ສອງກະຊວງຈັດກອງປະຊຸມປຶກສາຫາລື (ຮ່າງ) ກົດໝາຍວ່າດ້ວຍ ເອກະສານ

ກອງປະຊຸມປຶກສາຫາລື (ຮ່າງ) ກົດໝາຍວ່າດ້ວຍ ເອກະສານ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 1 ມີນາ 2019 ຢູ່ທີ່ສະໂມສອນ ກະຊວງຍຸຕິທໍາ, ໂດຍການເປັນປະທານຮ່ວມຂອງ ທ່ານ ປອ. ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທຳ, ທ່ານ ທອງຈັນ ມະນີໄຊ ຮອງລັດຖະມົນຕີກະຊວງພາຍໃນ, ມີຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກ ພ້ອມດ້ວຍພະນັກງານວິຊາການຂອງສອງກະຊວງເຂົ້າຮ່ວມຈຳນວນ 21 ທ່ານ, ຍິງ 5 ທ່ານ.

ຈຸດປະສົງຂອງກອງປະຊຸມ (ຮ່າງ) ກົດໝາຍວ່າດ້ວຍ ເອກະສານໃນຄັ້ງນີ້ ແມ່ນເພື່ອກຳນົດຫຼັກການ, ລະບຽບການ ແລະ ມາດຕາການກ່ຽວກັບການຈັດຕັ້ງ, ການເຄື່ອນໄຫວ, ການຄຸ້ມຄອງ, ການຕິດຕາມ, ການກວດກາວຽກງານເອກະສານ ເພື່ອເຮັດໃຫ້ວຽກງານດັ່ງກ່າວ ເປັນລະບົບ, ມີປະສິດທິພາບ ແລະ ເປັນເອກະພາບໃນຂອບເຂດທົ່ວປະເທດ ແນໃສ່ປົກປັກຮັກສາ ແລະ ອະນຸລັກເອກະສານໃຫ້ມີຄຸນຄ່າທາງດ້ານປະຫວັດສາດ ແລະ ສັງຄົມ, ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ. ນອກຈາກນັ້ນ, ເອກະສານຍັງມີຄວາມສຳຄັນ ເປັນຂໍ້ມູນທີ່ບັນທຶກໃສ່ສິ່ງວັດຖຸ ທີ່ສ້າງຂຶ້ນໃນຂະບວນການເຄື່ອນໄຫວ ຂອງການຈັດຕັ້ງຂອງພັກ, ລັດ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງສັງຄົມ, ນິຕິບຸກຄົນ ແລະ ບຸກຄົນ ເພື່ອເປັນເຄື່ອງມື ແລະ ພາຫະນະ ໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ, ຕິດຕໍ່ພົວພັນຊຶ່ງກັນ ແລະ ກັນ, ບັນທຶກເຫດການຕ່າງໆ ແລະ ເປັນຫຼັກຖານອ້າງອີງ ໃນການເຄື່ອນໄຫວວຽກງານ. (ຮ່າງ) ກົດໝາຍວ່າດ້ວຍ ເອກະສານ ປະກອບມີ 10 ພາກ, 16 ໝວດ ແລະ 99 ມາດຕາ.

ພາຍຫຼັງທີ່ໄດ້ຮັບຮູ້ຈຸດປະສົງ ແລະ ຄວາມສຳຄັນ ແລ້ວ ບັນດາທ່ານຜູ້ທີ່ເຂົ້າຮ່ວມກອງປະຊຸມ ກໍໄດ້ພ້ອມກັນປະ ກອບຄຳຄິດຄຳເຫັນໃສ່ (ຮ່າງ) ກົດໝາຍວ່າດ້ວຍ ເອກະສານ ເພື່ອເຮັດໃຫ້ເນື້ອໃນມີຄວາມສອດຄ່ອງ ແລະ ຖືກຕ້ອງກັບສະພາບຄວາມເປັນຈິງ, ມີຄວາມເປັນເອກະພາບກັນໃນການຈັດຕັ້ງປະຕິບັດ ແລະ ມີຜົນສຳເລັດຍິ່ງຂຶ້ນ.

ຂຽນຂ່າວ: ບຸນຖອມ ພະສະແຫວງ; ຖ່າຍພາບ: ສຸກສາຄອນ ຈັນທະວຸດ