ຮອງລັດຖະມົນຕີກະຊວງຍຸຕິທໍາ ຕ້ອນຮັບການເຂົ້າຢ້ຽມຢາມຂອງ ທ່ານ ໂດ້ຫງັອກທິງ

ຮອງລັດຖະມົນຕີກະຊວງຍຸຕິທໍາ ຕ້ອນຮັບການເຂົ້າຢ້ຽມຢາມຂອງ ທ່ານ ໂດ້ຫງັອກທິງ

 

        ຕອນບ່າຍວັນທີ 4 ມີນາ 2024 ທີ່ຫ້ອງຮັບແຂກກະຊວງຍຸຕິທໍາ ທ່ານ ບຸນທາ ຊົງເຢີທ່າວ ຮອງລັດຖະມົນຕີກະຊວງຍຸຕິທໍາ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຢາມ ຂອງ ທ່ານ ໂດ້ຫງັອກທິງ ປະທານສະຫະພັນສະພາທະນາຍຄວາມ ສສ ຫວຽດນາມ ພ້ອມດ້ວຍຄະນະ.

       ຈຸດປະສົງການເຂົ້າຢ້ຽມຢາມໃນຄັ້ງນີ້ ເພື່ອລາຍການຕີລາຄາທົບທວນຄືນຜົນການຈັດຕັ້ງປະຕິບັດໃນໄລຍະຜ່ານມາ ຊຶ່ງທ່ານໄດ້ຍົກໃຫ້ເຫັນສະພາບລວມ ແລະ ຜົນສຳເລັດໃນການຈັດຕັ້ງປະຕິບັດວຽກງານ ລະຫວ່າງ ສະພາທະນາຍຄວາມ ແຫ່ງ ສປປ ລາວ ກັບ ສະຫະພັນສະພາທະນາຍຄວາມ ສສ ຫວຽດນາມ ຊຶ່ງໄດ້ຍົກໃຫ້ເຫັນບົດຮຽນທີ່ໄດ້ຖອດຖອນ ເປັນຕົ້ນ ລະບົບຍຸຕິທຳ ຂອງ ສສ ຫວຽດນາມ; ວິໃສທັດ ແລະ ຍຸດທະສາດ ຂອງສະຫະພັນທະນາຍຄວາມ ຫວຽດນາມ; ລະບົບການຈັດຕັ້ງ, ວິທີການປະຕິບັດ ແລະ ການພົວພັນ ກັບບັນດາສະຫະພັນທະນາຍຄວາມທ້ອງຖິ່ນ; ກົນໄກການປະສານງານ ລະຫວ່າງສະຫະພັນທະນາຍຄວາມຫວຽດນາມ ແລະ ບັນດາອົງການຕ່າງໆ ເຊັ່ນ: ສານປະຊາຊົນ, ອົງການໄອຍະການ, ຕຳຫຼວດ ແລະ ກະຊວງຍຸຕິທຳ; ເຄື່ອຂ່າຍເຊື່ອມຕໍ່ຂອງທະນາຍຄວາມ, (ເຊື່ອມຕໍ່ພາຍໃນ ແລະ ສາກົນ) ພິເສດແມ່ນເຊື່ອມຕໍ່ເຄືອຂ່າຍທະນາຍຄວາມຫວຽດນາມ; ລະບົບການຢັ້ງຢືນ, ການຝຶກອົບຮົມ, ບຳລຸງ, ສ້າງ ຍົກລະດັບ ແລະ ຊຸກຍູ້ສົ່ງເສີມການພັດທະນາວິຊາຊີບທະນາຍຄວາມ; ການສະໜອງການບໍລິການທາງດ້ານກົດໝາຍ ແລະ ຊ່ວຍເຫຼືອທາງດ້ານກົດໝາຍ; ແຜນການກໍ່ສ້າງ, ການຈັດສັນ ແລະ ການຄຸ້ມຄອງການເງິນຂອງສະຫະພັນທະນາຍຄວາມຫວຽດນາມ; ຍົກສູງຄວາມສາມາດ ແລະ ພາລະບົດບາດຂອງທະນາຍຄວາມຍິງ ແລະ ບົດຮຽນອື່ນໆຈາກສະພາທະນາຍຄວາມຫວຽດນາມ ຈາກນັ້ນ, ທ່ານ ໂດ້ຫງັອກທິງ ກໍໄດ້ສະແດງຄວາມຂອບໃຈຢ່າງສູງຕໍ່ການຕ້ອນຮັບອັນແສນອົບອຸ່ນ ແລະ ອວຍພອນໄຊອັນປະເສີດມາຍັງ ທ່ານຮອງລັດຖະມົມຕີກະຊວງຍຸຕິທໍາ ພ້ອມທັງສັນຍາວ່າຈະສືບຕໍ່ຊ່ວຍເຫຼືອ ແລະ ສືບຕໍ່ສາຍພົວພັນຮ່ວມມື ກັບ ສະພາທະນາຍຄວາມ ສປປ ລາວ ໃຫ້ຫຼາຍຂຶ້ນກວ່າເກົ່າ.

     

 

   

        ໃນໂອກາດດຽວກັນນີ້, ທ່ານຮອງລັດຖະມົນຕີກະຊວງຍຸຕິທຳ ກໍໄດ້ສະແດງຄວາມຂອບໃຈ ແລະ ໄດ້ອວຍພອນໃຫ້ ທ່ານ ໂດ້ຫງັອກທິງ ພ້ອມດ້ວຍຄະນະ ຈົ່ງມີສຸຂະພາບເຂັ້ມແຂງ ປະສົບຜົນສໍາເລັດ ໃນການປະຕິບັດໜ້າທີ່ ຢູ່ ສປປ ລາວ ຢ່າງຈົບງາມ ແລະ ເດີນທາງດ້ວຍຄວາມສະຫວັດດີພາບ.

ຂ່າວ-ພາບ: ກົມໂຄສະນາເຜີຍແຜ່ກົດໝາຍ