ພິທີມອບ-ຮັບ, ພະນັກງານທີ່ລົງເຄື່ອນໄຫວວຽກງານກໍ່ສ້າງຮາກຖານການເມືອງຢູ່ທີ່ ພະແນກຍຸຕິທຳນະຄອນຫຼວງວຽງຈັນ

ໃນຕອນເຊົ້າຂອງວັນທີ 6 ພຶດສະພາ 2019 ທີ່ພະແນກຍຸຕິທຳນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມຂຶ້ນ ໂດຍພາຍໃຕ້ການເປັນປະທານຂອງທ່ານ ໄພວີ ສີບົວລິພາ ຮອງລັດຖະມົນຕີກະຊວງຍຸຕິທຳ, ເຂົ້າຮ່ວມມີ ຄະນະກົມຄຸ້ມຄອງການຈັດຕັ້ງປະຕິບັດຄຳຕັດສີນຂອງສານ, ຄະນະພະແນກຍຸຕິທຳນະຄອນຫຼວງວຽງຈັນ, ແຂກຖືກເຊີນ ແລະ ພະນັກງານຂອງກະຊວງຍຸຕິທຳທີ່ຈະລົງຊຸກຍູ້ວຽກງານກໍ່ສ້າງຮາກຖານການເມືອງຢູ່ທີ່ພະແນກຍຸຕິທຳນະຄອນຫຼວງວຽງຈັນ ມີຜູ້ເຂົ້າຮ່ວມທັງໝົດ ຈຳນວນ 26 ທ່ານ, ຍິງ 17 ທ່ານ.

ໃນພິທີດັ່ງກ່າວທ່ານ ກອງສີ ສາຍສຸດທາ ຫົວໜ້າກົມຄຸ້ມຄອງການຈັດຕັ້ງປະຕິບັດຄໍາຕັດສີນຂອງສານໄດ້ຂຶ້ນຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງຍຸຕິທຳ ສະບັບເລກທີ 538, ລົງວັນທີ 29 ເມສາ 2019 ວ່າດ້ວຍການອະນຸມັດໃຫ້ພະນັກງານ-ລັດຖະກອນ ລົງເຄື່ອນໄຫວວຽກງານກໍ່ສ້າງຮາກຖານການເມືອງ ຈຳນວນ 16 ທ່ານ, ເພື່ອລົງຕິດຕາມ, ຊຸກຍູ້ ແລະ ເກັບກຳສະຖິຕິການຈັດຕັ້ງປະຕິບັດຄຳຕັດສິນຂອງສານຢູ່ພະແນກຍຸຕິທຳນະຄອນຫຼວງວຽງຈັນ ແລະ 3 ເມືອງຂອງນະຄອນຫຼວງວຽງຈັນຄື: ຫ້ອງການຍຸຕິທຳເມືອງ ນາຊາຍທອງ, ຫ້ອງການຍຸຕິທຳເມືອງ ໄຊທານີ ແລະ ຫ້ອງການຍຸຕິທຳເມືອງ ສີໂຄດຕະບອງ ໃນການລົງເຄື່ອນໄຫວວຽກງານກໍ່ສ້າງຮາກຖານການເມືອງໃນຄັ້ງນີ້ ເລັ່ງໃສ່ວຽກງານຈັດຕັ້ງປະຕິບັດຄຳຕັດສິນຂອງສານ ໂດຍສະເພາະແມ່ນການເຄື່ອນໄຫວວຽກງານຮ່ວມກັບພະນັກງານປະຕິບັດຄຳຕັດສິນຂອງສານ ໃນການກວດກາ ແລະ ເກັບກຳຈຳນວນຄະດີທີ່ຢູ່ໃນຄວາມຮັບຜິດຊອບຂອງແຕ່ລະຄົນຢ່າງລະອຽດ ຊອກໃຫ້ເຫັນສາເຫດທີ່ພາໃຫ້ການຈັດຕັ້ງປະຕິບັດຄຳຕັດສີນຂອງສານມີຄວາມຊັກຊ້າ, ບໍ່ສາມາດຈັດຕັ້ງປະຕິບັດໄດ້ ພ້ອມທັງກຳນົດວິທີການແກ້ໄຂບັນຫາດັ່ງກ່າວ ພ້ອມທັງກ່າວມອບພະນັກງານ ຈຳນວນ 16 ທ່ານ ໃຫ້ແກ່ພະແນກຍຸຕິທຳນະຄອນຫຼວງວຽງຈັນ ຫຼັງຈາກນັ້ນ ທ່ານ ບຸນເພັງ ສີນະວົງພອນ ຫົວໜ້າພະແນກຍຸຕິທຳນະຄອນຫຼວງວຽງຈັນ ກໍໄດ້ຂຶ້ນກ່າວຕ້ອນຮັບພະນັກງານທີ່ຈະລົງມາເຄື່ອນໄຫວວຽກງານໃນຄັ້ງນີ້ ຊຶ່ງໄລຍະຂອງການເຄື່ອນໄຫວຢູ່ພະແນກຍຸຕິທໍາ ແມ່ນເລີ່ມແຕ່ວັນທີ 6 ພຶດສະພາ 2019 ເຖິງ ວັນທີ 31 ທັນວາ 2019 ຈຶ່ງຈະສຳເລັດ. 
ໃນຕອນທ້າຍຂອງກອງປະຊຸມ ທ່ານຮອງລັດຖະມົນຕີກະຊວງຍຸຕິທຳ ກໍໄດ້ໃຫ້ກຽດໂອ້ລົມຕໍ່ຜູ້ເຂົ້າຮ່ວມກອງປະຊຸມ ຊຶ່ງທ່ານກໍໄດ້ຍ້ອງຍໍຊົມເຊີຍພະນັກງານທີ່ມີຄວາມຕັດສີນໃຈລົງໄປຊຸກຍູ້ວຽກງານການປະຕິບັດຄຳຕັດສີນຂອງສານຢູ່ທີ່ພະແນກຍຸຕິທຳນະຄອນຫຼວງວຽງຈັນ ແລະ 3 ເມືອງຂອງນະຄອນຫຼວງວຽງຈັນ ພ້ອມກັນນັ້ນ ທ່ານຍັງໄດ້ເນັ້ນໜັກໃຫ້ບັນດາພະນັກງານທີ່ລົງໄປເຄື່ອນໄຫວວຽກງານໃນຄັ້ງນີ້ ຈົ່ງຍົກສູງໜ້າທີ່ການເມືອງຂອງຕົນທີ່ໄດ້ຮັບມອບໝາຍໃຫ້ສຳເລັດຕາມທິດທາງແຜນການ ແລະ ກຳນົດເວລາຕາມຄາດໝາຍທີ່ວາງໄວ້.

ຂຽນຂ່າວ: ອ່ອນຄຳ ໄຊຍະວົງ, ຖ່າຍພາບ: ຂົນ ບຸນທິສານ