ລັດຖະມົນຕີກະຊວງຍຸຕິທຳ ຕ້ອນຮັບການເຂົ້າຢ້ຽມອຳລາ ຂອງ ທ່ານ ນາງ ຣີນາ ບິດເຕີ ເອກອັກຄະລັດຖະທູດແຫ່ງ ປະເທດສະຫະລັດອາເມລິກາ

ໃນເວລາ 14 ໂມງ 30 ນາທີ ຂອງວັນທີ 15 ມັງກອນ 2020 ຢູ່ທີ່ຫ້ອງຮັບແຂກກະຊວງຍຸຕິທຳ ທ່ານ ໄຊສີ ສັນຕິວົງ, ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມອຳລາ ຂອງ ທ່ານ ນາງ ຣີນາ ບິດເຕີ ເອກອັກຄະລັດຖະທູດເເຫ່ງ ປະເທດສະຫະລັດອາເມລິກາ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ.

ຈຸດປະສົງການເຂົ້າຢ້ຽມໃນຄັ້ງນີ້ ເພື່ອລາຍງານການຈັດຕັ້ງປະຕິບັດໂຄງການໃນໄລຍະ ປີ 2014-2018 ໃນວຽກງານຊ່ວຍເຫຼືອທາງດ້ານກົດໝາຍ, ການໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ ແລະ ການໂຄສະນາເຜີຍແຜ່ກົດໝາຍ. ນອກນັ້ນ, ກໍເພື່ອເປັນການສົ່ງເສີມການຄຸ້ມຄອງລັດດ້ວຍກົດໝາຍ ໃນ ສປປ ລາວ ເພື່ອຮັບປະກັນໃຫ້ມີຄວາມຍຸຕິທຳ, ມີຄວາມສອດຄ່ອງ ແລະ ມີຄວາມໂປ່ງໃສຫຼາຍຂຶ້ນ ຊຶ່ງລວມເຖິງການມີສ່ວນຮ່ວມຂອງແມ່ຍິງ, ຜູ້ທຸກຍາກ ແລະ ປະຊາຊົນຜູ້ດ້ອຍໂອກາດ; ນອກນັ້ນ, ຍັງເປັນການເພີ່ມຂີດຄວາມສາມາດຂອງກະຊວງຍຸຕິທຳ ແລະ ຄູ່ຮ່ວມງານອື່ນໆທີ່ກ່ຽວຂ້ອງກັບການສົ່ງເສີມການເຂົ້າເຖິງກົດໝາຍ ແລະ ຄວາມຍຸຕິທຳ, ເພີ່ມຂີດຄວາມສາມາດຂອງສະພາທະນາຍຄວາມລາວ ໃນວຽກງານຊ່ວຍເຫຼືອທາງດ້ານກົດໝາຍ, ສົ່ງເສີມສິດທິແມ່ຍິງ ແລະ ສ້າງຄວາມສາມາດໃຫ້ແກ່ແມ່ຍິງໃນຂະແໜງກົດໝາຍ. ຈາກນັ້ນ, ຍັງຈະສືບຕໍ່ໂຄງການໄລຍະໃໝ່ ໂດຍແມ່ນ ໂຄງການຊ່ວຍເຫຼືອລ້າຈາກມູນນິທິເອເຊຍ ປະຈຳລາວ ຫຼື ເອີ້ນວ່າ ໂຄງການສົ່ງເສີມການເຂົ້າເຖິງກົດໝາຍ ແລະ ຄວາມຍຸຕິທຳຂອງປະຊາຊົນ ໃນ ສປປ ລາວ ຊຶ່ງແມ່ນກະຊວງຍຸຕິທຳເປັນຜູ້ຊີ້ນຳຂັ້ນມະຫາພາກ ແລະ ຈັດຕັ້ງປະຕິບັດເລີ່ມແຕ່ປີ 2020-2023. ປັດຈຸບັນກະຊວງການຕ່າງປະເທດ ໄດ້ອອກຂໍ້ຕົກລົງຂອງລັດຖະມົນຕີກະຊວງການຕ່າງປະເທດ ວ່າດ້ວຍການອະນຸມັດຮັບຮອງເອົາໂຄງການຊ່ວຍເຫຼືອລ້າ ຈາກມູນນິທິເອເຊຍ ປະຈຳ ສປປ ລາວ ໃຫ້ແກ່ກະຊວງຍຸຕິທຳ.

ໃນຄະນະດຽວກັນ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ການສະໜັບສະໜູນ, ການຊ່ວຍເຫຼືອ ສປປ ລາວ ໃນດ້ານຕ່າງໆຢ່າງມີໝາກຜົນຕະຫຼອດມາ ແລະ ອວຍພອນໃຫ້ ທ່ານ ນາງ ຣີນາ ບິດເຕີ ເອກອັກຄະລັດຖະທູດແຫ່ງ ປະເທດສະຫະລັດອາເມລິກາ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ ຈົ່ງປະສົມຜົນສຳເລັດ ໃນໜ້າທີ່ວຽກງານ ແລະ ຫວັງຢ່າງຍິ່ງວ່າ ສາຍພົວພັນ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ຈະໄດ້ຮັບການເສີມຂະຫຍາຍ ຂຶ້ນໄປເລື້ອຍໆ.

ຂຽນຂ່າວ: ບຸນຖອມ; ຖ່າຍພາບ: ສຸກສາຄອນ