ສະຖາບັນຍຸຕິທໍາແຫ່ງຊາດ ສາຂາສະຫວັນນະເຂດຈັດພິທີປະກາດການຈັດຕັ້ງ

ສະຖາບັນຍຸຕິທໍາແຫ່ງຊາດ ສາຂາສະຫວັນນະເຂດຈັດພິທີປະກາດການຈັດຕັ້ງ

         ໃນຕອນເຊົ້າຂອງວັນທີ 10 ພຶດສະພາ 2024 ນີ້ ທີ່ສະໂມສອນສະຖາບັນຍຸຕິທໍາແຫ່ງຊາດ ສາຂາສະ ຫວັນເຂດ ໄດ້ຈັດພິທີປະກາດການຈັດຕັ້ງ ຂອງສະຖາບັນຍຸຕິທໍາແຫ່ງຊາດ ສາຂາສະ ຫວັນນະເຂດ ຂຶ້ນ. ພາຍໃຕ້ ການເປັນປະທານ ຂອງ ທ່ານ ໄພວີ ສີບົວລິພາ ກໍາມະການສູນກາງພັກ ລັດຖະມົນຕີກະຊວງຍຸຕິທໍາ ມີຫົວໜ້າກົມ ຈັດຕັ້ງ ແລະ ພະນັກງານ, ຮອງຫົວໜ້າສະຖາບັນຍຸຕິທໍາ ແຫ່ງຊາດ, ຫົວໜ້າພະແນກຍຸຕິທໍາແຂວງ, ກອງປະຕິບັດ ຄໍາຕັດສີນຂອງສານ, ຄູ-ອາຈານສະຖາບັນຍຸຕິທໍາແຫ່ງຊາດ ສາຂາສະຫວັນນະເຂດ, ຜູ້ຕາງໜ້າ ມະຫາວິທະຍາໄລສະ ຫວັນນະເຂດ ແລະ ບັນດາແຂກຖືກເຊີນອ້ອມຂ້າງແຂວງ ເຂົ້າຮ່ວມ.

     ໃນພິທີທ່ານ ຄໍາເສີດ ວິລະພັັນ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກໍໄດ້ຂຶ້ນຜ່ານຂໍ້ຕົກລົງຂອງທ່ານລັດ ຖະມົນຕີກະຊວງຍຸຕິທໍາ 2 ສະບັບຄື ຂໍ້ຕົກລົງສະບັບເລກທີ 652 ແລະ 653/ກ ຍ, ລົງວັນທີ 7 ພຶດສະພາ 2024 ວ່າດ້ວຍການແຕ່ງຕັ້ງຫົວໜ້າ ແລະ ຮອງຫົວໜ້າສະຖາບັນຍຸຕິທໍາແຫ່ງຊາດ ສາຂາສະຫວັນນະເຂດ, ໃນນັ້ນໄດ້ ຕົກລົງແຕ່ງຕັ້ງ ທ່ານ ພວງມະໄລ ກຸນລະວົງ ຮອງ ຫົວໜ້າສະຖາບັນຍຸຕິທໍາແຫ່ງຊາດ ສາຂາສະຫວັນນະເຂດ ເປັນ ຫົວໜ້າສະຖາບັນຍຸຕິທໍາແຫ່ງຊາດ ສາຂາສະຫວັນນະເຂດ, ທ່ານ ບຸນຊູ ເພັດສະຫວັນ, ທ່ານຄໍາຫຼ້າ ພິມມະລາດ, ທ່ານ ວິໄລພອນ ກິ່ນ ບຸນກອງ ແລະ ທ່ານ ລໍາໃຈ ຕົ້ນມະນີ ເປັນຮອງຫົວໜ້າສະຖາບັນຍຸຕິທໍາແຫ່ງຊາດ ສາຂາສະ ຫວັນນະເຂດ ພ້ອມທັງຫົວໜ້າຂະແໜງ, ຫົວໜ້າໜ່ວຍງານວິຊາຈໍານວນໜຶ່ງ ເພື່ອປະກອບເຂົ້າໃນກົງ ຈັກການຈັດ ຕັ້ງດັ່ງກ່າວ, ໂດຍອີງໃສ່ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານຕົວຈິງໃນສະຖາບັນຍຸຕິທໍາແຫ່ງຊາດ ສາຂາ ສະຫວັນນະເຂດ.

     ຕອນທ້າຍຂອງພິທີ ທ່ານ ໄພວີ ສີບົວລິພາ ກຳມະການສູນກາງພັກ, ລັດຖະມົນຕີກະຊວງຍຸຕິທຳ ກໍໄດ້ ມີຄຳເຫັນໂອ້ລົມຊຶ່ງກ່ອນອື່ນໝົດທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜູ້ທີ່ໄດ້ ຮັບການແຕ່ງຕັ້ງໃໝ່ ໃນຄັ້ງນີ້. ພ້ອມນີ້ ທ່ານກໍໄດ້ເນັ້ນໜັກ ໃຫ້ຄະນະພັກ-ຄະນະນໍາສະຖາບັນຍຸຕິ ທໍາແຫ່ງຊາດ ສາຂາສະຫວັນນະເຂດຊຸດໃໝ່ ຈົ່ງພ້ອມກັນເຊີດຊູບົດບາດການນໍາພາຂອງພັກເຂົ້າໃນ ການນໍາພາ-ຊີ້ນໍາ, ການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ຖັນແຖວສະມາຊິກພັກ-ພະນັກ ງານ, ຄູ-ອາຈານ ເອົາໃຈໃສ່ຄົ້ນຄວ້າ, ເຊື່ອມຊຶມ, ແນວທາງນະໂຍບາຍຂອງ ພັກ, ກົດໝາຍ ແລະ ລະບຽບການຂອງລັດ ໃນແຕ່ລະໄລຍະ ໂດຍສະເພາະນະໂຍບາຍ ກ່ຽວກັບການສຶກສາ ການສ້າງບຸກ ຄະລາກອນກົດໝາຍຕອບສະໜອງໃຫ້ແກ່ສັງຄົມເປັນປົກກະຕິ, ມີຄວາມສາມັກຄີຊ່ວຍເຫຼືອເຊິ່ງ ກັນ ແລະກັນ ພ້ອມທັງຍົກສູງຄວາມເປັນແບບຢ່າງນໍາໜ້າ ໃນການປະຕິບັດໜ້າທີ່ ທີ່ພັກ-ລັດ ແລະ ປະຊາຊົນມອບໝາຍ ມີຜົນສຳເລັດໃໝ່ໃຫຍ່ຫຼວງກວ່າເກົ່າ.

ຂ່າວ-ພາບ: ກະຊວງຍຸຕິທໍາ