ຮອງລັດຖະມົນຕີກະຊວງຍຸຕິທໍາ ຕ້ອນຮັບການເຂົ້າພົບຂອງ ທ່ານ ໂດມິນິກ ໂກ

ໃນຕອນເຊົ້າຂອງວັນທີ 3 ເມສາ 2019 ຢູ່ທີ່ຫ້ອງຮັບແຂກຂອງກະຊວງຍຸຕິທໍາ ທ່ານ ບຸນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າພົບຂອງ ທ່ານ ໂດມິນິກ ໂກ (H.E. Dominic kian swee) ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ສິງກະໂປ ປະຈຳລາວ ພ້ອມດ້ວຍຄະນະ.

ຈຸດປະສົງການເຂົ້າພົບໃນຄັ້ງນີ້ ເພື່ອປຶກສາຫາລື ກ່ຽວກັບການເຂົ້າຮ່ວມພິທີເຊັນສົນສັນຍາສະຫະປະຊາຊາດ (ສປຊ) ວ່າດ້ວຍ ການແກ້ໄຂຂໍ້ຂັດແຍ່ງສາກົນ ຈາກຜົນຂອງການໄກ່ເກ່ຍ ແລະ ເຊື້ອເຊີນເຂົ້າຮ່ວມກອງປະຊຸມລະດັບສູງ ກ່ຽວກັບການແກ້ໄຂຂໍ້ຂັດແຍ່ງສາກົນ ທີ່ປະເທດສິງກະໂປສະເໜີເປັນເຈົ້າພາບ. ນອກນັ້ນ, ວຽກງານສົນທິສັນຍາ ສປຊ ວ່າດ້ວຍ ການແກ້ໄຂຂໍ້ຂັດແຍ່ງສາກົນ ຈາກຜົນຂອງການໄກ່ເກ່ຍ (United nations convention on intemational settlement Agr ee ment Resultingfrom Mediation) ເປັນວຽກທີ່ຕິດພັນກັບອົງການສະຫະປະຊາຊາດທີ່ສົ່ງເສີມຂະບວນການໄກ່ເກ່ຍຂໍ້ຂັດແຍ່ງທາງດ້ານການຄ້າສາກົນ ໂດຍຂະບວນການປານິປານອມ. ຕໍ່ກັບບັນຫານີ້ ປະເທດສິງກາໂປ ເປັນຜູ້ມີສ່ວນຮ່ວມ ແລະ ສົ່ງເສີມການພັດທະນາວຽກງານແກ້ໄຂຂໍ້ຂັດແຍ່ງໃຫ້ເປັນວິທີທາງໜຶ່ງຂອງຄູ່ສັນຍາທາງການຄ້າ ເພື່ອແກ້ໄຂຂໍ້ຂັດແຍ່ງ, ສະນັ້ນ, ປະເທດສິງກະໂປ ຈຶ່ງສະເໜີເປັນເຈົ້າພາບຈັດພິທີເຊັນສົນທິສັນຍາສະຫະປະຊາຊາດວ່າດ້ວຍ ຂໍ້ຕົກລົງການແກ້ໄຂຂໍ້ຂັດແຍ່ງສາກົນໂດຍການໄກ່ເກ່ຍ ຊຶ່ງຈະໄດ້ຈັດຂຶ້ນໃນວັນທີ 7 ສິງຫາ 2019.

ໃນຕອນທ້າຍ ທ່ານ ບຸນສະຫວາດ ບຸບຜາ ຮອງລັດຖະມົນຕີ ກະຊວງຍຸຕິທໍາ ກໍໄດ້ກ່າວຄໍາຂອບໃຈຕໍ່ທ່ານ ໂດມິນິກ ໂກ ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ສິງກະໂປ ປະຈໍາລາວ ພ້ອມດ້ວຍຄະນະ ແລະ ທີ່ໃຫ້ກຽດເຊື້ອເຊີນ ເຂົ້າຮ່ວມກອງປະຊຸມລະດັບສູງ ກ່ຽວກັບການແກ້ໄຂຂໍ້ຂັດແຍ່ງສາກົນ ທີ່ປະເທດສິງກະໂປສະເໜີເປັນເຈົ້າພາບ ແລະ ສືບຕໍ່ໃຫ້ການຮ່ວມມືຊ່ວຍເຫຼືອຊຶ່ງກັນ ແລະ ກັນ ທັງອໍານວຍຄວາມສະດວກໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ປະສົບຜົນສຳເລັດຕາມເປົ້າໝາຍທີ່ວາງໄວ້.

ຂຽນຂ່າວ-ຖ່າຍພາບ: ບຸນຖອມ ພະສະແຫວງ