ເປີດຊຸດຝຶກອົບຮົມການປະເມີນຜົນກະທົບທາງດ້ານງົບປະມານຂອງຮ່າງນິຕິກໍາ

ໃນຕອນເຊົ້າຂອງວັນທີ 20 ມີນາ 2019 ຢູ່ທີ່ໂຮງແຮມ ຄຣາວພລາຊາ, ກົມກົດໝາຍ ກະຊວງຍຸຕິທໍາໄດ້ເປີດຊຸດຝຶກອົບຮົມການປະເມີນຜົນກະທົບທາງດ້ານງົບປະມານຂອງຮ່າງນິຕິກໍາຂຶ້ນ ໂດຍການເປັນປະທານ ຂອງທ່ານ ອິນທະປັນຍາ ຂຽວວົງພະຈັນ ຫົວໜ້າກົມກົດໝາຍ ກະຊວງຍຸຕິທໍາ, ມີພະນັກງານວິຊາການກົມກົດໝາຍ ກະຊວງຍຸຕິທໍາ, ກະຊວງກະສີກໍາ ແລະ ປ່າໄມ້, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງພະລັງງານ ແລະ ບໍ່ແຮ່ ເຂົ້າຮ່ວມທັງໝົດ ຈໍານວນ 26 ທ່ານ, ຍິງ 10 ທ່ານ.

ຈຸດປະສົງຂອງການຝຶກອົບຮົມກ່ຽວກັບການປະເມີນຜົນກະທົບທາງດ້ານງົບປະມານຂອງຮ່າງນິຕິກໍາໃນຄັ້ງນີ້ ແມ່ນການເສີມສ້າງທັກສະ ແລະ ຄວາມຮູ້ໃຫ້ກັບພະນັກງານຜູ້ຮັບຜິດຊອບການສ້າງນິຕິກໍາ, ລະບຽບການ ໂດຍເປົ້າໝາຍແມ່ນເພື່ອຮັບປະກັນໃຫ້ ສປປ ລາວ ມີລະບົບນິຕິກໍາທີ່ເຂັ້ມແຂງຮອບດ້ານ, ປົກປັກຮັກສາຄຸ້ມຄອງຊຸມຊົນ, ສິ່ງແວດລ້ອມ ແລະ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ. ເປົ້າໝາຍສໍາຄັນຂອງການປະເມີນຜົນກະທົບທາງດ້ານງົບປະມານຂອງຮ່າງນິຕິກໍາ ແມ່ນເພື່ອປັບປຸງສະພາບແວດລ້ອມທາງດ້ານນິຕິກໍາທີ່ອໍານວຍຄວາມສະດວກໃຫ້ແກ່ພາກທຸລະກິດ ຂອງ ສປປ ລາວ ໂດຍສະເພາະແມ່ນບັນດາຜູ້ປະກອບການ ແລະ ວິສາຫະກິດຂະໜາດນ້ອຍ ແລະ ກາງ (SMEs). ການຂະຫຍາຍຕົວຂອງພາກທຸລະກິດ ກໍຄື ພາກເອກະຊົນ ຈະສົ່ງເສີມການເຕີບໃຫຍ່ຂະຫຍາຍຕົວຂອງເສດຖະກິດຂອງປະເທດ ຊຶ່ງການຂະຫຍາຍຕົວດັ່ງກ່າວຈະພາໃຫ້ມາດຕະຖານການດໍາລົງຊີວິດຂອງສັງຄົມກໍຄືຊຸມຊົນຍົກລະດັບດີຂຶ້ນເລື້ອຍໆ, ການຝຶກອົບຮົມໃນຄັ້ງນີ້ມີເປົ້າໝາຍຝຶກໃຫ້ພະນັກງານລັດຖະກອນຜູ້ຮັບຜິດຊອບການສ້າງ ແລະ ປັບປຸງນິຕິກໍາໃຫ້ມີຄວາມເຂົ້າໃຈ ແລະ ສາມາດວິໄຈບັນຫາຢ່າງມີເຫດຜົນ, ມີລັກສະນະວິທະຍາສາດ ແລະ ມີຫຼັກຖານອ້າງອີງ ໂດຍຄໍານຶງເຖິງຈຸດປະສົງ, ຜົນກະທົບ, ເງື່ອນໄຂການປະຕິບັດຕາມນິຕິກໍາຂອງພາກສ່ວນຕ່າງໆ ແລະ ເງື່ອນໄຂການຈັດຕັ້ງປະຕິບັດບັງຄັບໃຊ້ນິຕິກໍາ. ເພື່ອຮັບປະກັນໃຫ້ການຈັດຕັ້ງປະຕິບັດ ແລະ ບັງຄັບໃຊ້ບັນດານິຕິກໍາ ແລະ ລະບຽບການທີ່ວາງອອກໃຫ້ມີປະສິດທິພາບ, ລັດຖະບານຕ້ອງມີງົບປະມານ ແລະ ຊັບພະຍາກອນພຽງພໍຕໍ່ກັບການຈັດຕັ້ງປະຕິບັດນິຕິກໍາແຕ່ລະສະບັບທີ່ວາງອອກ. ນອກຈາກນັ້ນ, ພະນັກງານລັດຖະກອນຕ້ອງໄດ້ຮັບການຝຶກອົບຮົມໃຫ້ມີຄວາມເຂົ້າໃຈກ່ຽວກັບນິຕິກໍາທີ່ສ້າງ ໂດຍໄດ້ຄໍານຶງເຖິງຜົນກະທົບຕໍ່ກັບພາບລວມຂອງ ສປປ ລາວ, ຫຼາຍປະເທດທີ່ພັດທະນາແລ້ວ ແລະ ກໍາລັງພັດທະນາໃນທົ່ວໂລກ ໄດ້ສຸມໃສ່ການສ້າງສະພາບແວດລ້ອມທາງດ້ານນິຕິກໍາທີ່ສະໜັບສະໜູນວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ຜູ້ປະກອບການເປັນຕົ້ນ ສະໜັບສະໜູນການຄົ້ນຄິດສິນຄ້າ ຫຼື ການບໍລິການແບບໃໝ່, ສົ່ງເສີມການຜະລິດ ແລະ ແຂ່ງຂັນໃຫ້ຫຼາຍຂຶ້ນ.
ໃນພິທີ ທ່ານປະທານກໍໄດ້ມີຄໍາເຫັນວ່າ ການສ້າງ ສປປ ລາວ ໃຫ້ເປັນລັດທີ່ຄຸ້ມຄອງດ້ວຍກົດໝາຍຈະສາມາດບັນລຸເປົ້າໝາຍໄດ້ ກໍຕໍ່ເມື່ອ ນັກສ້າງນິຕິກໍາຂອງລັດຖະບານ ຮັກສາຄວາມດຸນດ່ຽງໃນການປົກປ້ອງຄຸ້ມຄອງຊຸມຊົນ ແລະ ສິ່ງແວດລ້ອມ ກັບການສົ່ງເສີມການຂະຫຍາຍຕົວຂອງພາກທຸລະກິດ ໃນສະພາວະທີ່ສະພາບເສດຖະກິດ-ສັງຄົມກໍາລັງມີການພັດທະນາ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ. ຕໍ່ສະພາບການດັ່ງກ່າວ ຈຶ່ງເຫັນວ່າການສ້າງ, ປັບປຸງ ແລະ ຈັດຕັ້ງປະຕິບັດນິຕິກໍາຕ້ອງເປັນມືອາຊີບ ແລະ ທັນສະໄໝຂຶ້ນ.
ການຝຶກອົບຮົມກ່ຽວກັບການປະເມີນຜົນກະທົບຂອງຮ່າງນິຕິກໍາຈະດຳເນີນໄປເປັນເວລາ 3 ວັນ, ແຕ່ວັນທີ 20 ຫາ 22 ມີນາ 2019

ຂ່າວ-ພາບ: ຂົນບຸນທິສານ