ພິທີມອບ-ຮັບ ໜ້າທີຫົວໜ້າກົມກົດໝາຍ ກະຊວງຍຸຕິທຳ

ທ່ານ ໄຊສີ ສັນຕິວົງ

     ຕອນບ່າຍຂອງວັນທີ 13 ພຶດສະພາ 2016 ຢູ່ທີ່ຫ້ອງປະຊຸມຂອງກະຊວງຍຸຕິທຳ ໄດ້ມີພິທີມອບ-ຮັບ ໜ້າທີຫົວໜ້າກົມກົດໝາຍ, ກະຊວງຍຸຕິທຳ ລະຫວ່າງ ທ່ານ ນາງ ບຸນພອນ ເຮືອງມະນີ ຫົວໜ້າກົມກົດໝາຍ (ຜູ້ເກົ່າ) ແລະ ທ່ານ ອິນທະປັນຍາ ຂຽວວົງພະຈັນ ຮັກສາການຫົວໜ້າກົມກົດໝາຍ (ຜູ້ໃໝ່); ໃຫ້ກຽດເປັນປະທານໂດຍ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ, ມີທ່ານ ຮອງລັດຖະມົນຕີ,  ທ່ານ ຫົວໜ້າຫ້ອງການ, ບັນດາຫົວໜ້າກົມ, ຫົວໜ້າສູນແກ້ໄຂຂໍ້ແຍ່ງທາງດ້ານເສດ ຖະກິດ, ຫົວໜ້າສະຖາບັນຍຸຕິທຳແຫ່ງຊາດ ພ້ອມດ້ວຍພະນັກງານວິຊາການກົມກົດໝາຍເຂົ້າຮ່ວມເປັນສັກຂີພິຍານ.

     ໃນໂອກາດດັ່ງກ່າວ ທ່ານ ນາງ ບຸນພອນ ເຮືອງມະນີ ໄດ້ສະຫຼຸບຕີລາຄາຄືນໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະທີ່ຕົນຮັບຜິດຊອບໃນໄລຍະ 6 ປີຜ່ານມາ ຊຶ່ງໄດ້ຍົກໃຫ້ເຫັນພາລະບົດບາດ, ສິດ ແລະ ໜ້າທີ່, ຜົນງານທີ່ພົ້ນເດັ່ນ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ບົດຮຽນທີ່ຖອດຖອນໄດ້ ພ້ອມທັງກ່າວອຳລາໜ້າທີ່.

     ຕອນທ້າຍຂອງພິທີ ທ່ານ ລັດຖະມົນຕີກະຊວງຍຸຕິທຳ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາຂອງທ່ານຫົວໜ້າກົມກົດໝາຍຜູ້ເກົ່າ ຊຶ່ງໄດ້ເຮັດໃຫ້ວຽກງານມີຜົນງານອັນພົ້ນເດັ່ນ ແລະ ສໍາເລັດຕາມ

ລະດັບຄາດໝາຍ; ຈາກນັ້ນ, ທ່ານ ໄດ້ໃຫ້ທິດຊີ້ນຳໃຫ້ແກ່ຜູ້ຮັກສາການຫົວໜ້າກົມກົດໝາຍ, ກະຊວງຍຸຕິທຳ ຜູ້ໃໝ່ ຈົ່ງສືບຕໍ່ຮັກສາມູນເຊື້ອທີ່ດີ ແລະ ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ຂອງຕົນທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້.

ຂ່າວໂດຍ: ວຽງໄຊ ແກ້ວວິໄລໃສສະຫງ່າ