ເປີດຝຶກອົບຮົມວຽກງານໂຄສະນາເຜີຍແຜ່ກົດໝາຍ ແລະ ນິຕິກຳໍກ່ຽວກັບການຕ້ານການຄ້າມະນຸດ

ຕອນເຊົ້າວັນທີ 7 ພະຈິກ 2018 ຢູ່ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງເມືອງ ສຸຂຸມາ ໄດ້ຈັດພິທີເປີດຊຸດຝຶກອົບຮົມວຽກງານໂຄສະນາເຜີຍແຜ່ກົດໝາຍ ແລະ ນິຕິກຳກ່ຽວກັບການຕ້ານການຄ້າມະນຸດ ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ນາງ ຄ່າຍແກ້ວ ສິງຫາວົງ ຮອງເຈົ້າເມືອງ ສຸຂຸມາ, ມີ ທ່ານ ນາງ ຄອນສະຫວັນ ສາວາລີ ຮອງຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທຳ ພ້ອມດ້ວຍຄະນະ, ຫົວໜ້າພະແນກຍຸຕິທຳແຂວງ, ຮອງພະແນກ ແລະ ນັກສຳມະນາກອນເຂົ້າຮ່ວມຝຶກອົບຮົມຈຳນວນ 38 ທ່ານ, ຍິງ 10 ທ່ານ.

ຈຸດປະສົງຂອງການຝຶກອົບຮົມການໂຄສະນາເຜີຍແຜ່ກົດໝາຍ ຕ້ານ ແລະ ສະກັດກັ້ນການຄ້າມະນຸດ ໃນຄັ້ງນີ້ ເປັນວຽກງານໜຶ່ງທີ່ສຳຄັນທີ່ສຸດທີ່ພັກ-ລັດເຮົາຕ້ອງເຮັດໜ້າທີ່ໃນການປົກປ້ອງ ແລະ ຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ແນໃສ່ປົກປ້ອງສິດ, ຜົນປະໂຫຍດ, ຊີວິດ, ສຸກຂະພາບ, ກຽດສັກສີ, ເສລີພາບຂອງພົນລະເມືອງ, ຮີດຄອງປະເພນີອັນດີງາມຂອງຊາດ, ເຮັດໃຫ້ສັງຄົມເປັນລະບຽບຮຽບຮ້ອຍ; ມີຄວາມສະຫງົບ, ດ້ວຍການໂຄສະນາ, ສຶກສາອົບຮົມທົ່ວປວງຊົນໃນຫຼາຍຮູບການ ແລະ ວິທີການ; ເປັນການປູກຈິດສຳນຶກໃຫ້ພົນລະເມືອງລາວເຫັນໄດ້ຜົນຮ້າຍຂອງການຄ້າມະນຸດ ແລະ ດຳເນີນມາດຕະການເດັດຂາດ ຕໍ່ຜູ້ຄ້າມະນຸດ.

ສະນັ້ນ, ທາງກະຊວງຍຸຕິທຳ (ຕາງໜ້າຈາກສູນກາງ) ຈຶ່ງໄດ້ສ້າງແຜນການຝຶກອົບຮົມເພື່ອໃຫ້ພະນັກງານຂະ ແໜງການກ່ຽວຂ້ອງອ້ອມຂ້າງເມືອງໄດ້ຍົກລະດັບຄວາມຮູ້ກ່ຽວກັບວຽກງານຕ້ານການຄ້າມະນຸດ ເພື່ອຜັນຂະຫຍາຍເນື້ອໃນກົດໝາຍ ແລະ ນິຕິກຳ ທີ່ກ່ຽວຂ້ອງກັບການຄ້າມະນຸດໃຫ້ພະນັກງານໄດ້ຮັບຮູ້ຢ່າງທົ່ວເຖິງກ່ຽວກັບວຽກງານຕ້ານ ແລະ ສະກັດກັ້ນການຄ້າມະນຸດ ທັງຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດໜ້າທີ່ວຽກງານໃຫ້ຖືກຕ້ອງ, ສອດຄ່ອງຕາມຂັ້ນຕອນຂອງກົດໝາຍ ເປັນຕົ້ນ ແມ່ນພະນັກງານຈັດຕັ້ງປະຕິບັດກົດໝາຍຜູ້ທີ່ເຮັດວຽກງານສະກັດກັ້ນ ແລະ ຕ້ານການຄ້າມະນຸດ; ເພື່ອຍົກສູງຄວາມຮັບຮູ້ກ່ຽວກັບທັກສະ, ເຕັກນິກ, ວິທີການໂຄສະນາເຜີຍແຜ່ບັນດາກົດໝາຍ ເພື່ອເປັນພື້ນຖານໃນການນຳເອົາບັນດາກົດໝາຍລົງໄປເຜີຍແຜ່ໃຫ້ແກ່ປະຊາຊົນລາວບັນດາເຜົ່າໄດ້ຮັບຮູ້, ເຂົ້າໃຈ ແລະ ພ້ອມກັນປົກປ້ອງ ແລະ ຊ່ວຍເຫຼືອຜູ້ຖືກເຄາະຮ້າຍຢ່າງທັນການ ແລະ ນຳເອົາຜູ້ກະທຳຜິດມາດຳເນີນຄະດີ ຕາມກົດໝາຍ
ສຳລັບເນື້ອໃນການຝຶກອົບຮົມໃນຄັ້ງນີ້ ປະກອບມີດັ່ງນີ້:
1. ສະພາບການຂອງການຄ້າມະນຸດໂດຍສັງລວມ ໃນສປປ ລາວ;
2. ການໂຄສະນາເຜີຍແຜ່ ສຶກສາອົບຮົມກົດໝາຍ;
3. ການຮ່ວມມືສາກົນເພື່ອແກ້ໄຂບັນຫາການຄ້າມະນຸດ (ບັນດາສົນທິສັນຍາສາກົນ);
4. ເຜີຍແຜ່ບັນດາກົດໝາຍ ແລະ ນິຕິກໍາຂອງ ສປປ ລາວ ກ່ຽວກັບການຕ້ານການຄ້າມະນຸດ, ກົດໝາຍວ່າດ້ວຍ ການຕ້ານການຄ້າມະນຸດ;
5. ບັນດາເລ່ຫຼ່ຽມ, ວິທີການຂອງການຄ້າມະນຸດ;
6. ການລະບຸຕົວຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ;
7. ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍທາງດ້ານກົດໝາຍ;
8. ການເຂົ້າເຖິງຂະບວນການຍຸຕິທໍາກ່ຽວກັບການຄ້າມະນຸດ.

ການຝຶກອົບຮົມໃນຄັ້ງນີ້ດຳເນີນເປັນເວລາ 3 ວັນ ແລະ ໄດ້ອັດລົງຢ່າງເປັນທາງການໃນວັນທີ 9 ພະຈິກ 2018.

ຂ່າວ: ບຸນຖອມ ພະສະແຫວງ, ພາບ: ສຸກສາຄອນ ຈັນທະວຸດ