ສະມາຊິກສະພາແຫ່ງຊາດ ພິຈາລະນາຮັບຮອງເອົາ ກົດໝາຍວ່າດ້ວຍ ສັນຊາດລາວ ສະບັບປັບປຸງ

     ກອງ​ປະຊຸມ​ສະ​ໄໝ​ສາມັນ ​ເທື່ອ​ທີ 4 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ VIII ​ໄດ້​ດຳ​ເນີນ​ໃນ​ລະຫວ່າງ 16 ຕຸລາ ຫາ ວັນ​ທີ 17 ພະຈິກ 2017 ຊຶ່ງ​ກອງ​ປະຊຸມ​ໄດ້​ຄົ້ນຄວ້າພິຈາລະນາ ​ແລະ ປະກອບ​ຄຳ​ເຫັນ​ໃສ່​ຮ່າງ​ກົດໝາຍ​ວ່າ​ດ້ວຍ ສັນຊາດ​ລາວ ສະບັບ​ປັບປຸງ ​ໃນ​ວັນ​ທີ 1 ພະຈິກ 2017. ສະ​ເໜີໂດຍ ​ທ່ານ ​ໄຊ​ສີ ສັນຕິ​ວົງ ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ໂດຍ​ການ​ເປັນ​ປະທານ​ ຂອງ ທ່ານ ​ນາງ ສີ​ໃສ ລື​ເດດ​ມູນ​ສອນ ຮອງ​ປະທານ​ສະພາ​ແຫ່ງ​ຊາດ.

     ​​ໃນ​ວາລະ​ຂອງ​ກອງ​ປະຊຸມ ທ່ານ ​ໄຊ​ສີ ສັນຕິ​ວົງ ​ໄດ້​​ສະ​ເໜີຕໍ່​ສະມາຊິກ​ສະພາ​ແຫ່ງ​ຊາດ ກ່ຽວກັບ​ເຫດຜົນ, ຄວາມ​ຈຳ​ເປັນ ​ແລະ ຄາດ​ຄະ​ເນ​ຜົນ​ໄດ້​ຮັບ ຂອງ​ການ​ປັບປຸງ​ກົດໝາຍ​ສະບັບ​ດັ່ງກ່າວ, ​ຊຶ່ງການ​ປັບປຸງ​ໃນ​ຄັ້ງ​ນີ້ ​ແນ​ໃສ່​ໃຫ້​ສອດຄ່ອງ​ກັບ​ລັດຖະທຳ​ມະນູນ ສະບັບ​ເລ​ກທີ 63/ສພຊ, ລົງ​ວັນ​ທີ 8 ທັນວາ 2015  ​ແລະ ກົດໝາຍ​ວ່າ​ດ້ວຍ ​ລັດຖະບານ ສະບັບ​ເລກທີ 69/ສພຊ, ລົງ​ວັນ​ທີ 15 ທັນວາ 2015 ​ເພື່ອ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ການຈັດ​ຕັ້ງ ​ແລະ ການ​ເຄື່ອນ​ໄຫວ​ວຽກ​ງານ​ສັນຊາດ​ໃຫ້​ເປັນ​ເອກະ​ພາບ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ, ​ເຮັດ​ໃຫ້​ຂອດ​ການ​ປະສານ​ສົບ​ທົບລະຫວ່າງຂະ​ແໜງການ​ທີ່​ກ່ຽວ ຂ້ອງ​ ໄດ້​ສະດວກ​ ​ແລະ ມີ​ປະສິດທິພາບ​ຍິ່ງ​ຂຶ້ນ,   ພ້ອມ​ທັງຂະຫຍາຍ​ຕາໜ່າງບໍລິການ​ທາງ​ດ້ານ​ກົດໝາຍ​ກ່ຽວ​ກັບ​ວຽກ​ງານ​ສັນຊາດ ລົງ​ສູ່​ຮາກ​ຖານ. ກົດໝາຍ​ວ່າ​ດ້ວຍ​ ສັນຊາດ​ລາວ ສະບັບ​ປັບປຸງ ກຳ​ນົດຫຼັກການ, ລະບຽບ​ການ ​ແລະ ມາດ​ຕະການ ກ່ຽວກັບ​ການ​ຄຸ້ມ​ຄອງ, ຕິດຕາມ​ກວດກາ​ວຽກ​ງານການ​ໃຫ້​ສັນຊາດ, ຖອນ​ສັນຊາດ​ຄືນ, ​ໃຫ້​ປະ​ສັນຊາດ,  ​ແລະ ​ໃຫ້​ສັນຊາດ​ລາວ​ຄືນ, ຊຶ່ງປະກອບ​ມີ 10 ໝວດ 52 ມາດຕາ, ​​​​ໃນ​ນັ້ນ​ໄດ້​ເພີ່ມໃໝ່ ຈຳ​ນວນ 4 ໝວດ ຄື ​ໝວດ​ທີ 6 ຫາ ໝວດ​ທີ 9 ​ເພື່ອ​ໃຫ້​ສອດຄ່ອງ​ກັບ​ເຕັກນິກ​ຂອງ​ການ​ສ້າງ​ນິຕິ​ກຳ ​ແລະ ​ໂຄງ​ປະກອບ​ກົດໝາຍ ທີ່​ສະພາ​ແຫ່ງ​ຊາດ​ໄດ້​ຮັບຮອງ​ໃນ​ລະ​ຍະ​ຜ່ານ​ມາ, ​ໄດ້​ປັບປຸງ​ເນື້ອ​ໃນ 11 ມາດຕາ, ​ແຕ່​ໂດຍ​ລວມ ​ແມ່ນຍັງ​ຮັກ​ສາ​ເນື້ອ​ໃນ​ເກົ່າ​ໄວ້ ​ແລະ  ​ໄດ້​ເພີ່ມ​ມາດຕາ​ໃໝ່ ຈຳນວນ 23 ມາດຕາ ​ເພື່ອ​ໃຫ້​ສອດຄ່ອງກັບ​ສະພາບ​ຄວາມ​ເປັນ​ຈິງ ​ແລະ  ສອດຄ່ອງ​ກັບລັດຖະທຳ​ມະນູນ ​ແລະ ກົດໝາຍ​ອື່ນໆ.

     ຫຼັງ​ຈາກ​ນັ້ນ, ທ່ານ ​ນາງ ສີ​​ໃສ ລື​ເດດ​ມູນ​ສອນ ປະທານ​ກອງ​ປະຊຸມ ກໍ​ໄດ້​ມີ​ຄຳ​ຖາມເຈາະ​ຈີ້ມບາງ​ໝວດ, ບາງ​ມາດຕາ ​ແລະ ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ ແຕ່ລະ​ເຂດ ​ໄດ້​ພ້ອມ​ກັນ​ສຸມ​ໃສ່​ປະກອບ​ຄຳ​ຄິດ​ຄຳ​ເຫັນຢ່າງ​ກົງ​ໄປ​ກົງ​ມາ ​ແລະ ດ້ວຍ​ຄວາມ​ຮັບຜິດຊອບ​ຕໍ່​ຮ່າງ​ກົດໝາຍ​ດັ່ງ​ກ່າວ, ຊຶ່ງໂດຍ​ລວມ​ແລ້ວ ​ແມ່ນ​ເຫັນ​ດີ​ເປັນ​ເອກະ​ພາບ​ເປັນ​ພື້ນຖານ​ທາງ​ດ້ານ​ໂຄງ​ສ້າງ, ​ເນື້ອ​ໃນ ​ແລະ ​ໄດ້​ເຫັນ​ດີ​ເປັນ​ເອກ​ພາບ​ກັນ ຮັບຮອງ​ເອົາ​ກົດໝາຍວ່າ​ດ້ວຍ ​ສັນຊາດ​ລາວ ສະບັບ​ປັບປຸງ ດ້ວຍ​ຄະ​ແນນ​ສຽງ​ເຫັນ​ດີເປັນ​ສ່ວນ​ຫຼາຍ.

     ກົດໝາຍ​ວ່າ​ດ້ວຍ ​ສັນຊາດລາວ ສະ​ບັບປັບປຸງ ພາຍ​ຫຼັງຖືກ​ພິຈາລະນາ, ຮັບຮອງ ​ແລະ ປະກາດ​ໃຊ້​ຢ່າງ​ເປັນ​ທາງ​ການ ​ຈະ​ສາມາດ​ຮັບປະກັນ​ຄວາມ​ສອດຄ່ອງ​ກັບແນ​ວທາງ​ນະ​ໂຍບາຍ, ລັດຖະທຳ​ມະນູນ, ກົດໝາຍ, ແຜນ​ຍຸດ​ທະ​ສາດ, ​ແຜນ​ພັດທະນາເສດຖະກິດ​-ສັງຄົມ ຂອງ​ຊາດ; ສາມາດ​ຮັບປະກັນ​ຄວາມ​ໝັ້ນຄົງ​ຂອງ​ຊາດ, ຄວາມ​ສະຫງົບ, ປອດ​ໄພ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຂອງ​ສັງຄົມ, ວັດທະນະ​ທຳ ​ແລະ ຮີດຄອງ​ປະ​ເພນີ​ອັນ​ດີງາມ​ຂອງ​ຊາດ​ລາວ, ສາມາດ​ປົກ​ປ້ອງສິດ ​ແລະ ຜົນ​ປະ​ໂຫຍ​ດອັນ​ຊອບທຳ​ຂອງ​ພົນລະ​ເມືອງ​ລາວ, ພົນລະ​ເມືອງຕ່າງປະ​ເທດ ​ແລະ ຄົນ​ບໍ່​ມີ​ສັນຊາດ.

     ນອກຈາກນັ້ນ, ກອງປະຊຸມ ໄດ້ຄົ້ນຄວ້າ ແລະ ພິຈາລະນາຮັບຮອງເອົາບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ 6 ເດືອນຕົ້ນປີ, ຄາດຄະເນ ໝົດ ປີ 2017 ແລະ ແຜນການ 2018, ພິຈາລະນາຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດວຽກງານທ່ອງທ່ຽວໃນຊຸມປີຜ່ານມາ ແລະ ທິດທາງແຜນການ ປີ 2018; ພິຈາລະນາຮັບຮອງເອົາບົດ ລາຍງານ ກ່ຽວກັບຜົນການກວດສອບບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ສົກປີ 2015-2016, ບົດສະຫຼຸບການ ເຄື່ອນໄຫວວຽກງານ ປະຈໍາປີ 2017 ແລະ ທິດທາງການເຄື່ອນໄຫວປີ 2018 ຂອງ ອົງການກວດສອບແຫ່ງລັດ, ບົດລາຍງານຂອງອົງການກວດກາລັດຖະບານ ກ່ຽວກັບການກວດກາຕາມຜົນການກວດສອບ ບົດສະຫຼຸບຂາດຕົວ ສົກປີ 2013-2014 ແລະ ສົກປີ 2014-2015; ຮັບຮອງເອົາບົດລາຍງານການ ເຄື່ອນໄຫວວຽກງານປະຈໍາປີ 2017 ແລະ ທິດທາງແຜນການປະຈໍາປີ 2018 ຂອງອົງການໄອຍະການ, ສານປະຊາຊົນສູງສຸດ ແລະ ບົດລາຍງານຂອງກະຊວງຍຸຕິທໍາ ກ່ຽວກັບການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ; ຮັບຮອງ ເອົາບົດລາຍງານ ການຈັດຕັ້ງປະຕິບັດແຜນການ ປະຈໍາປີ 2017 ແລະ ທິດທາງແຜນການ ປະຈໍາປີ 2018 ຂອງສະພາແຫ່ງຊາດ. ໂດຍຮັບຮອງເອົາເນື້ອໃນການຕິດຕາມກວດກາ ປະຈໍາປີ 2018 ຂອງສະພາແຫ່ງຊາດ.

     ກອງ​ປະຊຸມ​ຍັງ​ໄດ້ຮັບຮອງເອົາແຜນການສ້າງ ແລະ ປັບປຸງກົດໝາຍ ປະຈໍາປີ 2018 ໃນນັ້ນ ກອງປະຊຸມ ໄດ້ພິຈາລະນາ ແລະ ຮັບຮອງເອົາກົດໝາຍສ້າງໃໝ່ ຈໍານວນ 8 ສະບັບ ຄື ກົດໝາຍວ່າດ້ວຍ ການປົກປ້ອງຜົນກະ ທົບຈາກນໍາເຂົ້າສິນຄ້າ, ກົດໝາຍວ່າດ້ວຍ ການຖ່າຍທອດເຕັກໂນໂລຊີ, ກົດໝາຍດ້ວຍ ອຸຕຸນິຍົມ ແລະ ອຸທົກກະສາດ, ກົດໝາຍວ່າດ້ວຍ ລະບົບການຊໍາລະ, ກົດໝາຍວ່າດ້ວຍ ການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ, ກົດໝາຍ ວ່າດ້ວຍ ຜູ້ພິພາກສາ, ກົດໝາຍວ່າດ້ວຍ ການກັນ ແລະ ຄວບຄຸມພະຍາດຕິດຕໍ່ ແລະ ກົດໝາຍວ່າດ້ວຍ ວຽກງານກາແດງ ແລະ ກົດໝາຍປັບປຸງ 7 ສະບັບ ຄື ກົດໝາຍວ່າດ້ວຍ ແຮ່ທາດ, ກົດໝາຍວ່າດ້ວຍ ຊັບສິນທາງ ປັນຍາ, ກົດໝາຍວ່າດ້ວຍ ຜັງເມືອງ, ກົດໝາຍວ່າດ້ວຍ ການກວດກາລັດ, ກົດໝາຍວ່າດ້ວຍ ການດໍາເນີນຄະດີອາຍາ, ກົດໝາຍວ່າດ້ວຍ ສັນຊາດ ແລະ ກົດໝາຍວ່າດ້ວຍ ອົງການກໍາມະບານລາວ. .

     ກອງປະຊຸມຍັງຕົກລົງເລື່ອນ ຮ່າງກົດໝາຍວ່າດ້ວຍ ໜີ້ສາທາລະນະ ໄປພິຈາລະນາ ໃນກອງປະຊຸມສະໄໝສາມັນ ເທື່ອຕໍ່ໄປ ເພື່ອຮັບປະກັນດ້ານເນື້ອໃນ ໃຫ້ມີຄຸນນະພາບ ແລະ ສາມາດຈັດຕັ້ງປະຕິບັດໃຫ້ມີຜົນສັກສິດ. ຊຶ່ງກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ VIII ໄດ້ອັດລົງ ດ້ວຍຜົນສໍາເລັດຢ່າງຈົບງາມ ໃນວັນທີ 17 ພະຈິກ 2017.