ຄະນະນໍາ ກະຊວງຍຸຕິທໍາ ແຫ່ງ ສປປ ລາວ ເຂົ້າຮ່ວມພິທີວາງພວງມາລາຕໍ່ການເສຍຊີວິດຂອງອະດີດປະທານປະເທດ ແຫ່ງ ສສ ຫວຽດນາມ.

    ໃນຕອນບ່າຍຂອງວັນທີ 26 ກັນຍາ 2018, ຄະນະນໍາ ແລະ ພະນັກງານ-ລັດຖະກອນ ກະຊວງຍຸຕິທໍາແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມພິທີວາງພວງມາລາຕໍ່ການເສຍຊີວິດຂອງ ອະດີດປະທານປະເທດ ສສ. ຫວຽດນາມ ແລະ ຂຽນປຶ້ມ ທີ່ຫໍຊາປະນະກິດສົບ, ເພື່ອສະແດງຄວາມໄຫວ້ອາໄລ ແລະ ເສຍໃຈຢ່າງສຸດຊຶ້ງ ຕໍ່ການຈາກໄປຢ່າງບໍ່ມີວັນກັບມາຂອງ ສະຫາຍ ເຈິ່ນ ດ໋າຍ ກວາງ, ປະທານປະເທດ ແຫ່ງ ສສ. ຫວຽດນາມ, ຜູ້ທີ່ບໍ່ພຽງແຕ່ເປັນຜູ້ນໍາທີ່ສໍາຄັນຂອງ ສສ. ຫວຽດນາມ, ສະຫາຍ ເຈິ່ນ ດ໋າຍ ກວາງ ແມ່ນໜຶ່ງໃນບັນດາການນໍາຂອງ ສສ. ຫວຽດນາມ ທີ່ໄດ້ປະກອບສ່ວນສໍາຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະແມ່ນການຮ່ວມມືລະຫວ່າງສອງກະຊວງຍຸຕິທໍາ ລາວ-ຫວຽດນາມ ຕະຫຼອດໄລຍະຜ່ານມາ, ເຮັດໃຫ້ການພົວພັນຮ່ວມມືລະຫວ່າງສອງກະຊວງຍຸຕິທໍາ ລາວ-ຫວຽດນາມ ເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ.

    ການຈາກໄປຂອງສະຫາຍ ບໍ່ພຽງແຕ່ເປັນການສູນເສຍຜູ້ນໍາທີ່ເຄົາລົບຮັກຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ ແຕ່ຍັງເປັນການສູນເສຍ ເພື່ອນສະຫາຍທີ່ໃກ້ຊິດ ສະໜິດສະໜົມ ຜູ້ທີ່ຮັກຂອງພັກ, ລັດ ແລະ ປະຊາຊົນລາວ ອີກດ້ວຍ.

ຂ່າວ-ພາບ: ຂົນ ບຸນທິສານ