ສະຖາບັນຍຸຕິທຳພາກເໜືອ ຈັດພິທີຮັບສະມາຊິກພັກສໍາຮອງເລື່່ອນຂຶ້ນເປັນສົມບູນ

     ຢູ່ທີ່ສະຖາບັນຍຸຕິທໍາພາກເໜືອ ໄດ້ຈັດພິທີຮັບສະມາຊີກພັກສໍາຮອງເລື່ອນຂຶ້ນເປັນສະມາຊິກພັກສົມບູນ ໃນຕອນເຊົ້າຂອງວັນທີ 24 ພຶດສະພາ 2017 ພາຍໃຕ້ການເປັນປະທານ ຂອງສະຫາຍ ແສງອາລຸນ ພັນນະລັດ ເລຂາໜ່ວຍພັກ, ຫົວໜ້າສະຖາບັນຍຸຕິທໍາພາກເໜືອ ແລະ ສະຫາຍ ນາງ ອຸບົນ ແກ້ວວິໄລ ຮອງເລຂາໜ່ວຍພັກ, ຮອງຫົວໜ້າສະຖາບັນຍຸຕິທຳພາກເໜືອ, ມີຄະນະໜ່ວຍພັກ, ສະມາຊິກພັກສົມບູນ ແລະ ສໍາຮອງຂອງສະຖາບັນຍຸຕິທຳພາກເໜືອເຂົ້າຮ່ວມ.

     ໃນພິທີຄະນະຮັບຜິດຊອບ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງຄະນະປະຈໍາພັກແຂວງ ວ່າດ້ວຍການຮັບເອົາສະມາຊິກພັກສໍາຮອງເລື່ອນຂຶ້ນເປັນສະມາຊິກພັກສົມບູນ ຈໍານວນ​ 5 ສະຫາຍ, ຍິງ 2 ສະຫາຍ, ຈາກນັ້ນ ສະຫາຍ ແສງອາລຸນ ພັນນະລັດ ເລຂາໜ່ວຍພັກ, ຫົວໜ້າສະຖາບັນຍຸຕິທຳພາກເໜືອ ໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນຳຕໍ່ຜູ້ທີ່ໄດ້ຮັບເຂົ້າເປັນສະມາຊີກພັກປະຊາຊົນປະຕິວັດລາວ ໃຫ້ຢຶດຖືເອົາ 5 ຫຼັກການ ແລະ 3 ທິດນໍາ ຂອງພັກປະຊາຊົນປະຕິວັດລາວ, ພ້ອມທັງສືບຕໍ່ຝຶກຝົນຫຼໍ່ຫຼອມດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ ແລະ ເຮັດສຳເລັດໜ້າທີ່ທີ່ການຈັດຕັ້ງມອບໝາຍໃຫ້. ຫຼັງຈາກນັ້ນ ຕາງໜ້າສະມາ ຊິກພັັກສົມບູນໃໝ່ ກໍໄດ້ຂຶ້ນຮັບຄຳໂອວາດ ພ້ອມທັງປະຕິຍານວ່າຈະປະຕິບັດກົດລະບຽບພັກວາງອອກຢ່າງເຂັ້ມງວດ ແລະ ຈະພ້ອມກັນປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປົກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ ຈົນສຸດຄວາມສາມາດ.