ລັດຖະມົນຕີກະຊວງຍຸຕິທຳ ຕ້ອນຮັບຄະນະຜູ້ແທນຫວຽດນາມ

       

ວັນທີ 19 ພຶດສະພາ 2016 ທີ່ຫ້ອງຮັບແຂກກະຊວງຍຸຕິທຳ, ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ  ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຢາມຂອງ ທ່ານ ເລເວ ກວກ ຫົວໜ້າອຳນວຍ​ການ​​ໂຮງຮຽນກົດໝາຍຊັ້ນ​ກາງດົ້ງເຮີຍ, ແຂວງ ກວາງບິ້ງ, ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາເຮັດວຽກເພື່ອຄັດເລືອກເອົານັກຮຽນ-ນັກສຶກສາລາວ ຢູ່ແຂວງ ຄຳມ່ວນ, ແຂວງ ສະຫວັນນະເຂດ ແລະ ແຂວງ ຈຳປາສັກ ໄປຮຽນຕໍ່ຢູ່​ໂຮງຮຽນກົດໝາຍຊັ້ນ​ກາງດົ້ງເຮີຍ.

        ໂອກາດນີ້ ທ່ານ ລັດຖະມົນຕີກະຊວງຍຸຕິທຳ ໄດ້ຕ້ອນຮັບຄະນະຜູ້ແທນຢ່າງອົບອຸ່ນ ພ້ອມທັງຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຂອງຄະນະຜູ້​ແທນ​​ໂຮງຮຽນກົດໝາຍຊັ້ນ​ກາງ​ດົ້ງເຮີຍຄັ້ງນີ້ ເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ ລາວ- ຫຽດນາມ ເວົ້າລວມ, ເວົ້າສະເພາະ ລະຫວ່າງ ສອງກະຊວງຍຸຕິທຳ ທີ່ມີມາແຕ່ດົນນານແລ້ວນັ້ນ ໃຫ້ນັບ ມືແໜ້ນແຟ້ນຍິ່ງຂຶ້ນ ພ້ອມທັງສະແດງຄວາມຂອບໃຈມາຍັງພັກ-ລັດຖະບານຫວຽດນາມ ທີ່ໃຫ້ທຶນການຊ່ວຍເຫຼືອທາງດ້ານການສຶກສາແກ່ ສປປ ລາວ ຕະຫຼອດໄລຍະຜ່ານມາ.

        ຕອນທ້າຍ ທ່ານ ເລເວ ກວກ ໄດ້ສະແດງຄວາມຂອບໃຈຢ່າງສູງຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ລາຍງານຜົນສຳເລັດຂອງການຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ໃຫ້ ທ່ານ ລັດຖະມົນຕີກະຊວງຍຸຕິທຳ ຊາບຕື່ມອີກ.

 

ຂ່າວໂດຍ: ວຽງໄຊ ແກ້ວວິໄລໃສສະຫງ່າ