ກະຊວງຍຸຕິທຳ ສະເຫຼີມສະຫຼອງວັນເດັກນ້ອຍສາກົນ ວັນທີ 1 ມິຖຸນາ

ກະຊວງຍຸຕິທຳ ສະເຫຼີມສະຫຼອງວັນເດັກນ້ອຍສາກົນ ວັນທີ 1 ມິຖຸນາ

*********************

       ເພື່ອເປັນການສະເຫຼີມສະຫຼອງວັນເດັກນ້ອຍສາກົນວັນທີ 1 ມິຖຸນາ ຄົບຮອບ 100 ປີ (1 ມິຖຸ ນາ 1924-1 ມິຖຸນາ 2024) ໃນຕອນເຊົ້າຂອງວັນທີ 03 ມິຖຸນາ 2024 ນີ້ ກະຊວງຍຸຕິທຳ ໄດ້ຈັດພິທີສະເຫຼີມສະຫຼອງວັນເດັກນ້ອຍສາກົນ ຂຶ້ນ ໂດຍການເປັນປະທານຂອງທ່ານ ໄພວີ ສີບົວລິພາ ກໍາມະການສູນກາງພັກ ລັດຖະມົນຕີກະຊວງຍຸຕິທຳ, ມີທ່ານຮອງລັດຖະມົນຕີ, ບັນດາຫົວໜ້າ-ຮອງຫົວໜ້າກົມ, ຫົວໜ້າ-ຮອງຫົວໜ້າພະແນກ ຕະຫຼອດພະນັກງານລັດຖະກອນ ພ້ອມດ້ວຍຫຼານນ້ອຍ ເຂົ້າຮ່ວມຢ່າງພ້ອມພຽງ.

        ໃນພິທີ ທ່ານ ບຸນທາ ຊົງເຢີທ່າວ ຮອງລັດຖະມົນຕີກະຊວງຍຸຕິທຳ ປະທານຄະນະກໍາມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ກໍໄດ້ຍົກໃຫ້ເຫັນເຖິງວັນສໍາຄັນບາງຕອນວ່າ ວັນເດັກນ້ອຍສາກົນ ວັນທີ 1 ມິຖຸນາ ແມ່ນເປັນວັນທີ່ມີຄວາມໝາຍຄວາມສຳຄັນທາງດ້ານປະຫວັດສາດກ່ຽວກັບສິດທິຂອງເດັກ, ໂດຍສະເພາະແມ່ນການປ້ອງກັນ ແລະ ລຶບລ້າງການໃຊ້ຄວາມຮຸນແຮງຕໍ່ເດັກ, ການໃຊ້ແຮງງານ ແລະ ການຄ້າປະເວນີເດັກ ເພື່ອແນໃສ່ເຮັດໃຫ້ເດັກນ້ອຍໄດ້ຮັບຄວາມຮັກທີ່ອົບອຸ່ນ ແລະ ການເບິ່ງແຍງເອົາໃຈໃສ່ເປັນຢ່າງດີຈາກຄອບຄົວ, ຊຸມຊົນ ແລະ ສັງຄົມ ເຮັດໃຫ້ເຂົາເຈົ້າເຕີບໃຫຍ່ກາຍເປັນຄົນດີຂອງສົງຄົມ ຊຶ່ງຢູ່ບັນດາປະເທດ ກໍໄດ້ມີການສະເຫຼີມສະຫຼອງ ເພື່ອເຫັນໄດ້ຄວາມໝາຍ ແລະ ຄວາມສໍາຄັນໃນວັນດັ່ງກ່າວ ຕາມເງື່ອນໄຂຕົວຈິງຂອງແຕ່ລະປະເທດ, ສຳລັບ ສປປ ລາວ ພັກ ແລະ ລັດຖະບານ ກໍໄດ້ເອົາໃຈໃສ່ ແລະ ໃຫ້ຄວາມສຳຄັນໃນວຽກງານການສົ່ງເສີມ, ການປົກປ້ອງ ແລະ ພັດທະນາເດັກ ໃນນີ້ໄດ້ປະກາດໃຊ້ ກົດໝາຍວ່າດ້ວຍການປົກປ້ອງສິດ ແລະ ຜົນປະ ໂຫຍດຂອງເດັກ, ການແຍກການດໍາເນີນຄະດີເດັກອອກຈາກຂະບວນການດຳເນີນຄະດີອາຍາກັບຜູ້ໃຫຍ່ ແລະ ມາດຕະການອື່ນໆ ຊຶ່ງໄດ້ກໍານົດໄວ້ໃນປະມວນກົດໝາຍອາຍາ ແລະ ປະມວນກົດໝາຍແພ່ງ ໂດຍມອບໝາຍໃຫ້ອົງການທີ່ກ່ຽວຂ້ອງ ຈັດກິດຈະກຳຕ່າງໆ ໃນວັນທີ 1 ເດືອນ 6 ຂອງທຸກໆປີ ເພື່ອສະເຫຼີມສະຫຼອງວັນເດັກນີ້ໃຫ້ເປັນຂະບວນຟົດຟື້ນ ພາຍໃຕ້ຄໍາຂວັນ ສ້າງອະນາຄົົົົົດທີ່ຍືນຍົງ ຄືການສ້າງຄວາມເຂັ້ມແຂງໃຫ້ແກ່ເດັກ; ຫຼັງຈາກນັ້ນຜູ້ເຂົ້າຮ່ວມ ກໍໄດ້ຮັບຊົມການສະແດງສິລະປະຈາກຫຼານນ້ອຍ ແລະ ການຈັດກິດຈະກຳຖາມ-ຕອບເພື່ອຮັບຂອງລາງວັນ ເຊິ່ງບັນ ຍາກາດເຕັມໄປດ້ວຍຄວາມເບີກບານມວ່ນຊື່ນ.

ຂ່າວ-ພາບ: