ພິທີໂຮມຊຸມນຸມສະເຫຼີມສະຫຼອງ ປີສາມັກຄີມິດຕະພາບ ແຫ່ງການຮ່ວມມືຂະແໜງຍຸຕິທຳ ລາວ-ຫວຽດນາມ ຄົບຮອບ 35 ປີ

    ໃນຕອນເຊົ້າຂອງວັນທີ 28 ພະຈິກ 2017 ທີ່ຫໍວັດທະນາທຳແຫ່ງຊາດ ນະຄອນຫຼວງວຽງຈັນ ໄດ້ມີພິທີໂຮມຊຸມນຸມສະເຫຼີມສະຫຼອງສາມວັນປະຫວັດສາດຄວາມສາມັກຄີມິດຕະພາບ ລາວ-ຫວຽດນາມ ເຊັ່ນ ວັນສ້າງຕັ້ງສາຍພົວພັນ ການທູດຄົບຮອບ 55 ປີ, ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຄົບຮອບ 40 ປີ ແລະ ການຮ່ວມມືມິດຕະພາບລະຫວ່າງກະຊວງຍຸຕິທຳລາວ ແລະ ກະຊວງຍຸຕິທຳຫວຽດນາມຄົບຮອບ 35 ປີ.  ໃຫ້ກຽດເຂົ້າຮ່ວມໂດຍ    ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທໍາ ແຫ່ງ ສປປ ລາວ, ທ່ານ ເລ ແທ່ງລອງ ລັດຖະມົນຕີກະຊວງຍຸຕິທຳ ສສ ຫວຽດນາມ, ມີຜູ້ຕ່າງໜ້າຈາກ ກະຊວງພາຍໃນ, ກະຊວງການຕ່າງປະເທດ, ທ່ານ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ສສ ຫວຽດນາມປະຈຳລາວ, ມີບັນດາຄະນະຜູ້ແທນຈາກຝ່າຍລາວ ແລະ ຫວຽດນາມ, ພະນັກງານ-ລັດຖະກອນ ຕະຫຼອດຮອດບັນດານັກສຶກສາ ຈາກສະຖາບັນຍຸຕິທຳແຫ່ງຊາດ ເຂົ້າຮ່ວມຢ່າງພ້ອມພຽງ.

    ໃນພິທີ ທ່ານ ບຸນຕາ ສ.ຜາບມີໄຊ ຫົວໜ້າສະຖາບັນຍຸຕິທຳແຫ່ງຊາດ ກໍໄດ້ຂຶ້ນກ່າວຈຸດປະສົງຂອງການຈັດພິທີສະເຫຼີມສະຫຼອງໃນຄັ້ງນີ້ ກໍເພື່ອເພີ່ມທະວີມູນເຊື້ອການຮ່ວມມືຂອງຂະແໜງຍຸຕິທຳສອງຊາດລາວ-ຫວຽດນາມ ໃຫ້ເຂົ້າສູ່ງລ່ວງເລິກ, ຖືກທິດທາງນະໂຍບາຍ ແລະ ແຜນການຂອງຂະແໜງຍຸຕິທຳຂອງສອງຊາດຢ່າງມີປະສິດທິຜົນສູງ; ທົບທວນຄືນປະຫວັດແຫ່ງການພົວພັນອັນຍາວນານ ຊຶ່ງສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ ພວກເຮົາຍິ່ງຈົດຈຳລຳລຶກ ແລະ ຮູ້ບຸນຄຸນຢ່າງສຸດຊື່ງ ຕໍ່ຜູ້ນຳທັງສອງປະເທດ ເປັນຜູ້ໃຫ້ກຳເນີດ ແລະ ເປັນແບບຢ່າງອັນຈະແຈ້ງແຫ່ງການຖະນຸຖະໜອມ, ເພີ່ມພູນຄູນສ້າງມິດຕະພາບອັນຍິ່ງໃຫຍ່ ແລະ ຄວາມສາມັກຄິພິເສດ ຂອງສອງຊາດຢ່າງສະເໝີຕົ້ນສະເໝີປາຍ; ເຜີຍແຜ່ການຮ່ວມມືທາງດ້ານວຽກງານກົດໝາຍ ແລະ ຍຸຕິທຳ ລະຫວ່າງ ກະຊວງຍຸຕິທຳລາວ-ຫວຽດນາມ ໄດ້ມີການເຊັນສັນຍາຮ່ວມມືນຳກັນເລີ່ມຕົ້ນແຕ່ປີ 1982 ເປັນຕົ້ນມາ ຊຶ່ງນັບແຕ່ປີນັ້ນມາ ກະຊວງຍຸຕິທຳສສ ຫວຽດນາມ ໄດ້ມີການຮ່ວມມືຊ່ວຍເຫຼືອຊຶ່ງກັນ ແລະ ກັນທາງດ້ານວິຊາການກົດໝາຍ ແລະຍຸຕິທຳ.

    ຫຼັງຈາກນັ້ນ, ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທໍາ ສປປ ລາວ ໄດ້ຂຶ້ນກ່າວຄຳເຫັນໃນພິທີ ຊຶ່ງທ່ານໄດ້ກ່າວເຖິງການຮ່ວມມືຮອບດ້ານຂອງສອງພັກ-ສອງລັດໄດ້ພົວພັນໃນທຸກຂົງເຂດ ເຊັ່ນ: ຂົງເຂດການເມືອງ, ເສດຖະກິດ-ສັງຄົມ-ວັດທະນາທຳສັງຄົມ ແລະ ເຕັກໂນໂລຊີ, ການຮ່ວມມືໃນຂະແໜງຍຸຕິທຳຂອງສອງປະເທດ ກໍໄດ້ຮັບການສ້າງຕັ້ງ ແລະ ຮ່ວມມືກັນຂຶ້ນ ຊຶ່ງໄດ້ຮັບໝາກຜົນ ແລະ ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ໄດ້ສະແດງອອກໃນຕົວຈິງຄື: ສສ ຫວຽດນາມໄດ້ສົ່ງຊ່ຽວຊານມາຊ່ວຍສ້າງຫຼັກສູດ ການຮຽນ-ການສອນກົດໝາຍຊັ້ນກາງໃຫ້ກະຊວງຍຸຕິທຳ, ໄດ້ສົ່ງຊ່ຽວຊານ, ນັກວິຊາການທີ່ມີຄວາມຊຳນານທາງດ້ານກົດໝາຍ ມາຊ່ວຍສ້າງ ລັດຖະທຳມະນູນ ສະບັບທຳອິດຂອງ ສປປ ລາວ ຊຶ່ງປະກາດໃຊ້ໃນວັນທີ ເດືອນ 15 ສິງຫາ ປີ1991;  ນອກນັ້ນ, ກະຊວງຍຸຕິທຳຫວຽດນາມ ໄດ້ເອົາໃຈໃສ່ຊີ້ນຳບັນດາສະຖາບັນການສຶກສາວິຊາສະເພາະກົດໝາຍທີ່ຂຶ້ນກັບຕົນ ໃນການຊ່ວຍສ້າງຊັບພະຍາກອນມະນຸດໃນຂົງເຂດກົດໝາຍ ແລະ ຍຸຕິທຳ ໃຫ້ແກ່ ສປປ ລາວ. 35 ປີຜ່ານມາ ສອງກະຊວງຍຸຕິທຳລາວ-ຫວຽດນາມ ໄດ້ຮ່ວມກັນປຶກສາຫາລືແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ໃນຂົງເຂດວຽກງານ ກົດໝາຍ ແລະ ຍຸຕິທຳ ເຮັດໃຫ້ວຽກງານຍຸຕິທຳສອງປະເທດໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ. ໂອກາດດັ່ງກ່າວ ທ່ານ ໄຊສີ ສັນຕິວົງ ກໍສະແດງຄວາມຮູ້ບຸນຄຸນຕໍ່ຜົນງານ ແລະ ຄຸນງາມຄວາມດີ ທີ່ກະຊວງຍຸຕິທຳ ສສ ຫວຽດນາມທີ່ໄດ້ປະກອບສ່ວນເຂົ້າໃນພາລະກິດພັດທະນາຂະແໜງຍຸຕິທຳ ສປປ ລາວນັ້ນ, ລັດຖະບານ ແຫ່ງ ສປປ ລາວ ໄດ້ຕົກລົງມອບຫຼຽນໄຊ, ຫຼຽນກາ ໃຫ້ແກ່ກົມກອງລວມໜູ່ ແລະ ບຸກຄົນຂອງກະຊວງຍຸຕິທຳ ສສ ຫວຽດນາມ ທີ່ມີຜົນງານອັນໃຫຍ່ຫຼວງເຂົ້າໃນການພັດທະນາຂະແໜງຍຸຕິທຳ ສປປ ລາວໄລຍະ 35 ປີ ຜ່ານມາ.

   ຈາກນັ້ນ ທ່ານ ເລ ແທ່ງລອງ ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສສ ຫວຽດນາມ ໄດ້ມີຄຳເຫັນຕໍ່ພິທີສະເຫຼີມສະຫຼອງ, ພາຍຫຼັງ 35 ປີ ແຫ່ງການສ້າງ ແລະ ໄດ້ຮັບຄວາມເອົາໃຈໃສ່ຊຸກຍູ້ຢ່າງເປັນພິເສດຂອງການນຳ ແລະ ພະນັກງານຂະແໜງຍຸຕິທຳແຕ່ລະລຸ້ນ, ການພົວພັນດດັ່ງກ່າວນີ້ພວມນັບມື້ພັດທະນາກ້າວເຂົ້າສູ່ລ່ວງເລິກ, ທາດແທ້ ແລະ ປະສິດທິຜົນ ດ້ວຍເນື້ອໃນການຮ່ວມມືຫຼາກຫຼາຍນັບແຕ່ສູນກາງລົງຮອດທ້ອງຖິ່ນ, ຜ່ານການເຊັນ ສົນທິສັນຍາ ແລະ ຜັນຂະຫຍາຍຈັດຕັ້ງປະຕິບັດບັນດາບົດບັນທຶກການຮ່ວມມື ລະຫວ່າງ ສອງກະຊວງຍຸຕິທຳ ຫວຽດນາມ-ລາວ ໄດ້ມີການແລກປ່ຽນຄະນະວິຊາການ, ຄະນະຊ່ຽວຊານ,ຈັດຕັ້ງບັນດາກອງປະຊຸມແບ່ງປັນປະສົບການ, ແລກປ່ຽນບັນດານິຕິກຳ ກົດໝາຍ, ຂໍ້ມູນ ຂ່າວສານ, ປຶ້ມກົດໝາຍ ເປັນຕົ້ນ. ພ້ອມດຽວກັນນີ້, ໃນພິທີມີຄວາມໝາຍຄວາມສຳຄັນນີ້ ຂໍສະແດງຄວາມຂອບໃຈຢ່າງຈິງໃຈ ແລະ ເລິກເຊິ່ງຕໍ່ກັບພັກ, ລັດຖະບານ, ປະຊາຊົນ ບັນດາບັນເຜົ່າຂອງລາວ ແລະ ຂະແໜງຍຸຕິທຳລາວອ້າຍນ້ອງ ທີ່ໄດ້ສະໜັບສະໜູນຢ່າງເຂັ້ມແຂງ ແລະ ເວລາໃດກໍຄ່ຽງບ່າຄ່ຽງໄລ່ ພ້ອມກັນກັບຂະແໜງຍຸຕິທຳຫວຽດນາມ. ເພື່ອຮັບຮອງບັນດາຜົນງານທີ່ປະກອບສ່ວນຂອງກະຊວງ ແລະ ຂະແໜງຍຸຕິທຳລາວ, ລັດຖະບານຫວຽດນາມໄດ້ຕົກລົງມອບຫຼຽນໄຊ, ຫຼຽນກາມິດຕະພາບໃຫ້ແກ່ກົມກອງລວມໝູ່ ໃຫ້ກະຊວງຍຸຕິທຳ ສປປ ລາວ ແລະ ບັນດາສະຫາຍການນຳກະຊວງຍຸຕິທຳລາວ; ນອກນີ້ທາງກະຊວງຍຸຕິທຳ ສສ ຫວຽດນາມ ກໍໄດ້ມອບຫຼຽນລະນຶກ ເພື່ອພາລະກິດຍຸຕິທຳ ແລະ ໃບຍ້ອງຍໍຂອງລັດຖະມົນຕີກະຊວງຍຸຕິທຳໃຫ້ແກ່ກົມກອງລວມໝູ່ ແລະ ບຸກຄົນທີ່ຂຶ້ນກັບກະຊວງຍຸຕິທຳລາວ.

 

    ໃນໂອກາດດຽວກັນນີ້ ທ່ານ ບຸນທາ ຊົງເຢີທ່າວ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ຂຶ້ນອ່ານ ລັດຖະດຳລັດຂອງປະທານປະເທດ ແຫ່ງ ສປປ ລາວ ວ່າດ້ວຍການປະດັບຫຼຽນໄຊອິດສະຫຼະຊັ້ນ 1 ໃຫ້ແກ່ກະຊວງຍຸຕິທຳ ສສ ຫວຽດນາມ; ປະດັບຫຼຽນໄຊອິດສະຫຼະ ຊັ້ນ 2 ໃຫ້ແກ່ ທ່ານ ເລ ແທ່ງລອງ ລັດຖະມົນຕີກະຊວງຍຸຕິທຳ ສສ ຫວຽດນາມ, ໃຫ້ກຽດມອບໂດຍ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຂືຶ້ນຮັບໂດຍ ທ່ານ ເລ ແທ່ງລອງ ລັດຖະມົນຕີກະຊວງຍຸຕິທຳ ສສ ຫວຽດນາມ; ການປະດັບຫຼຽນໄຊອິດສະຫຼະ ຊັ້ນ 3 ໃຫ້ແກ່ພະນັກງານກະຊວງຍຸຕິທຳ ສສ ຫວຽດນາມ ຈຳນວນ 4 ສະຫາຍ; ມອບຫຼຽນໄຊແຮງງານ ຊັ້ນ 2 ໃຫ້ແກ່ ກົມກອງລວມໜູ່ ກະຊວງຍຸຕິທໍາ ສສ ຫວຽດນາມ ຈໍານວນ 2 ກົມກອງ; ມອບຫຼຽນໄຊແຮງງານ ຊັ້ນ 3 ໃຫ້ແກ່ກົມກອງລວມໝູ່ ກະຊວງຍຸຕິທໍາຫວຽດນາມ ຈໍານວນ 4 ກົມກອງ; ພ້ອມດຽວກັນນັ້ນຍັງໄດ້ອ່ານດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການປະດັບຫຼຽນກາ ແຮງງານ ໃຫ້ວິທະຍາໄລກົດໝາຍດົ້ງເຫີຍ; ປະດັບຫຼຽນກາມິດຕະພາບ ໃຫ້ ຈຳນວນ 11 ສະຫາຍ.
    ພ້ອມດຽວກັນນີ້ກະຊວງຍຸຕິທຳ ສປປ ລາວ ໄດ້ຮັບການປະດັບຫຼຽນ ແລະ ໄດ້ຮັບການຍ້ອງຍໍ ຈາກລັດຖະບານ ສສ ຫວຽດນາມ, ຊຶ່ງໄດ້ມີຂໍ້ຕົກລົງ ວ່າດ້ວຍການມອບຫຼຽນໄຊເອກະລາດຂອງປະທານປະເທດ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ຕົກລົງ ມອບຫຼຽນໄຊເອກະລາດ ຊັ້ນ 1  ໃຫ້ແກ່ ກະຊວງຍຸຕິທໍາ ແຫ່ງ ສປປ ລາວ; ມອບຫຼຽນໄຊເອກະລາດ ຊັ້ນ 2 ໃຫ້ແກ່ ສະຫາຍ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ໂດຍການໃຫ້ກຽດມອບໂດຍ ທ່ານ ເລ ແທ່ງລອງ ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສສ ຫວຽດນາມ; ຂຶ້ນຮັບໂດຍ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ; ມອບຫຼຽນໄຊເອກະລາດ ຊັ້ນ 3 ໃຫ້ແກ່ ສະຫາຍ ປອ. ເສີມສຸກ ສິມພະວົງ, ສະຫາຍ ບຸນສະຫວາດ ບຸບຜາ, ສະຫາຍ ໄພວີ ສີບົວລິພາ ຮອງລັດຖະມົນຕີກະຊວງຍຸຕິທຳລາວ; ມອບຫຼຽນກາລະນຶກ ເພື່ອພາລະກິດຍຸຕິທຳ ໃຫ້ແກ່ 11 ສະຫາຍ ທີ່ຂຶ້ນກັບກະຊວງຍຸຕິທຳລາວ; ມອບໃບຍ້ອງຍໍໃຫ້ແກ່ກົມກອງລວມໝູ່ ຈຳນວນ 2 ກົມກອງ; ພິທີສະເຫຼີມສະຫຼອງການຮ່ວມມື ລະຫວ່າງ ກະຊວງຍຸຕິທຳ ແຫ່ງ ສປປ ລາວ ແລະ ກະຊວງຍຸຕິທຳ ແຫ່ງ ສສ ຫວຽດນາມ ໄດ້ດຳເນີນຢ່າງມີບັນຍາກາດຟົດຟຶ້ນໄປຈົນເຖິງ 11 ໂມງຂອງວັນດຽວກັນຈຶ່ງໄດ້ອັດລົງຢ່າງເປັນທາງການ.

ຂຽນຂ່າວ ໂດຍ: ປາວີຄຳ ເພັດທະລາກຸນ

ພາບໂດຍ: ສຸກສາຄອນ ຈັນທະວຸດ; ສົມຫວັງ ບົວລະພັນ