ສ້າງຂະບວນການແຂ່ງຂັນກິລາເຕະບານຊິງຂັນເລຂາຄະນະບໍລິຫານງານພັກກະຊວງຍຸຕິທຳ

    ເພື່ອເປັນການຂ່ຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 63 ປີ (ວັນທີ 22/3/1955 - ວັນທີ 22/3/2018) ໃຫ້ດຳເນີນໄປຢ່າງຟົດຟື້ນ, ຄະນະບໍລິຫານງານພັກກະຊວງຍຸຕິທຳ ໄດ້ຈັດຂະບວນການແຂ່ງຂັນກິລາບານເຕະຂຶ້ນ ໃນລະຫວ່າງວັນທີ 22 ກຸມພາ ຫາ 16 ມີນາ 2018 ທີ່ເດີນກິລາບານເຕະ ກົມຄຸ້ມຄອງການຈັດຕັ້ງປະຕິບັດຄຳຕັດສິນຂອງສານ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທ່ານຂອງ ທ່ານ ໄຊສີ ສັນຕີວົງ ລັດຖະມົນຕີ ກະຊວງຍຸຕິທຳ, ທ່ານ ປອ. ເສີມສຸກ ສິມພະວົງ ຮອງລັດຖະມົນຕີ, ທ່ານ ໄພວີ ສີບົວລິພາ ຮອງລັດຖະມົນຕີ, ມີທ່ານຫົວໜ້າ ແລະ ຮອງຫົວໜ້າຫ້ອງການ, ບັນດາທ່ານ ຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກ ພ້ອມດ້ວຍພະນັກງານວິຊາການພາຍໃນກະຊວງເຂົ້າຮ່ວມຢ່າງພ້ອມພຽງ.

     ທ່ານ ປອ. ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທຳ ໄດ້ໃຫ້ກຽດຂຶ້ນກ່າວເປີດພິທີພ້ອມທັງແຈ້ງຈຸດປະສົງຂອງການແຂ່ງຂັນກິລາໃນຄັ້ງນີ້, ກິລາບານເຕະຊີງຂັນເລຂາຄະນະບໍລິຫານງານພັກກະຊວງຍຸຕິທຳ ແມ່ນເພື່ອເປັນການສະເຫຼີມສະຫຼອງວັນສຳຄັນຕ່າງໆຂອງຊາດ ໂດຍສະເພາະແມ່ນວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 63 ປີ ທີ່ຈະມາເຖິງ, ນອກນັ້ນ, ຍັງເປັນການຮັດແໜ້ນຄວາມສາມັກຄີຂອງພະນັກງານອ້ອມຂ້າງກະຊວງຍຸຕິທໍາ.

ສໍາລັບການແຂ່ງຂັນປະກອບ ມີ 12 ທີມ ( 6 ຄູ່) ດັ່ງນີ້:

ຄູ່ທີ 1: ກົມຈັດຕັ້ງ ແລະ ພະນັກງານ ພົບກັບ ກົມໂຄສະນາເຜີຍແຜ່ກົດໝາຍ;

ຄູ່ທີ 2: ກົມກວດກາ ແລະ ປະເມີນຜົນນິຕິກຳ ພົບກັບ ຫ້ອງການກະຊວງ;

ຄູ່ທີ 3: ກົມຄຸ້ມຄອງການຈັດຕັ້ງປະຕິບັດຄຳຕັດສິນຂອງສານ ພົບກັບ ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ;

ຄູ່ທີ 4: ກົມສົ່ງເສີມລະບົບຍຸຕິທຳ ພົບກັບ ສະຖາບັນຍຸຕິທຳແຫ່ງຊາດ;

ຄູ່ທີ 5: ກົມຮ່ວມມືສາກົນ ພົບກັບ ກົມທະບຽນສານ;

ຄູ່ທີ 6: ກົມກົດໝາຍ ພົບກັບ ກົມກວດກາ.

ຄູ່ເປີດເດີ່ນ ແມ່ນກົມຈັດຕັ້ງ ແລະ ພະນັກງານ ພົບກັບ ກົມໂຄສະນາເຜີຍແຜ່ກົດໝາຍ ຜ່ານການແຂ່ງຂັນໃນເວລາປົກກະຕິ ແມ່ນສະເໝີກັນ 1-1, ຈາກນັ້ນ, ກໍໄດ້ຍິງລູກຈຸດໂທດເພື່ອຊອກຫາທີມຊະນະ ຜົນປະກົດວ່າທີມກົມໂຄສະນາເຜີຍແຜ່ກົດໝາຍຊະນະໄປດ້ວຍ 3-2 ປະຕູ. ສ່ວນຄູ່ທີ 2 ແມ່ນກົມກວດກາ ແລະ ປະເມີນຜົນນິຕິກຳ ພົບກັບ ຫ້ອງການກະຊວງ ຊຶ່ງໃນຄູ່ນີ້ແມ່ນຊະນະກັນໃນເວລາປົກກະຕິ ຜົນປະກົດວ່າທີມກົມກວດກາ ແລະ ປະເມີນຜົນນິຕິກຳ ຊະນະດ້ວຍ 2-1 ປະຕູ.

ຂຽນຂ່າວ-ຖ່າຍພາບ: ບຸນຖອມ ພະສະແຫວງ