ສະຖາບັນຍຸຕິທໍາພາກເໜືອ ຈັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານ ປະຈໍາປີ 2017.

    ໃນທ້າຍເດືອນ ມັງກອນ 2018 ຜ່ານມານີ້ ສະຖາບັນຍຸຕິທໍາພາກເໜືອ ໄດ້ຈັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານ ປະຈໍາປີ 2017 ຂອງຕົນຂຶ້ນ ທີ່ຫ້ອງປະຊຸມຂອງສະຖາບັນຍຸຕິທໍາພາກເໜືອ, ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ແສງອາລຸນ ພັນນະລັດ ເລຂາໜ່ວຍພັກຫົວໜ້າສະຖາບັນຍຸຕິທໍາພາກເໜືອ, ມີຮອງເລຂາຄະນະພັກ, ຄະນະສະຖາບັນ ແລະ ພະນັກງານ, ຄູ-ອາຈານເຂົ້າຮ່ວມທັງໝົດ 55 ທ່ານ, ຍິງ 23 ທ່ານ.

     ທ່ານ ແສງເພັັດ ແກ້ວພົມມາ ຄະນະພັກຮອງຫົວໜ້າສະຖາບັນຍຸຕິທຳພາກເໜືອ ກໍໄດ້ຂຶ້ນຜ່ານບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານຮອບດ້ານຂອງສະຖາບັນຍຸຕິທໍາພາກເໜືອປະຈຳປີ 2017 ແລະ ວາງທິດທາງແຜນການເຄື່ອນໄຫວປະຈຳປີ 2018 .ພາຍຫຼັງຜ່ານຮ່າງບົດສະຫຼຸບດັ່ງກ່າວແລ້ວ ຜູ້ເຂົ້າຮ່ວມໃນກອງປະຊຸມກໍໄດ້ພ້ອມກັນປະກອບຄຳເຫັນໃສ່ຮ່າງບົດສະຫຼຸບດັ່ງກ່າວ ເພື່ອໃຫ້ມີຄວາມລະອຽດຈະແຈ້ງ ແລະ ຄົບຖ້ວນສົມບູນຂຶ້ນ.

     ເພື່ອເຮັດໃຫ້ກອງປະຊຸມປະຈໍາປີ 2017 ຂອງສະຖາບັນຍຸຕິທໍາພາກເໜືອ ໃນຄັ້ງນີ້ມີຄວາມໝາຍຄວາມສຳຄັນ ແລະ ທັງເປັນທິດຊີ້ນຳໃຫ້ແກ່ການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ ທ່ານ ແສງອາລຸນ ພັນນະລັດ ເລຂາໜ່ວຍພັກຫົວໜ້າສະຖາບັນຍຸຕິທໍາພາກເໜືອ ກໍ່ໄດ້ມີຄຳເຫັນໂອ້ລົມຕໍ່ຜູ້ເຂົ້າຮ່ວມໃນກອງປະຊຸມ ຊຶ່ງກ່ອນອື່ນທ່ານກໍໄດ້ຍ້ອງຍໍຊົມເຊີຍ ແລະ ເນັ້ນໜັກໃຫ້ພະນັກງານ-ລັດຖະກອນ, ຄູ-ອາຈານ ຂອງສະຖາບັນຍຸຕິທຳພາກເໜືອ ເອົາໃຈໃສ່ສຶກສາອົບຮົມທາງດ້ານການເມືອງ-ແນວຄິດໃຫ້ພະນັກງານ, ຄູ-ອາຈານ ມີຄວາມເຊື່ອໝັນຕໍ່ການນຳພາຂອງພັກ ແລະ ການຄຸ້ມຄອງຂອງລັດຢ່າງໜັກແໜ້ນ, ເອົາໃຈໃສ່ປະຕິບັດໜ້າທີ່ວຽກງານຂອງຕົນດ້ວຍຄວາມຮັບຜິດຊອບສູງ ພ້ອມທັງຮັກສາມູນເຊື້ອຄວາມສາມັກຄີທັງພາຍໃນ ແລະ ພາຍນອກໃຫ້ນັບມື້ນັບແໜ້ນແຟ້ນຂຶ້ນເລື້ອຍໆ. ໃນເວລາ 11:25 ນາທີຂອງວັນດຽວກັນກອງປະຊຸມໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ.

ພາບ, ຂ່າວ: ໝອນນະພາ ຄຳຈັນ, ສະຖາບັນຍຸຕິທຳພາກເໜືອ