ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລັດຖະທູດ ແຫ່ງ ລາຊະອານາຈັກໄທ

ທ່ານ ໄຊສີ ສັນຕິວົງ, ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ດຳລົງ ໃຄຄວນ, ເອກອັກຄະລັດຖະທູດ ແຫ່ງ ລາຊະອານາຈັກໄທ (ຜູ້ໃໝ່) ປະຈຳ ສປປ ລາວ ພ້ອມດ້ວຍຄະນະ ໃນວັນທີ 25 ທັນວາ 2019 ທີ່ຫ້ອງຮັບແຂກ ກະຊວງຍຸຕິທຳ, ນະຄອນຫຼວງວຽງຈັນ.
ຈຸດປະສົງຂອງການເຂົ້າຢ້ຽມຂ່ຳນັບຄັ້ງນີ້ ເນື່ອງໃນໂອກາດທີ່ ທ່ານ ດຳລົງ ໃຄຄວນ ມາດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ຜູ້ໃໝ່ ປະຈຳ ສປປ ລາວ ແລະ ປຶກສາຫາລືກ່ຽວກັບການພົວພັນຮ່ວມມືຂອງສອງຊາດ ກໍຄືສອງກະຊວງຍຸຕິທຳ ລາວ-ໄທ ໃນໄລຍະຜ່ານມາ; ຊຶ່ງທ່ານເອກອັກຄະລັດຖະທູດ ໄດ້ລາຍງານສະພາບຈຸດພິເສດຂອງເສດຖະກິດສັງຄົມ ຂອງລາຊະອານາຈັກໄທໃຫ້ທ່ານລັດຖະມົນຕີຮັບຊາບ. ຈາກນັ້ນ, ທ່ານລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ໄດ້ສະເໜີໃຫ້ ທ່ານ ເອກອັກຄະລັດຖະທູດ ແຫ່ງ ລາຊະອານາຈັກໄທ ຮູ້ກ່ຽວກັບ ທີ່ຕັ້ງ, ພາລະບົດບາດ ແລະ ວຽກບູລິມະສິດຂອງ ກະຊວງຍຸຕິທຳ ສປປ ລາວ; ວຽກງານການຮ່ວມມືລະຫວ່າງ ກະຊວງຍຸຕິທຳ ລາວ ແລະ ກະຊວງຍຸຕິທຳ ໄທ ໃນໄລຍະຜ່ານມາ ແລະ ແຜນການຮ່ວມມືໃນປີ 2020; ໂດຍສະເພາະ ການແລກປ່ຽນ ແລະ ຢ້ຽມຢາມລະຫວ່າງສອງຝ່າຍ ລາວ-ໄທ; ການຮ່ວມມືສອງຝ່າຍກ່ຽວກັບບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືລະຫວ່າງສອງກະຊວງຍຸຕິທຳ ລາວ-ໄທ ຊຶ່ງພາຍຫຼັງທີ່ໄດ້ຮ່ວມລົງນາມໃນບົດບັນທຶກການຮ່ວມມືທາງດ້ານຍຸຕິທຳ ແລະ ກົດໝາຍ ໃນລະຫວ່າງກອງປະຊຸມລັດຖະບານຮ່ວມ ລາວ-ໄທ ບໍ່ເປັນທາງການຄັ້ງທີ 3 ທີ່ ນະຄອນຫຼວງວຽງຈັນ, ສປປ ລາວ ຄັ້ງວັນທີ 14 ທັນວາ 2018 ທີ່ສອງຝ່າຍຍັງບໍ່ໄດ້ຈັດຕັ້ງປະຕິບັດແຜນກິດຈະກຳໃດໆຮ່ວມກັນ. ເນື່ອງໃນໂອກາດການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ໄທ ຄົບຮອບ 70 ປີ ໃນປີ 2020 ທີ່ຈະມາເຖິງ ກະຊວງຍຸຕິທຳ ສປປ ລາວ ໄດ້ກະກຽມສ້າງແຜນກິດຈະກຳຕາມຂອບເຂດ ແລະ ກິດຈະກຳການຮ່ວມມືລະຫວ່າງສອງຝ່າຍທີ່ໄດ້ກຳນົດໄວ້ໃນບົດບັນທຶກຄວາມເຂົ້າໃຈສະບັບດັ່ງກ່າວ ເພື່ອໃຫ້ບັນລຸຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້.

ໃນຕອນທ້າຍ ທ່ານລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ທ່ານເອກອັກຄະລັດຖະທູດ ທີ່ໄດ້ຮັບໜ້າທີໃໝ່ ແລະ ເຊື່ອໝັ້ນວ່າ ຕະຫຼອດວາລະການດຳລົງດຳແໜ່ງ ຢູ່ ສປປ ລາວ ຄັ້ງນີ້ ຈະເປັນຂີດໝາຍອັນດີ ເຮັດໃຫ້ການຮ່ວມມືຂະຫຍາຍຕົວຂຶ້ນຢ່າງບໍ່ຢຸດຢັ້ງ ທັງລວງເລິກ ແລະ ລວງກວ້າງ ເພື່ອໃຫ້ມີປະສິດທິຜົນຍິ່ງຂຶ້ນ.

ຂຽນຂ່າວ-ຖ່າຍພາບ: ຊາຍພິມພອນ ສີຣິວົງໄຊ