ສະຫະພັນແມ່ຍິງ ກະຊວງຍຸຕິທຳ ມອບປື້ມກົດໝາຍໃຫ້ແກ່ກອງພັນຂົນສົ່ງ 401

     ເນື່ອງ​ໃນ​ໂອກາດ​ວັນ​ສ້າງ​ຕັ້ງ​ກອງ​ທັບ​ປະຊາຊົນ​ລາວ ທີ່ໝູນວຽນມາ​ບັນຈົບ​ ຄົບຮອບ 69 ປີ (ວັນ​ທີ 20 ມັງກອນ 1949-20 ມັງກອນ 2018) ດັ່ງ​ນັ້ນ​ ໃນ​ຕອນ​ບ່າຍ​ຂອງ​ວັນ​ທີ 29 ມັງກອນ 2018 ທ່າ​ນນາງ​ ດວງ​ມະນີ ​ລາວ​ມາວ ກຳມະການຄະນະ​ບໍລິຫານ​ງານ​ພັກ​ກະຊວງ​, ປະທານ​ສະຫະພັນ​ແມ່ຍິງ ກະຊວງ​ຍຸຕິ​ທຳ ​ໄດ້​ນຳພາ​ເອື້ອຍ​ນ້ອງ​ແມ່ຍິງ​ຂອງ​ກະຊວງ​ຍຸຕິ​ທຳ, ໄປ​ມອບ​ປື້​ມກົດໝາຍ​ ຈຳນວນ 10 ຊຸດ, ​ເງິນສົດ ຈຳນວນ 3 ລ້ານ​ກີບ ​ແລະ ​ເຄື່ອງ​ອຸປະ​ໂພ​ກຈຳນວນໜຶ່ງ ລວມມູນ​ຄ່າ 6,700,000 ກີບ ໃຫ້​ແກ່​ອ້າຍ​ນ້ອງ​ທະຫານ ກອງພັນ​ຂົນ​ສົ່ງ 401  ທີ່ບ້ານໜອງພະຍາ, ​ເມືອງ​ໄຊ​ທານີ, ນະຄອນຫຼວງວຽງຈັນ.

     ຊື່​ງກ່າວຮັບ​​ໂດຍ​ທ່ານ​ ພັທ ຄຳ​ສອນ ຂັນທະ​ຈັກ ຫົວໜ້າຫ້ອງການ​ການ​ເມືອງ ກອງພັນ​ຂົນ​ສົ່ງ 401 ມີ​ພະນັກງານ​, ນາຍ ​ແລະ ພົນທະຫານທັງ​ສອງ​ຝ່າຍ​ຮ່ວມ​ເປັນ​ສັກຂີ​ພິຍານ.

     ​ໃນ​ໂອກາດ​ດັ່ງກ່າວ ທ່ານ ພັທ ຄຳ​ສອນ ຂັນທະ​ຈັກ ຫົວໜ້າຫ້ອງການ​ການ​ເມືອງ ກອງພັນ​ຂົນ​ສົ່ງ 401  ກໍ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຢ່າງ​ສູງ ຕໍ່​ກັບທາງ​ສະຫະພັນ​ແມ່ຍິງ​ກະຊວງ​ຍຸຕິ​ທຳ ທີ່​ຍາມ​ໃດ​ກໍ​ຍັງ​ເປັນ​ຫ່ວງ​ເປັນ​ໃຍ​ຕໍ່​ອ້າ​ຍນ້ອງ​ນັກຮົບ  ​ແລະ ນຳ​ເອົາ​ປື້​ມກົດໝາຍມາ​ມອບ​ໃຫ້​ເພື່ອ​ເປັນ​ບ່ອນ​ອີງ​ໃຫ້​ແກ່​ການ​ປະຕິບັດໜ້າທີ່​ວຽກງານ ​ໂດຍ​ສະ​ເພາະ​ແມ່ນ​ການ​ຫັນ​ການ​ຄຸ້ມ​ຄອງ​ຊີ້​ນຳ-ບັນຊາ ຖັນ​ແຖວ​ນັກຮົບ ​ເຂົ້າ​ສູ່​ກົດໝາຍ​ເທື່ອ​ລະ​ກ້າວ ທ່ານ​ໄດ້​ເນັ້ນໜັກ​ວ່າ​ຈະ​ນຳ​ເອົາ​ເຄື່ອງ​ທີ່​ໄດ້​ຮັບ​ໃນ​ຄັ້ງ​ນີ້ ໄປໝູນ​ໃຊ້​ເຂົ້າ​ໃນການ​ເຄື່ອນ​ໄຫວ​ປະຕິບັດໜ້າທີ່​ວຽກງານຂອງ​ຕົນໃຫ້​ເກີດ​ຜົນ​ປະ​ໂຫຍດສູງ​ສຸດ.

     ຈາກ​ນັ້ນ​ທັງ​ສອງ​ພາກສ່ວນກໍ​​ໄດ້ຮ່ວມ​ກັນ​​ແຂ່ງຂັນ​ກິລາ​ເປ​ຕັງ​ເພື່ອ​ສ້າງ​ຄວາມ​ສາມັກຄີຮັກ​ແພງ ຊົມ​ເຊີຍ ​ແລະ ສະ​ເຫຼີມສະຫຼອງ​ວັນ​ສ້າງ​ຕັ້ງ ກອງທັບ​ປະຊາຊົນ​ລາວ ຊຶ່ງ​ບັນຍາກາດການ​ພົບ​ປະ ​ແລະ ​ແຂ່ງຂັນ​ກິລາ​ໃນ​ຄັ້ງ​ນີ້​ເຕັມ​ໄປ​ດ້ວຍ​ຄວາມເບີກບານ​ມ່ວນ​ຊື່ນ.

ຂ່າວ: ອ່ອນ​ຄຳ ​ໄຊ​ຍະ​ວົງ ພາບ: ສົມ​ຫັວງ