ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງຫົວໜ້າສະຖາບັນຍຸຕິທຳ ແຫ່ງ ສສ ຫວຽດນາມ

ໃນຕອນເຊົ້າຂອງວັນທີ 26 ມີນາ 2019 ຢູ່ທີ່ຫ້ອງຮັບແຂກກະຊວງຍຸຕິທຳ, ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງ ທ່ານ ດວານ ຈຸງກຽນ ຫົວໜ້າສະຖາບັນຍຸຕິທຳ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ.

ຈຸດປະສົງໃນການເຂົ້າຢ້ຽມຂໍ່ານັບຄັ້ງນີ້ ແມ່ນເພື່ອລາຍງານສະຫຼຸບຕີລາຄາຄືນກ່ຽວກັບຜົນຂອງການຈັດຕັ້ງປະຕິບັດບັນດາກິດຈະກຳຕ່າງໆ ປະຈຳປີ 2018 ແລະ ວາງທິດທາງແຜນການປະຈຳປີ 2019 ໃຫ້ບັນລຸຕາມເປົ້າໝາຍທີ່ກໍານົດໄວ້ ຄະນະຜູ້ແທນ ຂອງ ສສ ຫວຽດນາມ ແລະ ຄະນະກຸ່ມຄົ້ນຄວ້າ 6 ຫຼັກສູດວິຊາຊີບຈະໄດ້ເຮັດວຽກຮ່ວມກັນ ເພື່ອປຶກສາຫາລືໃນການເກັບກຳຂໍ້ມູນ ແລະ ປຶ້ມຕຳລາເອກະສານ ເພື່ອຮັບໃຊ້ວຽກງານວິຊາຊີບໃຫ້ທັນຕາມການກຳນົດເວລາ.

ໃນຄະນະດຽວກັນນັ້ນ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ການສະໜັບສະໜູນ, ການຊ່ວຍເຫຼືອ ສປປ ລາວ ຂອງ ສສ ຫວຽດນາມ ໃນດ້ານຕ່າງໆຢ່າງມີໝາກຜົນຕະຫຼອດມາ ແລະ ອວຍພອນໃຫ້ ທ່ານ ດວານ ຈຸງກຽນ ຫົວໜ້າສະຖາບັນຍຸຕິທຳ ສສ ຫວຽດນາມພ້ອມດ້ວຍຄະນະ ຈົ່ງປະສົມຜົນສຳເລັດ ໃນການເຄື່ອນໄຫວວຽກງານຢູ່ ສປປ ລາວ ໃນຄັ້ງນີ້ ແລະ ຫວັງຢ່າງຍິ່ງວ່າ ສາຍພົວພັນ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ແລະ ກະຊວງຍຸຕິທຳ ສອງຊາດ ລາວ-ຫວຽດນາມ ຈະໄດ້ຮັບການເສີມຂະຫຍາຍ ຂຶ້ນໄປເລື້ອຍໆ.

ຂຽນຂ່າວ-ຖ່າຍພາບໂດຍ: ບຸນຖອມ ພະສະແຫວງ