ກະຊວງຍຸຕິທຳສະຫຼຸບຜົນງານປະຈຳປີ 2018 ແລະ ສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2562

ພິທີດັ່ງກ່າວໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 12 ເມສາ 2019 ທີ່ ກະຊວງຍຸຕິທຳ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ, ມີບັນດາທ່ານຮອງລັດຖະມົນຕີ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ບັນດາກົມ, ສກສ, ສະຖາບັນຍຸຕິທຳແຫ່ງຊາດ, ພະນັກງານອາວຸໂສບຳນານ ຕະຫຼອດຮອດພະນັກງານ-ລັດຖະກອນ ກະຊວງຍຸຕິທຳເຂົ້າຮວ່ມຢ່າງພ້ອມພຽງ.

ໃນພິທີ ທ່ານ ບຸນທາ ຊົງເຢີທ່າວ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກໍໄດ້ຂຶ້ນຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງຍຸຕິທຳ ວ່າດ້ວຍ ການຍ້ອງຍໍ ແລະ ຊົມເຊີຍຜົນງານ ປະຈຳປີ 2018 ຊຶ່ງລວມມີການ ມອບໃບຍ້ອງຍໍໃຫ້ກົມກອງ ປະເພດດີເດັ່ນ ຈຳນວນ 3 ກົມກອງ ຄື ກົມຈັດຕັ້ງ-ພະນັກງານ, ກົມທະບຽນສານ ແລະ ກົມໂຄສະນາເຜີຍແຜ່ກົດໝາຍ ແລະ ມອບໃບຊົມເຊີຍໃຫ້ກົມກອງຈຳນວນ 09 ກົມກອງ, ມອບໃບຍ້ອງຍໍບຸກຄົນທີ່ມີຜົນງານດີເດັ່ນ ຈຳນວນ 250 ທ່ານ, ຍິງ 95 ທ່ານ ແລະ ໃບຊົມເຊີຍ ຈຳນວນ 112 ທ່ານ, ຍິງ 46 ທ່ານ.

ພາຍຫຼັງສຳເລັດການສະຫຼຸບຜົນງານປະຈຳປີແລ້ວກໍໄດ້ຈັດພິທີບາສີສູ່ຂັວນ ເພື່ອອວຍພອນຊຶ່ງກັນ ແລະ ກັນ ເນື່ອງໃນໂອກາດບຸນປີໃໝ່ລາວ ພສ 2562 ຢ່າງມີບັນຍາກາດຟົດຟື້ນມ່ວນຊື່ນຖືກຕ້ອງຕາມເອກະລັກ ວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມຂອງຊາດ ແລະ ບົນພື້ນຖານການປະຢັດມັດທະຍັດ ສະກັດກັ້ນ ແລະ ຕ້ານການຟູມເຟືອຍ ພ້ອມກັນສະເຫຼີມສະຫຼອງບຸນປີໃໝ່ລາວຢ່າງເບີກບານມ່ວນຊື່ນ ພ້ອມທັງຮັບປະກັນຄວາມສະຫງົບ ແລະ ປອດໄພ.

ຂ່າວ: ປາວີຄຳ ເພັດທະລາກຸນ; ພາບ: ສົມຫັວງ ບົວລະພັນ