ພິທີສະເຫຼີມສະຫຼອງ ຄົບຮອບ 20 ປີແຫ່ງການຮ່ວມມືມິດຕະພາບລາວ-ຍີ່ປຸ່ນ ແລະ ການຮັບຮອງ ປະມວນກົດໝາຍແພ່ງ ແຫ່ງ ສປປ ລາວ

ກະຊວງຍຸຕິທຳ ແຫ່ງ ສປປ ລາວ ຮ່ວມກັບ ອົງການໄອຍະການປະຊາຊົນສູງສຸດ, ສານປະຊາຊົນສູງສຸດ, ຄະນະນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ, ອົງການຮ່ວມມືສາກົນຍີ່ປຸ່ນ (JICA) ປະຈຳລາວ ຈັດພິທີສະເຫຼີມສະຫຼອງ ຄົບຮອບ 20 ປີແຫ່ງການຮ່ວມມືມິດຕະພາບລາວ-ຍີ່ປຸ່ນ (1998-2018) ແລະ ການຮັບຮອງ ປະມວນກົດໝາຍແພ່ງ ແຫ່ງ ສປປ ລາວ ຂຶ້ນໃນຕອນບ່າຍຂອງວັນທີ 19 ກຸມພາ 2019 ທີ່ສູນການຮ່ວມມືສາກົນ ແລະ ຝຶກອົບຮົມ (ICTC) ໂດຍໄດ້ຮັບການສະໜັບສະໜູນຈາກ ສະຖານທູດຍີ່ປຸ່ນ ປະຈຳລາວ, ກະຊວງຍຸຕິທຳຍີ່ປຸ່ນ, ສະພາທະນາຍຄວາມຍີ່ປຸ່ນ (JFBA) ແລະ ມູນນິທິຊ່ວຍເຫຼືອວຽກງານຍຸຕິທຳ (ICCLC). ເປັນກຽດເຂົ້າຮ່ວມຂອງ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ, ທ່ານ ທາເຄຊິ ຮິກິຮາຣະ (Takeshi HIKIHARA) ເອກອັກຄະຣະຊະທູດຍີ່ປຸ່ນ ປະຈຳລາວ, ມີບັນດາຜູ້ຊ່ຽວຊານ, ນັກກົດໝາຍ ຂອງທັງສອງປະເທດ, ຜູ້ຕາງໜ້າຈາກ ອົງການຮ່ວມມືສາກົນຍີປຸ່ນ (JICA), ຄະນະຮ່າງປະມວນກົດໝາຍແພ່ງ ແລະ ແຂກຖືກເຊີນເຂົ້າຮ່ວມ ຈຳນວນ 350 ທ່ານ.

ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ໄດ້ໃຫ້ຮູ້ວ່າ ນັບແຕ່ ສປປ ລາວ ແລະ ຍີ່ປຸ່ນ ໄດ້ສ້າງສາຍພົວພັນການທູດຢ່າງເປັນທາງການ ແຕ່ປີ 1955 ເປັນຕົ້ນມາ, ສາຍພົວພັນມິດຕະພາບລະຫວ່າງສອງຊາດ ກໍໄດ້ຮັບການເພີ່ມພູນຄູນສ້າງ ແລະ ເສີມຂະຫຍາຍສາຍພົວພັນຄວາມສາມັກຄີຮັກແພງ ແລະ ໃຫ້ການຮ່ວມມືຊ່ວຍເຫຼືອຊຶ່ງກັນ ແລະ ກັນ ລະຫວ່າງສອງປະເທດ ກໍຄືປະຊາຊົນສອງຊາດ ລາວ-ຍີ່ປຸ່ນ ໃຫ້ນັບມື້ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ. ຈົນຮອດປີ 2012 ສປປ ລາວ ແລະ ຍີ່ປຸ່ນ ໄດ້ຍົກລະດັບການພົວພັນສອງຝ່າຍມາເປັນ “ຄູ່ຮ່ວມມືຍຸດທະສາດ” ຊຶ່ງໄດ້ເຮັດໃຫ້ສາຍພົວພັນຂອງສອງປະເທດ ໄດ້ຮັບການເພີ່ມທະວີກ້າວເຂົ້າສູ່ລວງເລິກ ໃນທຸກລະດັບ ນັບແຕ່ການນຳຂັ້ນສູງລົງຮອດຂະ ແໜງການ ແລະ ທ້ອງຖິ່ນ. ຕະຫຼອດໄລຍະ 6 ທົດສະວັດຜ່ານມາ, ປະຊາຊົນກໍຄື ລັດຖະບານຍີ່ປຸ່ນ ກໍຍັງສືບຕໍ່ໃຫ້ການຊ່ວຍເຫຼືອທາງການເພື່ອການພັດທະນາ (Official Development Assistance-ODA) ໃນຫຼາຍໆ ຂົງເຂດແຕກຕ່າງກັນ ເຊັ່ນ: ພື້ນຖານໂຄງລ່າງ, ການສຶກສາ, ສາທາລະນະສຸກ, ກະສິກຳ ແລະ ອື່ນໆ, ຊຶ່ງເປັນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ແລະ ຍັງເປັນການສະໜັບສະໜູນແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດໃນແຕ່ລະໄລຍະ.
ສຳລັບຂະແໜງກົດໝາຍ ແລະ ຍຸຕິທຳ ໄດ້ລິເລີ່ມການແລກປ່ຽນທາງດ້ານວິຊາການ ແລະ ຮ່ວມມືຊ່ວຍເຫຼືອ ຢ່າງເປັນຮູບປະທຳໃນປີ 1998 ເປັນຕົ້ນມາຈົນຮອດປະຈຸບັນ ການຮ່ວມມື ແລະ ຄວາມຮັກແພງສາມັກຄີ ລະຫວ່າງພະນັກງານ-ລັດຖະກອນ ໃນຂະແໜງກົດໝາຍ ແລະ ຍຸຕິທຳ ສອງຊາດພວກເຮົາກໍໄດ້ຮັບການເພີ່ມທະວີ ແລະ ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ. ອັນທີ່ພົ້ນເດັ່ນແມ່ນ (1). ຄະນະນຳຂັ້ນສູງ ແລະ ວິຊາການຂອງຂະແໜງກົດໝາຍ ແລະ ຍຸຕິທຳ ຂອງ ສປປ ລາວ ທັງຢູ່ສູນກາງ ແລະ ທ້ອງຖິ່ນ ໄດ້ຢ້ຽມຢາມ ແລະ ແລກປ່ຽນເພື່ອຖອດຖອນບົດຮຽນກ່ຽວກັບກົດໝາຍ ແລະ ວຽກງານຍຸຕິທຳ ຢູ່ປະເທດຍີ່ປຸ່ນ ຫຼາຍຮ້ອຍຄົນ; (2). ບັນດາຂະແໜງກົດໝາຍ ແລະ ຍຸຕິທໍາ ໄດ້ມີຄູ່ມືກ່ຽວກັບການດໍາເນີນຄະດີ ແລະ ທິດສະດີກົດໝາຍ ທີ່ເປັນພື້ນຖານບ່ອນອີງໃຫ້ແກ່ການປະຕິບັດໜ້າທີ່ຂອງຕົນໃຫ້ເຂັ້ມແຂງ, ຖືກຕ້ອງ ແລະ ສອດຄ່ອງກັບບົດຮຽນທີ່ດີຂອງສາກົນ; (3). ຂະແໜງການສຶກສາກົດໝາຍ ແລະ ຝຶກອົບຮົມກົດໝາຍ ກໍໄດ້ຮັບການພັດທະນາເຕັກນິກການຮຽນ-ການສອນ ແລະ ການຝຶກອົບຮົມວິຊາສະເພາະໃຫ້ເຂັ້ມແຂງ ແລະ ໜັກແໜ້ນ; (4). ພະນັກງານວິຊາການຂອງຂະແໜງ ກົດໝາຍ ແລະ ຍຸຕິທຳ ຫຼາຍກວ່າຮ້ອຍຄົນ ໄດ້ຮັບການສຶກສາຍົກລະດັບປະລິນຍາຕີ, ໂທ ແລະ ເອກ ອັນເປັນການປະກອບສ່ວນເຂົ້າໃນການຍົກລະດັບ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ຂະ ແໜງການພວກເຮົາ; (5). ຈາການສຶກສາຄົ້ນຄວ້າ, ຖອດຖອນບົດຮຽນກົດໝາຍ ແລະ ທິດສະດີ ຂອງປະເທດຍີ່ປຸ່ນນັ້ນ ຈຶ່ງມີກົດໝາຍຈຳນວນໜຶ່ງ ໄດ້ຮັບການພັດທະນາ ແລະ ປັບປຸງໃຫ້ດີຂຶ້ນ ໂດຍສະເພາະແລ້ວ ກົດໝາຍວ່າດ້ວຍ ການດຳເນີນຄະດີແພ່ງ, ກົດໝາຍວ່າດ້ວຍ ການດຳເນີນຄະດີອາຍາ, ກົດໝາຍອາຍາ ແລະ ອື່ນໆ. ພິເສດ ນັບແຕ່ປີ 2007 ເປັນຕົ້ນມາ ໂດຍໄດ້ຮັບການຊຸກຍູ້ ແລະ ຊ່ວຍເຫຼືອທຶນຮອນ ແລະ ວິຊາການ ຈາກລັດຖະບານປະເທດຍີ່ປຸ່ນ, ສປປ ລາວ ໄດ້ດຳເນີນການສ້າງປະມວນກົດໝາຍແພ່ງ ສະບັບປະຫວັດສາດຂອງຕົນ ສຳເລັດໃນປີ 2018 ແລະ ໄດ້ຮັບການຮັບຮອງຈາກສະພາແຫ່ງຊາດແລ້ວໃນວັນທີ 6 ທັນວາ 2018 ດ້ວຍຄະແນນສຽງສ່ວນຫຼາຍ. ການຮ່ວມມືໃນຂົງເຂດກົດໝາຍ ແລະ ຍຸຕິທຳ ຕະຫຼອດ 20 ປີຜ່ານມາ ໄດ້ປະກອບສ່ວນອັນສຳຄັນ ເຂົ້າໃນການສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານກົດໝາຍ ແລະ ຍຸຕິທຳຂອງສປປລາວ ທັງເປັນການປະກອບສ່ວນເຮັດໃຫ້ການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ຢູ່ ສປປ ລາວ ໄດ້ຫັນເຂົ້າສູ່ກົດໝາຍເທື່ອລະກ້າວ.
ໃນພິທີດັ່ງກ່າວ ຍັງໄດ້ມີການປະກອບຄຳເຫັນ ກ່ຽວກັບ “ການຮ່ວມມື 20 ປີ ລະຫວ່າງ ສປປ ລາວ-ຍີ່ປຸ່ນ ແລະ ປະມວນກົດໝາຍແພ່ງ” ຝ່າຍ ສປປ ລາວ ໃຫ້ກຽດປະກອບຄຳເຫັນໂດຍ ທ່ານ ສຈ. ເກດ ກຽດຕິສັກ ອະດີດຮອງລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ແລະ ຝ່າຍ ຍີ່ປຸ່ນ ແມ່ນ ທ່ານ ຮິໂລຊິ ມັດຊຶໂອະ (Hiroshi Matsuo) ຜູ້ຊ່ຽວຊານຈາກ ມະຫາວິທະຍາໄລ ເຄໂອ ປະເທດຍີປຸ່ນ; ມີການສາຍວີດີໂອໃຫ້ຮູ້ກ່ຽວກັບ “ປະມວນກົດໝາຍແພ່ງ” ແລະ ການສົນທະນາ ກ່ຽວກັບ 20 ປີ ການຮ່ວມມື ລາວ-ຍີ່ປຸ່ນ ໃນຂົງເຂດ ກົດໝາຍ ແລະ ຍຸຕິທຳ ໂດຍຜູ້ຮ່ວມສົນທະນາ ປະກອບດ້ວຍ (1) ທ່ານ ນະລົງລິດ ນໍລະສິງ ຫົວໜ້າກົມກວດກາ ແລະ ປະເມີນຜົນນິຕິກຳ ກະຊວງຍຸຕິທຳ; (2) ທ່ານ ຄຳເພັດ ສົມວໍລະວົງ ຮອງຫົວໜ້າກົມແຜນການ ແລະ ຮ່ວມມືກັບຕ່າງປະເທດ ອົງການໄອຍະການສູງສຸດ; (3) ມະຊະມິຊິ ໂນສະວາ (Masamichi Nozawa) ຜູ້ຕາງໜ້າຈາກ ມະຫາວິທະຍາໄລ ລິກກຽວ; (4) ທ່ານ ທາໂລ ໂມລິນະງະ (Taro Morinaga) ຜູ້ຕາງໜ້າຈາກ ສະຖາບັນຄົ້ນຄວ້າຍຸຕິທຳ ກະຊວງຍຸຕິທຳຍີ່ປຸ່ນ.
ໃນຕອນທ້າຍພິທີ ທ່ານ ບຸນສະຫວາດ ບຸບຜາ ກໍໄດ້ມີຄຳເຫັນວ່າ ໃນທາມກາງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃຫ້ປະສົບຜົນສຳເລັດຕາມລະດັບຄາດໝາຍໃຫ້ປາກົດຜົນເປັນຈິງນັ້ນ ຍິ່ງຮຽກຮ້ອງໃຫ້ພວກເຮົາຕ້ອງໄດ້ເພີ່ມທະວີ ແລະ ຫັນເຂົ້າສູ່ການຄຸ້ມຄອງລັດ ຄຸ້ມຄອງສັງຄົມດ້ວຍ ລະບຽບ ກົດໝາຍ ຢ່າງໜັກແໜ້ນ ເທື່ອລະກ້າວ, ໃນນີ້ ການໂຄສະນາເຜີຍແຜ່ປະມວນກົດໝາຍແພ່ງ, ການປັບປຸງເຕັກນິກການຂຽນຄຳຕັດສີນ, ຄຳພິພາກສາຂອງສານ ໃນຄະດີແພ່ງ ແລະ ອາຍາ, ການປັບປຸງຄຸນນະພາບຫຼັກສູດການຮຽນ-ການສອນ ແລະ ການຝຶກອົບຮົມກົດໝາຍ ຈະເປັນບາດກ້າວ ແລະ ທ່າແຮງອັນຕັ້ງໜ້າໃຫ້ແກ່ຂະແໜງກົດໝາຍ ແລະ ຍຸຕິທຳ ຂອງ ສປປ ລາວ ຂອງພວກເຮົາໃນຕໍ່ໜ້າ. ດ້ວຍທ່າແຮງ, ບົດຮຽນ ແລະ ປະສົບການທີ່ສອງຂະແໜງການຂອງພວກເຮົາມີຢູ່ແລ້ວ, ດ້ວຍຄວາມສາມັກຄີ ລະຫວ່າງ ສອງຂະແໜງການພວກເຮົາ ແລະ ໝາກຜົນການຮ່ວມມື ໃນ 20 ປີ ທີ່ຜ່ານມາ ຈະກາຍເປັນຂີດໝາຍແຫ່ງການເສີມຂະຫຍາຍມິດຕະພາບອັນຍິ່ງໃຫຍ່, ສາມັກຄີ ແລະ ການຮ່ວມມືຮອບດ້ານລະຫວ່າງສອງຂະແໜງ ການ ແລະ ປະຊາຊົນສອງຊາດລາວ-ຍີ່ປຸ່ນ ໃຫ້ຈະເລີນງອກງາມ ແລະ ເກີດດອກອອກຜົນຫຼາຍຂຶ້ນຕື່ມອີກ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເສີມສ້າງສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ການເຊື່ອມໂຍງໃນພາກພື້ນ ແລະ ໃນໂລກ.

ຂຽນຂ່າວ-ຖ່າຍພາບ: ຊາຍພິມພອນ ສີຣິວົງໄຊ