ກະຊວງຍຸຕິທໍາ ຈັດກິດຈະກຳປູກຕົ້ນໄມ້ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ

ກະຊວງຍຸຕິທໍາ ຈັດກິດຈະກຳປູກຕົ້ນໄມ້ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ (1 ມິຖຸນາ 2024)

        ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດຄົບຮອບ 44 ປີ (1/6/1980-1/6/2024) ແລະ ວັນເດັກນ້ອຍສາກົນ ກະຊວງຍຸທຳ ໄດ້ຈັດກິດຈະກຳ ປູກຕົ້ນໄມ້ ແລະ ໃສ່ຝຸ່ນຕົ້ນໄມ້ (ທີ່ໄດ້ປູກຜ່ານມາ) ຂຶ້ນ ໃນຕອນເຊົ້າຂອງວັນທີ 31 ພຶດສະພາ 2024 ທີ່ກະຊວງຍຸຕິທຳ. ເປັນກຽດເຂົ້້າຮ່ວມ ແລະ ນຳພາໂດຍ ທ່ານ ໄພວີ ສີບົວລິພາ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີ ກະຊວງຍຸຕິທໍາ, ມີຄະນະພັກ, ຄະນະນຳ, ຫົວໜ້າກົມ, ຮອງກົມ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມຢ່າງພ້ອມພຽງ.

        ຈຸດປະສົງເພື່ອເປັນການສະເຫຼີມຫຼອງວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ເພື່ອໃຫ້ເປັນຂະບວນການຟົດຟື້ນ ທັງເປັນການປະກອບສ່ວນຟື້ນຟູສະພາບແວດລ້ອມ, ສ້າງພື້ນທີ່ໃຫ້ເປັນສີຂຽວ ແລະ ເພື່ອຄວາມອຸດົມສົມບູນໃຫ້ແກ່ທຳມະຊາດ ຕາມແນວທາງຂໍ້ລິເລີ່ມເຂດສີຂຽວ ຂອງລັດຖະບານ ສປປ ລາວ ທີ່ວາງເປົ້າໝາຍ ໃນຂອບເຂດທົ່ວປະເທດ.   ສໍາລັບຕົ້ນໄມ້ ທີ່ນໍາມາປູກໃນຄັ້ງນີ້ ປະກອບມີຕົ້ນໄມ້ປະດັບ ໂດຍສະເພາະແມ່ນຕົ້ນດອກຈໍາປາ ພ້ອມກັນນັ້ນຍັງມີຕົ້ນໄມ້ໃຫ້ໝາກ ແລະ ຕົ້ນໄມ້ອຸດສາຫະກໍາດ້ວຍ.

ຂ່າວ-ພາບ: ກະຊວງຍຸຕິທໍາ