ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມອຳລາ ຂອງທ່ານ ນາງ ຄາຣິນາ ເອັມໂມເນັນ

ໃນຕອນເຊົ້າຂອງວັນທີ 18 ເມສາ 2019 ຢູ່ທີ່ຫ້ອງຮັບແຂກກະຊວງຍຸຕິທຳ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີ ກະຊວງຍຸຕິທຳ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາ ຂອງ ທ່ານ ນາງ ຄາຣິນາ ເອັນໂມເນັນ ຫົວໜ້າອົງການສະຫະປະສະຊາດ ປະຈຳ ສປປ ລາວ ເນື່ອງໃນໂອກາດສຳເລັດ ການປະຕິບັດໜ້າທີ່ວຽກງານ ຢູ່ ສປປ ລາວ ເປັນເວລາ 5 ປີ.

ໃນໂອກາດການເຂົ້າຢ້ຽມອຳລາໃນຄັ້ງນີ້ ທ່ານ ລັດຖະມົນຕີກະຊວງຍຸຕິທຳ ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ກັບການປະຕິບັດໜ້າທີ່ວຽກງານໃນໄລຍະ 5 ປີ ຜ່ານມາ ຕໍ່ຜົນສຳເລັດທາງການຂອງ ທ່ານ ນາງ ຄາຣິນາ ເອັນໂມເນັນ ຢູ່ ສປປ ລາວ, ໃນປັດຈຸບັນອົງການສະຫະປະຊາຊາດໄດ້ໃຫ້ການຊ່ວຍເຫຼືອຂະແໜງການຍຸຕິທຳ ໂດຍຜ່ານໂຄງການສະໜັບສະໜູນທາງດ້ານຍຸດທະສາດ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ການປົກຄອງລັດດ້ວຍກົດໝາຍ (3S-ROL) ຊຶ່ງເປັນບາດກ້າວ ທີ່ສຳຄັນທີ່ຈະກ້າວໄປສູ່ການສ້າງລັດທີ່ປົກຄອງດ້ວຍກົດ
ໝາຍ.

ໃນໂອກາດການເຂົ້າຢ້ຽມອຳລາໃນຄັ້ງນີ້ ທ່ານ ນາງ ຄາຣິນາ ກໍໄດ້ສະແດງຄວາມຂອບໃຈຕໍ່ທ່ານລັດຖະມົນຕີກະຊວງຍຸຕິທຳທີ່ໃຫ້ການຕ້ອນຮັບອັນອົບອຸ່ນ ພ້ອມທັງຢືນຢັນຈະມອບໜ້າທີ່ໃຫ້ຜູ້ໃໝ່ສືບຕໍ່ການຮ່ວມມື ແລະ ໃຫ້ການຊ່ວຍເຫຼືອຂະແໜງຍຸຕິທຳຕໍ່ໄປ.

ຂຽນຂ່າວ: ບຸນຖອມ ພະສະແຫວງ; ຖ່າຍພາບ: ສົມຫວັງ ບົວລະພັນ