ລັດຖະມົນຕີກະຊວງຍຸຕິທຳ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ແຊມ ແອນເດີ ອໍກັສ ເຊວນີ ( Mr sam SCHREINER ).

ໃນຕອນບ່າຍຂອງວັນທີ 3 ຕຸລາ 2018 ຢູ່ທີ່ຫ້ອງຮັບແຂກຂອງກະຊວງຍຸຕິທໍາ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ແຊມ ແອນເດີ ອໍກັສ ເຊວນີ ( Mr sam SCHREINER ) ເອກອັກຄະລັດຖະທູດ ປະເທດລຸກຊໍາບວກ ປະຈໍາລາວ.

ໂອກາດນີ້ ທ່ານ ໄຊສີ ສັນຕິວົງ ກໍໄດ້ສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍຕໍ່ ທ່ານ ແຊມ ແອນເດີ ອໍກັສ ເຊວນີ ເອກອັກຄະລັດຖະທູດ ປະເທດລຸກຊໍາບວກ ປະຈໍາລາວ ທີ່ໄດ້ເຂົ້າຢ້ຽມຂໍ່ານັບ ແລະ ເຮັດວຽກຢູ່ ສປປ ລາວ ຊິ່ງເປັນການປະກອບສ່ວນສຳຄັນໃນການຮັດແໜ້ນສາຍພົວພັນຮ່ວມມືຮອບດ້ານ ໂດຍສະເພາະການສະໜັບສະໜູນປະຕິບັດໂຄງການ, ສະໜັບສະໜູນການຝຶກອົບຮົມ ແລະ ການສິດສອນກົດໝາຍ ເພື່ອສ້າງຄວາມເຂັ້ມແຂງໃນການສ້າງລັດທີ່ປົກຄອງດ້ວຍກົດໝາຍ.

ໃນໂອກາດດຽວກັນ ທ່ານ ແຊມ ແອນເດີ ອໍກັສ ເຊວນີ ( Mr sam SCHREINER ) ກໍໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ກຽດສະຫຼະເວລາຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້ ແລະ ທັງແຈ້ງຈຸດປະສົງໃນການເຂົ້າຢ້ຽມຂໍ່ານັບ, ພ້ອມນີ້ຍັງສືບຕໍ່ເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືໃຫ້ແໜ້ນແຟ້ນຍິ່ງຂຶ້ນ.
                                                                                                                                                                                                                                                                                                                                     ຂ່າວ-ພາບ: ຂົນ ບຸນທິສານ