ການເຄື່ອນໄຫວວຽກງານທາງລັດຖະການ ຢູ່ແຂວງ ສະຫວັນນະເຂດ ແລະ ແຂວງ ເຊກອງ

     ໃນລະຫວ່າງວັນທີ 22-27 ສິງຫາ 2016 ຜ່ານມາ ກົມຄຸ້ມຄອງລະບົບຍຸຕິທຳ, ກະຊວງຍຸຕິທຳ ໄດ້ລົງເຄື່ອນໄຫວວຽກງານທາງລັດຖະການ ຢູ່ແຂວງ ສະຫວັນນະເຂດ ແລະ ແຂວງ ເຊກອງ ໂດຍການນຳພາຄະນະຂອງ ທ່ານ ປທ ບຸນຕາ ສ.ຜາບມີໄຊ ຫົວໜ້າກົມຄຸ້ມຄອງລະບົບຍຸຕິທຳ, ກະຊວງຍຸຕິທຳ.

     ຈຸດປະສົງຂອງການລົງເຮັດວຽກ ແມ່ນເພື່ອລົງເກັບກຳຂໍ້ມູນຕ່າງໆໃນຄົ້ນຄວ້າພິຈາລະນາຄວາມເປັນໄປໄດ້ທີ່ຈະສ້າງຕັ້ງຫ້ອງການຊ່ວຍເຫຼືອລ້າທາງດ້ານກົດໝາຍ ຢູ່ທີ່ພະແນກຍຸຕິທຳ ແຂວງ ສະຫວັນນະເຂດ ແລະ ແຂວງ ເຊກອງ. ການ ລົງເຄື່ອນໄຫວເຮັດວຽກຄັ້ງນີ້, ຄະນະກໍໄດ້ຮັບຟັງການລາຍງານສະພາບການເຄື່ອນໄຫວວຽກຍຸຕິທຳຮາກຖານ ແລະ ຄວາມຮຽກຮ້ອງຕ້ອງການໃນການເຂົ້າເຖິງຄວາມຍຸຕິທຳ ຂອງປະຊາຊົນບັນດາເຜົ່າ, ຄວາມຫຍຸ້ງຍາກໃນການນໍາໃຊ້ວັດຖຸອຸ ປະກອນໃນການເຄື່ອນໄຫວວຽກງານຢູ່ທ້ອງຖິ່ນຂອງທັງສອງພະແນກຍຸຕິທຳແຂວງ. ນອກຈາກນັ້ນ, ທ່ານ ບຸນຕາ ສ.ຜາບມີໄຊ ພ້ອມດ້ວຍຄະນະ ໄດ້ເຂົ້າພົບປະກຳມະການພັກແຂວງ, ຫົວໜ້າຫ້ອງວ່າການປົກຄອງແຂວງສະຫວັນນະເຂດ, ພົບປະຮອງເລຂາພັກແຂວງເຊກອງ, ປະທານສະພາປະຊາຊົນແຂວງ ຜູ້ຊີ້ນຳວຽກງານຍຸຕິທຳ ເພື່ອລາຍງານ ແລະ ປືກສາຫາລື ກ່ຽວກັບຄວາມເປັນໄປໄດ້ທີ່ຈະສ້າງຕັ້ງຫ້ອງການຊ່ວຍເຫຼືອທາງດ້ານກົດໝາຍຢູ່ ສອງແຂວງດັ່ງກ່າວ.

    ໃນການເຄື່ອນໄຫວລົງເກັບກຳຂໍ້ມູນ ຢູ່ ແຂວງ ສະຫວັນນະເຂດ ໃນຄັ້ງນີ້ ມີທ່ານຜູ້ຕາງໜ້າຈາກ ໂຄງການສະໜັບສະໜູນແຜນແມ່ບົດພັດທະນາລັດປົກຄອງດ້ວຍກົດໝາຍ (SPLSMP) ແລະ ທ່ານ ຜູ້ຕາງໜ້າຈາກອົງການມູນນິທິເອ ເຊຍ ປະຈຳລາວ ກໍໄດ້ເຂົ້າຮ່ວມນຳ. ຜ່ານການລົງເຄື່ອນໄຫວວຽກງານເກັບກຳຂໍ້ມູນດັ່ງກ່າວ ແມ່ນເຫັນໄດ້ຫຼາຍບັນຫາສິ່ງທ້າທາຍຫຼາຍປະການ ຊຶ່ງທາງຄະນະລົງເກັບກຳຂໍ້ມູນ ກໍໄດ້ສັງລວມລະອຽດເປັນຂໍ້ມູນພື້ນຖານ ເພື່ອສະເໜີ ແລະ ລາຍ ງານຕໍ່ຄະນະນຳກະຊວງຍຸຕິທຳ ເພື່ອມີທິດຊີ້ນຳໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃນຕໍ່ໄປ.

    

ຂ່າວໂດຍ: ສ. ບຸນຄ້ຳ, ຖ່າຍພາບໂດຍ: ດາວັນ ມາລິຍາ