ຮອງລັດຖະມົນຕີກະຊວງຍຸຕິທຳ ຕ້ອນຮັບການເຂົ້າຢ້ຽມອຳລາ ຫົວໜ້າອົງການໄຈກາ ປະຈຳ ສປປ ລາວ

ຮອງລັດຖະມົນຕີກະຊວງຍຸຕິທຳ ຕ້ອນຮັບການເຂົ້າຢ້ຽມອຳລາ ຫົວໜ້າອົງການໄຈກາ ປະຈຳ ສປປ ລາວ

         ໃນຕອນເຊົ້້າຂອງວັນທີ 14 ມີນາ 2024 ທີ່ຫ້ອງຮັບແຂກ ກະຊວງຍຸຕິທໍາ ທ່ານ ເກດສະໜາ ພົມມະຈັນ, ຮອງລັດຖະມົນຕີກະຊວງຍຸຕິທໍາ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າອໍາລາ ຂອງ ທ່ານ ນາກາເຊະ ໂທຊິໂອະ (Mr. Nagase Toshio), ຫົວໜ້າອົງການໄຈກາ ປະຈຳ ສປປ ລາວ ຜູ້ເກົ່າ ເນື່ອງໃນໂອກາດສຳເລັດໜ້າທີ່ ຢູ່ ສປປ ລາວ ແລະ ຖືໂອກາດນີ້ແນະນຳ ແລະ ຢ້ຽມຂ່ຳນັບ ນາງ Miyako KOBAYASHI (SAKUDO) ມິຢາໂກະ ໂກບາຢາຊິ (ຊາກຸໂດະ), ໃນວາລະໂອກາດມາດຳລົງຕຳແໜ່ງຫົວໜ້າອົງການໄຈກາ ປະຈຳ ສປປ ລາວ.

       ໃນໂອກາດນີ້ ທ່ານ ເກດສະໜາ ພົມມະຈັນ ກໍໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານຂອງທ່ານ ນາກາເຊະ ໂທຊິໂອະ (Mr. Nagase Toshio), ຫົວໜ້າອົງການໄຈກາ ປະຈຳ ສປປ ລາວ ຜູ້ເກົ່າ ທີ່ໄດ້ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນຂະແໜງຍຸຕິທຳຕະຫຼອດມາ, ພ້ອມທັງໄດ້ສະເໜີພາລະບົດບາດຂອງກະຊວງຍຸຕິທຳ, ນອກນັ້ນ ຍັງໄດ້ລາຍງານກ່ຽວກັບຜົນສໍາເລັດຂອງການຮ່ວມມື ລະຫວ່າງ ກະຊວງຍຸຕິທໍາຂອງ ສປປ ລາວ ກັບ ກະຊວງຍຸຕິທຳ ປະເທດຍີ່ປຸ່ນ ກໍຄືອົງການໄຈກາ ປະຈຳ ສປປ ລາວ ໃນໄລຍະຜ່ານມາທີ່ມີຜົນສຳເລັດຢ່າງຫຼວງຫຼາຍ. ໂດຍສະເພາະ

1) ການເຜີຍແຜ່ປະມວນກົດໝາຍແພ່ງ ແລະ ບົດອະທິບາຍ, ນໍາໃຊ້ເອກະສານອ້າງອີງທີ່ໄດ້ສ້າງໃນໂຄງການຜ່ານມາ, ສົ່ງເສີມການຈັດຕັ້ງປະຕິບັດ ແລະ ການບັງຄັບໃຊ້ກົດໝາຍ ບົນພື້ນຖານການຕີຄວາມໝາຍກົດໝາຍ ແລະ ຄົ້ນຄວ້າຄວາມຈໍາເປັນໃນການປັບປຸງກົດໝາຍໃນອະນາຄົດ ດ້ວຍການ ເກັບກຳຂໍ້ມູນຈາກການສໍາຫຼວດສະພາບການປະຕິບັດຕົວຈິງ, ການປະຕິບັດ ແລະ ການປັບຕົວເຂົ້າໃນສັງຄົມ ຂອງປະມວນກົດໝາຍແພ່ງ;

2) ປະສານສົມທົບບັນດາສະຖາບັນການສຶກສາ, ການຝຶກອົບຮົມກົດໝາຍສຳລັບນັກກົດໝາຍອາຊີບ ໃໝ່ ແລະ ການຝຶກອົບຮົມຕໍ່ເນື່ອງເຂົ້າກັນ; ສ້າງຂະບວນການພັດທະນານັກວິຊາຊີບກົດໝາຍທີ່ສອດຄ່ອງ; ພັດທະນາເອກະສານສິດສອນ, ການນໍາໃຊ້ເອກະສານ ແລະ ວິທີການສິດສອນ ແລ້ວເອົາໄປນໍາໃຊ້ໃນອົງການ ຈັດຕັ້ງຂອງຕົນ;

3) ສຶກສາທິດສະດີກົດໝາຍກ່ຽວກັບການດໍາເນີນຄະດີແພ່ງ, ຄະດີອາຍາ; ວິເຄາະ, ກວດກາບັນຫາພາກປະຕິບັດຕົວຈິງແລ້ວ ນໍາສະເໜີປັບປຸງກົດໝາຍ.

         ຕອນທ້າຍ ທ່ານ ເກດສະໜາ ພົມມະຈັນ, ຮອງລັດຖະມົນຕີກະຊວງຍຸຕິທໍາ ກໍໄດ້ສະແດງຄວາມຂອບໃຈ ແລະ ໄດ້ອວຍພອນໃຫ້ ທ່ານ ນາກາເຊະ ໂທຊິໂອະ (Mr. Nagase Toshio), ຫົວໜ້າອົງການໄຈກາ ປະຈຳ ສປປ ລາວ ຜູ້ເກົ່າ ເດີນທາງກັບປະເທດດ້ວຍຄວາມສະຫວັດດີພາບ ແລະ ປະສົບຜົນສຳເລັດໃນໜ້າວຽກໃໝ່ ແລະ ກໍໄດ້ສະແດງຄວາມຂອບໃຈ ແລະ ຕ້ອນຮັບນາງ Miyako KOBAYASHI (SAKUDO), ໃນວາລະໂອກາດມາດຳລົງຕຳແໜ່ງຫົວໜ້າອົງການໄຈກາ ປະຈຳ ສປປ ລາວ ຂໍໃຫ້ສືບຕໍ່ໃຫ້ການຮ່ວມມື ແລະ ສະໜັບສະໜູນຂະແໜງຍຸຕິທຳ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານ.

ຂ່າວ: ກົມຮ່ວມມືສາກົນ; ພາບ: ກົມໂຄສະນາເຜີຍແຜ່ກົດໝາຍ