕົນ.