ຮອງປະທານຄະນະບໍລິຫານງານສູນກາງກໍາມະບານລາວ ລົງຊຸກຍູ້ວຽກງານກໍາມະບານຢູ່ກະຊວງຍຸຕິທໍາ

ຮອງປະທານຄະນະບໍລິຫານງານສູນກາງກໍາມະບານລາວ ລົງຊຸກຍູ້ວຽກງານກໍາມະບານຢູ່ກະຊວງຍຸຕິທໍາ

        ຕອນເຊົ້າວັນທີ 18 ກໍລະກົດ 2024 ສະຫາຍ ພອນສານ ວິໄລເມັ້ງ, ຮອງປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ພ້ອມດ້ວຍຄະນະ ລົງເຄື່ອນໄຫວຊຸກຍູ້ ແລະ ຊີ້ນຳວຽກງານກຳມະບານ ກະຊວງຍຸຕິທຳ. ໃນການລົງຊຸກຍູ້ໃນຄັ້ງນີ້ ທ່ານ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ກໍໄດ້ເຂົ້າພົບ ສະຫາຍ ໄພວີ ສີບົວລິພາ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ ລັດຖະມົນຕີກະຊວງຍຸຕິທຳ ເພື່ອແຈ້ງຈຸດປະສົງການມາເຮັດວຽກໃນຄັ້ງນີ້, ຈາກນັ້ນທ່ານຮອງປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ພ້ອມດ້ວຍຄະນະໄດ້ຮ່ວມເຮັດວຽກກັບສະຫະພັນກຳມະບານກະຊວງຍຸຕິທໍາ.

       ໃນໂອກາດນີ້ ສະຫາຍ ຄຳເສີດ ວິລະພັນ ປະທານຄະນະບໍລິຫານງານສະຫະພັນກຳມະບານກະຊວງຍຸຕິທໍາໄດ້ລາຍງານຫຍໍ້ການເຄື່ຶອນວຽກງານຮອບດ້ານຂອງສະຫະພັນກຳມະບານກະຊວງໃນໄລຍະຜ່ານມາ, ການກະກຽມກອງປະຊຸມ 3 ຂັ້ນຮາກຖານອ້ອມຂ້າງຂັ້ນຂອງຕົນ, ການປັບປຸງ, ຍົກຍ້າຍ, ຊັບຊ້ອນບຸກຄະລາກອນຂອງຄະນະບໍລິຫານງານສະຫະພັນກຳມະບານກະຊວງ ແລະ ແຜນຄາດຄະເນເປົ້າໝາຍຄະນະບໍລິຫານງານກຳມະບານຊຸດໃໝ່ ແລະ ວຽກງານປີ່ນອ້ອມ, ໃນກອງປະຊຸມຍັງໄດ້ມີການແລກປ່ຽນບົດຮຽນວຽກງານກຳມະບານຮ່ວມກັນທັງສອງຝ່າຍ.

       ຕອນທ້າຍສະຫາຍ ພອນສານ ວິໄລເມັ້ງ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວໄດ້ມີຄໍາເຫັນຊີ້ນໍາໃຫ້ຄະນະສະຫະພັນກຳມະບານກະຊວງເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກກຳມະບານ ຢ່າງເປັນປົກກະຕິ ແລະ ຕັ້ງໜ້າປະຕິບັດວຽກງານວິຊາສະເພາະຂອງຕົນປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງສະມາຊິກກຳມະບານ, ກຳມະກອນ ຜູ້ອອກແຮງງານໃນຂອບເຂດຄວາມຮັບຜິດຊອບຂອງຕົນຕາມລະບຽບ, ກົດໝາຍຢ່າງເຂັ້ມງວດ ແລະ ກະກຽມທາງດ້ານເນື້ອໃນ, ບຸກຄະລາກອນ ເຂົ້າໃນກອງປະຊຸມໃຫຍ່ 3 ຂັ້ນຂອງກະຊວງ ປຸກລະດົມເຕົ້າໂຮມສະມາຊິກກຳມະບານໃຫ້ມີຄວາມສາມັກຄີແໜ້ນແຟ້ນ ສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊຸມດັ່ງກ່າວຢ່າງເປັນຂະບວນການຟົດຟື້ນ ແລະ ໃຫ້ສໍາເລັດຕາມຄາດໝາຍທີ່ວາງໄວ້ ໃຫ້ຮັກສາຜົນງານໃນການປະເມີນຂໍ້ແຂ່ງຂັນ 5 ເປັນເຈົ້າ ໃຫ້ໄດ້ຮັບຜົນງານເດັ່ນຕະຫຼອດໄປ.

ຂ່າວ-ພາບ: ກະຊວງຍຸຕິທໍາ