ລັດຖະມົນຕີກະຊວງຍຸຕິທໍາ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ Datuk Liew Vui Keong J.P

ໃນຕອນບ່າຍຂອງວັນທີ 11 ຕຸລາ 2018 ຢູ່ທີ່ຫ້ອງຮັບແຂກຂອງກະຊວງຍຸຕິທໍາ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ Datuk Liew Vui Keong J.P, ລັດຖະມົນຕີກົດໝາຍປະຈໍາຫ້ອງການສໍານັກງານນາຍົກ ຂອງປະເທດມາເລເຊຍ ພ້ອມດ້ວຍຄະນະ.

ໂອກາດນີ້ ທ່ານ ໄຊສີ ສັນຕິວົງ ກໍໄດ້ສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍຕໍ່ ທ່ານ Datuk Liew Vui Keong J.P, ທີ່ໄດ້ເຂົ້າຢ້ຽມຂໍ່ານັບ ແລະ ເນື່ອງໃນໂອກາດເດີນທາງມາເຂົ້າຮ່ວມກອງປະຊຸມລັດຖະມົນຕີກົດໝາຍອາຊຽນຄັ້ງທີ 10 ຢູ່ ສປປ ລາວ. ທ່ານ Datuk Liew Vui Keong J.P, ພ້ອມດ້ວຍຄະນະຖືເອົາໂອກາດນີ້ພົບປະແລກປ່ຽນບົດຮຽນໃນການຮ່ວມມືຂອງສອງກະຊວງຍຸຕິທໍາ ແຫ່ງ ສປປ ລາວ ແລະ ລັດຖະບານມາເລເຊຍ ໃນໄລຍະຜ່ານມາເຫັນວ່າ ຂົງເຂດວຽກງານຍຸຕິທໍາ ແລະ ກົດໝາຍຂອງສອງປະເທດຍັງມີລັກສະນະຈໍາກັດ. ສະນັ້ນ, ໃນການພົບປະ, ແລກປ່ຽນບົດຮຽນຄັ້ງນີ້ ທ່ານ ລັດຖະມົນຕີກະຊວງຍຸຕິທໍາ ແຫ່ງ ສປປ ລາວ ໄດ້ສະເໜີກ່ຽວກັບທີ່ຕັ້ງ, ພາລະບົດບາດ ແລະ ວຽກບູລິມະສິດຂອງກະຊວງຍຸຕິທໍາ ແຫ່ງ ສປປ ລາວ ເຊັ່ນ ການສ້າງລັດປົກຄອງດ້ວຍກົດໝາຍ, ການສ້າງຄວາມເຂັ້ມແຂງໃຫ້ສະຖາບັນຍຸຕິທໍາແຫ່ງຊາດ ໃນການປັບປຸງຫຼັກສູດການຮຽນ-ການສອນ, ສ້າງວິຊາຊີບທາງດ້ານຍຸຕິທໍາໃຫ້ຜູ້ພິພາກສາ, ໄອຍະການ , ທະນາຍຄວາມ, ວຽກງານການສ້າງສະຕິເຄົາລົບກົດໝາຍ, ການປັບປຸງກົດໝາຍ ວ່າດ້ວຍການຈັດຕັ້ງປະຕິບັດຄໍາຕັດສີນຂອງສານ, ປະມວນກົດໝາຍແພ່ງ, ອາຍາ ແລະ ວຽກງານຍຸຕິທໍາຮາກຖານ ເພື່ອສ້າງຄວາມເຂັ້ມແຂງໃນການສ້າງລັດທີ່ປົກຄອງດ້ວຍກົດໝາຍໃຫ້ທາງທ່ານ Datuk Liew Vui Keong J.P ພ້ອມຄະນະຮັບຊາບນໍາ. 
ໃນໂອກາດດຽວກັນ ທ່ານ Datuk Liew Vui Keong J.P ໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ກຽດສະຫຼະເວລາຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້ ແລະ ຈະສືບຕໍ່ເສີມຂະຫຍາຍສາຍພົວພັນການຮ່ວມມືໃຫ້ແໜ້ນແຟ້ນຍິ່ງຂຶ້ນ.

ຂ່າວ-ພາບ: ຂົນ ບຸນທິສານ