ສະຖາບັນຍຸຕິທຳແຫ່ງຊາດ ຈັດພິທີມອບປະກາສະນີຍະບັດໃຫ້ ຜູ້ສຳເລັດການສຶກສາກົດໝາຍຊັ້ນສູງ ຮຸ່ນທີ 1 ແລະ ປະລິນຍາຕີ ຮຸ່ນທີ 6 ປະຈຳສົກປີ 2015-2016

     ພິທີ​ມອບ​ປະກາສະນີຍະບັດ ​ໃຫ້​ຜູ້​ສຳ​ເລັດ​ການ​ສຶກສາ​ກົດໝາຍຊັ້ນ​ສູງ ຮຸ່ນ​ທີ 1 ​ແລະ ປະລິນຍາ​ຕີ ຮຸ່ນ​ທີ 6 ປະ​ຈຳ​ສົກ​ປີ 2015-2016 ຂອງ​ສະ​ຖາ​ບັນ​ຍຸຕິ​ທຳ​ແຫ່ງ​ຊາດ​, ກະຊວງ​ຍຸຕິ​ທຳ ​ໄດ້​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ 16 ກັນຍາ 2016 ທີ່​ສູນ​ການ​ຄ້າ​ລາວ​ໄອ​ເຕັກ ​ພາຍ​ໃຕ້ການ​ເປັນ​ປະທານ​ຂອງ ​ທ່ານ ​ໄຊ​ສີ​ ສັນຕິ​ວົງ ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ,  ມີບັນດາ​ຫົວໜ້າກົມ, ຫົວໜ້າສະ​ຖາ​ບັນອອ້ມຂ້າງກະຊວງ​ຍຸຕິ​ທຳ ​ແລະ ​ແຂກ​ຖືກ​ເຊີນ​, ​​ພ້ອມ​ດ້ວຍຄູ​ອາຈານ ຕະຫຼອດພໍ່​ແມ່​ຜູ້​ປົກຄອງ ​ແລະ ນັກ​ສຶກກົດ ໝາຍຜູ້​ສຳ​ເລັດ​ການ​ສຶກສາ​ເຂົ້າ​ຮວ່ມ.

      ໃນ​ພິທີ ທ່ານ ປອ ຈອມ​ຄຳ ບຸບຜາ​ລີ​ວັນ ​ໄດ້​ຂຶ້ນ​ຜ່ານ​ບົດ​ສະຫຼຸບ​ໃນ​ການ​ກໍ່ສ້າງ​ນັກ​ສຶກສາ​ກົດໝາຍລະບົບ​ຊັ້ນ​ສູງ ຮຸ່ນ​ທີ 1 ​ແລະ ປະລິນຍາ​ຕີ ຮຸ່ນ 6 ຊື່​ງ​ທ່ານ​ໄດ້​ກ່າວ​ວ່າ ​ໃນ​ສົກ​ປີ 2015-2016 ມີ​ຜູ້​ສຳ​ເລັດ​ການ​ສຶກສາ​ທັງໝົດ 1.558 ຄົນ, ຍິງ 462 ຄົນ ​ໃນ​ນີ້​ແບ່ງ​ເປັນ​ລະບົບ​ຊັ້ນ​ສູງ 842 ຄົນ ຍິງ 260 ​ແລະ ລະບົບ​ປະລິນຍາ​ຕີ 716 ຄົນ ຍິງ 202 ຄົນ. ​ຜ່ານ​ການ​ສອບ​ເສັງ​ສາມາດ​ຈັດ​ອັນ​ດັບ​ໄດ້​ ດັ່ງ​ນີ້: ​ລະບົບ​ຊັ້ນ​ສູງ ​ໄດ້ລະດັບ​ດີ​ເລີດມີ ​ 90 ຄົນ, ລະດັບ​ດີຫຼາຍມີ ​ 200 ຄົນ, ລະດັບ​ດີມີ ​ 450 ຄົນ, ລະດັບ​ປານກາງມີ 101 ຄົນ  ​ແລະ ສຳລັບລະບົບປະລິນຍາ​ຕີ ລະດັບ​ດີ​ເລີດມີ 71 ຄົນ, ລະດັບ​ດີຫຼາຍ ​ ມີ143 ຄົນ, ລະດັບ​ດີ ​ 394 ຄົນ, ລະດັບ​ປານກາງ 108 ຄົນ  ​ສັງ​ລວມ​ແລ້ວຜົນສຳເລັດ​ໃນ​ຄັ້ງ​ນີ້​ ກໍຍ້ອນ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ຄູ​-ອາຈານ​ທີ່​ເປັນ​ເຈົ້າ​ການ​ໃນ​ການ​ສິດສອນ ​ແລະ ນັກ​ສຶກສາ​ແຕ່ລະຄົນ ​ຍາມ​ໃດ​ກໍ​ເອົາ​ໃຈ​ໃສ່​ຕັ້ງໜ້າສຶກສາ​ຄົ້ນຄວ້າຮ່ຳຮຽນ, ອົດທົນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຫຍາ​ກນາໆປະການ​​ໃນ​ໄລຍະ​ຝຶກ​ງານ ຈຶ່ງ​ສາມາດ​ສອບ​ເສັງ​ສຳ​ເລັດ​ຕາມຫຼັກສູດທີ່​ກະຊວງ​ສຶກສາ​ທິການ ​ແລະ ກິລາ​ ວາງ​ອອກ​ຢ່າງ​ຄົບ​ຖ້ວນ.

     ໃນ​ຕອນ​ທ້າຍ​ຂອງ​ພິທີ ທ່ານ ​ໄຊ​ສີ ສັນຕິ​ວົງ ​ລັດຖະມົນຕີກະຊວງຍຸຕິທຳ ກໍໄດ້​ໃຫ້ກຽດມອບ​ໃບ​ປະກາສະ​ນິຍະ​ບັດ​ໃຫ້​ນັກ​ສຶກສາ​ກົດໝາຍ ​ແລະ ​ໂອ້​ລົມຜູ້​ທີ່ເລັດ​ການສຶກສາ​​ໃນສົກປີ​ນີ້ ​ຈົ່ງ​ພ້ອມ​ກັນ​ນຳ​ເອົາ​ຄວາມ​ຮູ້, ຄວາມ​ສາມາດ​ທີ່​ໄດ້​ຮຽນມາ​ໄປ​ນຳ​ໃຊ້​ເຂົ້າ​ໃນ​ວຽກງານ ​ເພື່ອ​ໃຫ້​ເກີດ​ຜົນ​ປະ​ໂຫຍ​ດສູງ​ສຸດ​ແກ່​ສັງຄົມ.

ຂ່າວ: ອອ່ນຄຳ ​ໄຊ​ຍະ​ວົງ;      ພາບ: ຈັນທະ​ວີ​ສຸກ ​ແລະ ສຸດ​ສາຄອນ