ເປີດຫ້ອງການຊ່ວຍເຫຼືອລ້າທາງດ້ານກົດໝາຍ

     ພະແນກຍຸຕິທຳແຂວງສະຫວັນນະເຂດ ໄດ້ເປີດຫ້ອງການຊ່ວຍເຫຼືອລ້າທາງດ້ານກົດໝາຍ ໃນຕອນບ່າຍ ຂອງວັນທີ 28 ພະຈິກ 2016 ໂດຍການເປັນປະທານຮ່ວມຂອງ ທ່ານ ໄພວີ ສີບົວລິພາ ຮອງລັດຖະມົນຕີກະຊວງຍຸຕິທຳ, ທ່ານ ພູຂົງ ນາມມະຈັກ ຄະນະປະຈຳພັກແຂວງ ຫົວໜ້າຫ້ອງວ່າການປົກຄອງແຂວງ ສະຫວັນນະເຂດ ແລະ ທ່ານ  ບາລາຊຸບຣາມານຽມ ມູຣາລີ ຮອງຜູ້ຕາງໜ້າອົງການສະຫະປະຊາຊາດເພື່ອການພັດທະນາ ປະຈໍາລາວ ມີແຂກຖືກເຊີນທີ່ມາຈາກຫ້ອງ ການກະຊວງຍຸຕິທຳ, ກົມຈັດຕັ້ງ ແລະ ພະນັກງານ, ກົມສົ່ງເສີມລະບົບຍຸຕິທຳ, ກົມແຜນການ ແລະ ການຮ່ວມມື, ກະຊວງການຕ່າງປະເທດ, ສະພາທະນາຍຄວາມ, ສານປະຊາຊົນແຂວງ, ອົງການໄອຍະການປະຊາຊົນແຂວງ, ສະຫະພັນແມ່ຍິງ ແຂວງ, ສະພາທະນາຍຄວາມແຂວງ, ໂຄງການສະໜັບສະໜູນການຈັດຕັ້ງປະຕິບັດແຜນແມ່ບົດລັດປົກຄອງດ້ວຍກົດໝາຍ (SPLSMP) ແລະ ພະນັກງານ-ລັັດຖະກອນ ພາຍໃນພະແນກຍຸຕິທຳ ເຂົ້າຮ່ວມທັງໝົດ 48 ຄົນ, ຍິງ 17 ຄົນ.

     ທ່ານ ອຸໄພວັນ ໄຊຍະວົງ ຫົວໜ້າພະແນກຍຸຕິທຳແຂວງສະຫວັນນະເຂດ ໄດ້ຂຶ້ນຜ່ານບົດລາຍງານສະພາບລວມຂອງການຈັດຕັ້ງປະຕິບັດວຽກງານການເຂົ້າເຖິງລະບົບຍຸຕິທຳ ຂອງປະຊາຊົນແຂວງສະຫວັນນະເຂດ ໂດຍທ່ານໄດ້ຍົກໃຫ້ ເຫັນສະພາບການຈັດຕັ້ງປະຕິບັດກົດໝາຍ, ການສ້າງສະຕິເຄົາລົບກົດໝາຍ, ການໃຫ້ຄຳປຶກສາທາງດ້ານກົດໝາຍແກ່ປະຊາຊົນບັນດາເຜົ່າທີ່ທຸກຍາກ ດ້ອຍໂອກາດ ຫຼື ຜູ້ຖືກສານຕັດສິນລົງໂທດປະຫານຊີວິດ ໄດ້ມີໂອກາດເຂົ້າເຖິງຂະບວນ ການຍຸຕິທຳ. ລັດຖະມົນຕີກະຊວງຍຸຕິທຳ ຈຶ່ງຕົກລົງເຫັນດີມອບໃຫ້ ພະແນກຍຸຕິທຳແຂວງສະຫວັນນະເຂດ ສົມທົບກັບພາກສ່ວນກ່ຽວຂ້ອງເປີດຫ້ອງການຊ່ວຍເຫຼືອລ້າທາງດ້ານກົດໝາຍຂຶ້ນຫ້ອງການດັ່ງກ່າວແມ່ນຕັ້ງຢູ່ພະແນກຍຸຕິທໍາ ແຂວງສະຫວັນນະເຂດ ໂດຍແມ່ນກົມສົ່ງເສີມລະບົບຍຸຕິທຳ ກະຊວງຍຸຕິທຳ ເປັນຜູ້ຄຸ້ມຄອງມະຫາພາກໃນການຊີ້ນຳຈັດຕັ້ງປະຕິບັດທາງດ້ານວິຊາການ. ຫ້ອງການດັ່ງກ່າວປະກອບມີສອງຫ້ອງເຮັດວຽກມີອຸປະກອບຮັບໃຊ້ວຽກງານ ຊຶ່ງໄດ້ຮັບ ການສະໜັບສະໜຸນຊ່ວຍເຫຼືອຈາກໂຄງການແຜນແມ່ສ້າງລັດທີ່ປົກຄອງດ້ວຍກົດໝາຍ (SPLSMP) ປະກອບມີ: ຄອມພິວເຕີ້ຕັ້ງໂຕະສອງຊຸດ, ຄອມພິວເຕີ້ໂນດບຸກ ໜຶ່ງໜ່ວຍ, ໝໍ້ເກັບໄຟສອງໜ່ວຍ, ເຄື່ອງສາຍ LCD Projector ພ້ອມຜ້າສາຍໜຶ່ງຊຸດ, ເຄື່ອງປິນເຕີ ໜຶ່ງໜ່ວຍ, ເຄື່ອງກະຈາຍສັນຍານວາຍຟາຍ (WIFI) ໜຶ່ງໜ່ວຍ, ລຳໂພງພ້ອມໄມໂຄໂຟນໜຶ່ງຊຸດ, ແຜນປ້ອງກັນໄວຣັສໜຶ່ງແຜ່ນ ພ້ອມທັງໂຕະຕັ່ງ ແລະ ອຸປະກອນຮັບໃຊ້ວຽກງານຈຳນວນໜຶ່ງ ລວມ ມູນຄ່າທັງໝົດ 80.989.500 ກີບ. ປັດຈຸບັນ ກະຊວງຍຸຕິທໍາມີຫ້ອງການຊ່ວຍເຫຼືອລ້າທາງດ້ານກົດໝາຍ ແລ້ວ 5 ແຂວງ ຄື: ຢູ່ພະແນກຍຸຕິທຳແຂວງອຸດົມໄຊ, ໄຊຍະບູລີ, ຊຽງຂວາງ,ນະຄອນຫຼວງວຽງຈັນ ແລະ ຈໍາປາສັກ ບວກໃສ່ຫ້ອງການ ເປີດໃໝ່ຢູ່ພະແນກຍຸຕິທໍາແຂວງສະຫວັນນະເຂດແມ່ນ 6 ແຫ່ງ.

     ໂອກາດດັ່ງກ່າວ ທ່ານ ໄພວີ ສີບົວລິພາ ຮອງລັດຖະມົນຕີກະຊວງຍຸຕິທຳ ໄດ້ຕາງໜ້າໃຫ້ພະນັກງານ-ລັດຖະກອນຂອງຂະແໜງຍຸຕິທຳ ແລະ ພະແນກຍຸຕິທຳແຂວງສະຫວັນນະເຂດ ກ່າວສະແດງຄວາມຂອບໃຈຕໍ່ໂຄງການສະໜັບ ສະໜູນການຈັດຕັ້ງປະຕິບັດແຜນແມ່ບົດພັດທະນາລັດປົກຄອງດ້ວຍກົດໝາຍ (SPLSMP) ຕໍ່ການສະໜັບສະໜູບທາງດ້ານວັດຖຸອຸປະກອນປະກອບໃຫ້ຫ້ອງການຊ່ວຍເຫຼືອລ້າທາງດ້ານກົດໝາຍ ຊຶ່ງໂຄງການດັ່ງກ່າວແມ່ນຄູ່ຮ່ວມພັດ ທະນາຫຼັກຂອງກະຊວງຍຸຕິທຳ ຕະຫຼອດຫຼາຍປີຜ່ານມາ ແລະ ທ່ານຍັງໄດ້ເນັ້ນໃຫ້ພະແນກຍຸຕິທຳ ກໍຄືຫ້ອງການຊ່ວຍເຫຼືອລ້າທາງດ້ານກົດໝາຍ ຈົ່ງນຳໃຊ້ອຸປະກອນເຫຼົ່ານັ້ນເຂົ້າໃນການຈັດຕັ້ງປະບັດວຽກງານໃຫ້ເກີດຜົນປະໂຫຍດສູງສຸດ.

ຂຽນຂ່າວ ແລະ ພາບໂດຍ: ສ. ບຸນຄ້ຳ (ນັກຂ່າວກົມສົ່ງເສີມລະບົບຍຸຕິທຳ)