ພິທີສະເຫຼີມສະຫຼອງວັນເດັກນ້ອຍສາກົນ ຄົບຮອບ 91 ປີ

       ໃນຕອນເຊົ້າຂອງວັນທີ 3 ມິຖຸນາ 2016 ນີ້, ກະຊວງຍຸຕິທຳ ໄດ້ຈັດພິທີສະເຫຼີມສະຫຼອງວັນເດັກນ້ອຍສາກົນ ຢູ່ທີ່ສະໂມສອນຂອງກະຊວງ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ສຈ. ເກດ ກຽດຕິສັກ ຮອງລັດຖະມົນຕີກະຊວງຍຸຕິທຳ, ມີບັນດາພະນັກງານ-ລັດຖະກອນ ອ້ອມ​ຂ້າງ​ກະຊວງ​ຍຸຕິ​ທຳ, ພໍ່ແມ່ຜູ່ປົກຄອງເດັກ ແລະ ລູກຫຼານຂອງພະນັກງານເຂົ້າຮ່ວມຢ່າງພ້ອມພຽງ.

       ທ່ານ ສຈ. ເກດ ກຽດຕິສັກ ໄດ້ເລົ່າເຖິງປະຫວັດຄວາມເປັນມາຂອງວັນສຳຄັນດັ່ງກ່າວ ໃຫ້ພະນັກງານ-ລັດຖະກອນ ແລະ ພໍ່ແມ່ຜູ່ປົກຄອງຮັບຮູ້; ຊຶ່ງພັກ ແລະ ລັດຖະບານເຮົາ ຍາມໃດກໍເຫັນໄດ້ຄວາມໝາຍຄວາມສຳຄັນຂອງເດັກນ້ອຍ ຊຶ່ງເປັນຊັບພະຍາກອນອັນລ້ຳຄ່າ, ເປັນອະນາຄົດຜູ່ສືບທອດ ພາລະກິດສຳຄັນຂອງປະເທດຊາດ  ທີ່ພໍ່ແມ່, ຜູ່ປົກຄອງ ຕ້ອງໄດ້ເອົາໃຈໃສ່ໃຫ້ຄວາມໃກ້ຊິດຕິດແທດ, ໃຫ້ຄວາມອົບອຸ່ນ ແລະ ໃຫ້ການສຶກສາອົບຮົມແກ່ເດັກ. ນັບແຕ່ລັດຖະບານ ສປປ ລາວ ໄດ້ເຂົ້າຮ່ວມເປັນພາຄີ ສົນທິສັນຍາສາກົນວ່າດ້ວຍ ສິດທິເດັກ ໃນວັນທີ 7 ມິຖຸນາ 1991; ຫຼັງຈາກນັ້ນ, ລັດຖະ ບານ ກໍໄດ້ຮັບຮອງ ແລະ ປະກາດໃຊ້ກົດໝາຍຫຼາຍສະບັບ ເປັນຕົ້ນກົດໝາຍວ່າດ້ວຍ ການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ,  ກົດໝາຍວ່າດ້ວຍ ການຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ແລະ ກົດໝາຍອື່ນໆ ເພື່ອຮັບປະກັນການປົກປ້ອງສິດ ແລະ ຜົນປະໂຫຍດສູງສຸດ ທີ່ເດັກຄວນໄດ້ຮັບ.

       ໃນພິທີດັ່ງກ່າວ ທ່ານຍັງໄດ້ໃຫ້ຄຳໂອ້ວາດຕໍ່ພະນັກງານ-ລັດຖະກອນ, ພໍ່ແມ່, ຜູ່ປົກຄອງ ແລະ ເດັກນ້ອຍລູກຫຼານວ່າ: “ຂ້າພະເຈົ້າມີຄວາມພາກພູມໃຈເປັນຢ່າງຍິ່ງທີ່ໄດ້ເຂົ້າຮ່ວມ ແລະ ມີຄຳເຫັນຕໍ່ງານສະເຫຼີມສະຫຼອງວັນເດັກນ້ອຍສາກົນຂອງກະຊວງຍຸຕິທຳ, ກ່ອນອື່ນໝົດ ຂ້າພະເຈົ້າ ໃນນາມຄະ ນະນຳກະຊວງຍຸຕິທຳ ຂໍສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະຈັດຕັ້ງພິທີທີ່ໄດ້ຕັ້ງໜ້າກະກຽມວຽກງານຮອບດ້ານ ແລະ ຈັດຕັ້ງດຳເນີນພິທີຢ່າງຫ້າວຫັນ ແລະ ຟົດຟື້ນ; ນອກ​ນັ້ນ, ທ່ານ​ຍັງ​ໄດ້​ເນັ້ນ​ໃຫ້​ພໍ່​ແມ່​ຜູ່​ປົກຄອງ​ເດັກ ຈົ່ງ​ເອົາ​ໃຈ​ໃສ່​ໃນ​ການ​ເບິ່ງ​ແຍງ​ລ້ຽງ​ດູ​ລູກ​ຫຼານ​ຂອງ​ຕົນ​ຢ່າງ​ໃກ້​ຊິດ​ຕິດ​ແທດ ​ແລະ ຮັບປະກັນໃຫ້​ລູກ​ຫຼານ​ຂອງ​ຕົນ​ໄດ້ຮັບການປະຕິບັດ​ສິດທິ​ພື້ນຖານ​ຂອງ​ເດັກ​ຕາມ​ກົດໝາຍ. ທ່ານ​ໄດ້​ອະທິບາຍ​ໃຫ້​ລູກ​ຫຼານ​ເຫັນຄວາມສຳຄັນຂອງປ່າໄມ້, ໃຫ້ຊ່ວຍກັນປົກ​ປັກ​ຮັກສາຊັບພະຍາກອນທຳມະຊາດ ແລະ ປູກຕົ້ນໄມ້ໃຫ້ເປັນປ່າທີ່ໃຫ້ຄວາມຮົ່ມເຢັນ​”. ພ້ອມກັນນັ້ນ,​ ໃນ​ພິທີ ທ່ານຍັງໄດ້ອວຍພອນ ໃຫ້ເດັກຜູ່ເປັນລູກ, ເປັນຫຼານ ຈົ່ງມີສຸຂະພາບເຂັ້ມແຂງ ແລະ ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນຜູ່ໃຫຍ່ທີ່ມີຄວາມຮູ້, ຄວາມສາມາດ, ມີຄຸນສົມບັດສິນທຳປະຕິວັດ ປະກອບສ່ວນໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດໃນອະນາຄົດ, ອີກດ້ານໜຶ່ງ ພວກເຮົາຈະໄດ້ພ້ອມກັນທົບທວນຄືນ ການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ ແລະ ລັດເຮົາທີ່ມີຕໍ່ເດັກທຸກຄົນ ກໍຄືການກະກຽມພື້ນຖານດ້ານພັດທະນາຊັບພະຍາກອນມະນຸດ ເພື່ອສືບທອດພາລະກິດປົກປັກຮັກສາ ແລະ ສ້າງສາປະເທດເຮົາ.

       ໃນຕ້ອນທ້າຍຂອງພິທີ ຄະນະຈັດຕັ້ງໄດ້ຈັດໃຫ້ມີການຫຼິ້ນເກມຕອບຄຳຖາມ ເພື່ອມອບຂອງຂວັນລາງວັນໃຫ້ຫຼານນ້ອຍ ຊຶ່ງພີທີດັ່ງກ່າວໄດ້ດຳເນີນໄປດ້ວຍຄວາມຟົດຟື້ນ, ເບີກບານມ່ວນຊື່ນ ແລະ ປິດລົງດ້ວຍຜົນສຳເລັດອັນຈົບງາມ./.