ກະຊວງຍຸຕິທໍາຮ່ວມກັບ ກະຊວງກະສິກໍາ ແລະ ປ່າໄມ້ ຈັດກອງປະຊຸມກວດກາຄວາມສອດຄ່ອງທາງດ້ານກົດໝາຍ

ກອງປະຊຸມກວດກາຄວາມສອດຄ່ອງທາງດ້ານກົດໝາຍຂອງຮ່າງດຳລັດວ່າດ້ວຍການເຄື່ອນຍ້າຍ, ນໍາເຂົ້າ, ສົ່ງອອກ, ສົ່ງຜ່ານ ສັດ, ສັດນໍ້າ, ຜະລິດຕະພັນ ສັດ ແລະ ສັດນໍ້າ

 

         ໃນລະຫວ່າງວັນທີ 21-22 ມີນາ 2024 ຢູ່ ຫ້ອງປະຊຸມ ຣີສອດ ນາປ່າກວາງ ເມືອງແກ້ວອຸດົມ ແຂວງວຽງຈັນ ກົມກົດໝາຍ ກະຊວງຍຸຕິທຳ ໄດ້ສົມທົບກັບ ກົມລ້ຽງສັດ ແລະ ການປະມົງ ກະຊວງກະສິກຳ ແລະ ປ່າໄມ້ ຈັດກອງປະຊຸມກວດກາຄວາມສອດຄ່ອງທາງດ້ານກົດໝາຍຂອງຮ່າງການເຄື່ອນຍ້າຍ, ນໍາເຂົ້າ, ສົ່ງອອກ, ສົ່ງຜ່ານ ສັດ, ສັດນໍ້າ, ຜະລິດຕະພັນ ສັດ ແລະ ສັດນໍ້າ ໃຫ້ກຽດເປັນປະທານໂດຍ ທ່ານ ກົງຈີ ຢ່າງຈື່ ຮອງລັດຖະມົນຕີກະຊວງຍຸຕິທຳ ແລະ ທ່ານ ກິແກ້ວ ສີງນາວົງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ມີ ຜູ້ຕາງໜ້າຈາກ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ກົມກົດໝາຍ ກະຊວງຍຸຕິທຳ ແລະ ຄະນະຮັບຜິດຊອບປັບປຸງຮ່າງດຳລັດ ຊຶ່ງມີຜູ້ເຂົ້າຮ່ວມທັງໝົດຈຳນວນ 24 ທ່ານ, ຍິງ 06 ທ່ານ.

      ກອງປະຊຸມ ໄດ້ຄົ້ນຄວ້າປຶກສາຫາລືກ່ຽວກັບ ການປັບປຸງເນື້ອໃນຮ່າງດຳລັດວ່າດ້ວຍການເຄື່ອນຍ້າຍ, ນໍາເຂົ້າ, ສົ່ງອອກ, ສົ່ງຜ່ານ ສັດ, ສັດນໍ້າ, ຜະລິດຕະພັນ ສັດ ແລະ ສັດນໍ້າ ເພື່ອເຮັດໃຫ້ຮ່າງດຳລັດມີເນື້ອໃນຄົບຖ້ວນ, ສົມບູນ ແລະ ຮັດກຸມ ແລະ ສາມາດນຳໄປຈັດຕັ້ງປະຕິບັດ. ໃນກອງປະຊຸມ ຜູ້ເຂົ້າຮ່ວມ ກໍໄດ້ມີການສົນທະນາ ແລະ ແລກປ່ຽນຄວາມຄິດເຫັນ ຢ່າງກົງໄປກົງມາ ແລະ ດ້ວຍບັນຍາກາດຟົດຟື້ນ.

ຊຶ່ງຮ່າງດໍາລັດສະບັບນີ້ ກຳນົດ ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບ ການຄຸ້ມຄອງ, ຕິດຕາມກວດກາ ວຽກງານເຄື່ອນຍ້າຍ, ນໍາເຂົ້າ, ສົ່ງອອກ, ສົ່ງຜ່ານ ສັດ, ສັດນໍ້າ, ຜະລິດຕະພັນ ສັດ ແລະ ສັດນໍ້າ ເພື່ອໃຫ້ວຽກງານດັ່ງກ່າວ ດໍາເນີນໄປຢ່າງມີປະສິດທິພາບ ແນ່ໃສ່ ປ້ອງກັນ, ສະກັດກັ້ນການລະບາດຂອງພະຍາດ ສັດ ແລະ ສັດນໍ້າ, ເຮັດໃຫ້ຊີວິດ ແລະ ສຸຂະພາບຂອງ ຄົນ, ສັດ, ສັດນໍ້າ ແລະ ສິ່ງແວດລ້ອມ ມີຄວາມປອດໄພ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງຊາດ. ການເຄື່ອນຍ້າຍ ສັດ, ສັດນໍ້າ, ຜະລິດຕະພັນ ສັດ ແລະ ສັດນໍ້າ ແມ່ນ ທຸກການ ຂົນສົ່ງ ສັດ, ສັດນໍ້າ, ຜະລິດຕະພັັນ ສັດ ແລະ ສັດນໍ້າ ຈາກ ເຂດໜຶ່ງໄປຫາເຂດອື່ນ ຢູ່ ພາຍໃນປະເທດ. ການນໍາເຂົ້າ, ສົ່ງອອກ, ສົ່ງຜ່ານ ສັດ, ສັດນໍ້າ, ຜະລິດຕະພັນ ສັດ ແລະ ສັດນໍ້າ ແມ່ນ ການນໍາເອົາ ສັດ, ສັດນໍ້າ, ຜະລິດຕະພັນ ສັດ ແລະ ສັດນໍ້າ ເຂົ້າ ອອກ ດິນແດນຂອງ ສປປ ລາວ. ຈາກນັ້ນ, ປະທານກອງປະຊຸມ ກໍໄດ້ສະແດງຄວາມຂອບໃຈ ມາຍັງບັນດາທ່ານ ທີ່ໄດ້ສະລະເວລາ ເຂົ້າຮ່ວມໃນການຄົ້ນຄວ້າ ແລະ ປະກອບຄຳເຫັນໃສ່ຮ່າງດຳລັດ ໃຫ້ມີເນື້ອໃນຄົບຖ້ວນ, ສົມບູນ ແລະ ຮັດກຸມຂຶ້ນ.

ຂ່າວ-ພາບ ໂດຍ: ກົມກົດໝາຍ, ກະຊວງຍຸຕິທໍາ