ພິທີມອບໃບປະກາສະນິຍະບັດໃຫ້ແກ່ນັກສຶກສາຂອງສະຖາບັນຍຸຕິທຳ ສາຂາພາກກາງ (ແຂວງສະຫວັນນະເຂດ)

   ເພື່ອຍົກສູງຄຸນນະພາບທາງດ້ານການຮຽນ-ການສອນຂອງຄູ-ອາຈານ ແລະ ນັກຮຽນ-ນັກສຶກສາ ແນ່ໃສ່ເຮັດໃຫ້ການສ້າງນັກຮຽນໃຫ້ຮຽນດີຮຽນເກັ່ງ, ມີລະບຽບວິໄນດີ ຕາມເນື້ອໃນສາມຂໍ້ແຂ່ງຂັນຂອງກະຊວງສຶກສາທິການ ແລະ ກິລາ ວາງອອກໃຫ້ປະກົດຜົນເປັນຈິງ. ໃນຕອນເຊົ້າຂອງວັນທີ 29 ສິງຫາ 2016 ຢູ່ທີ່ສະຫວັນໄອເຕັກ  ໄດ້ຈັດພິທີມອບໃບປະກາສະນິຍະບັດໃຫ້ແກ່ນັກສຶກສາປະລິນຍາຕີ ຮຸ່ນທີ 2 ແລະ ນັກສຶກສາຊັ້ນສູງ ຮຸ່ນທີ 5 ຂອງສະຖາບັນຍຸຕິທຳ ສາຂາພາກ ກາງ ແຂວງສະຫວັນນະເຂດ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ມອບໃບປາກາສະນິຍະບັດໂດຍ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ, ມີທ່ານຮອງເຈົ້າແຂວງ ແຂວງສະຫວັນນະເຂດ, ຫົວໜ້າພະແນກ, ຮອງພະແນກ, ສະ ຖາບັນຍຸຕິທຳ ສາຂາພາກເໜືອ, ສາຂາພາກໃຕ້ ແລະ ຜູ້ຕ່າງໜ້າຈາກວິທະຍາໄລພາກລັດ-ເອກະຊົນ, ພະແນກການອອ້ມຂ້າງແຂວງ ພ້ອມດ້ວຍຄູ່ອາຈານຕະຫຼອດຮອດນັກຮຽນ-ນັກສຶກສາ ແລະ ພໍ່ແມ່ຜູ່ປົກຄອງ, ຍາດພີ່ນ້ອງຂອງ ນັກສຶກສາເຂົ້າຮ່ວມ.

   ໃນພິທີ ທ່ານ ປອ. ບຸນເສີດ ທຳມະວົງ ຫົວໜ້າສະຖາບັນຍຸຕິທຳສາຂາພາກກາງ ກໍໄດ້ຂຶ້ນຜ່ານບົດສະຫຼຸບການຮຽນ-ການສອນໃນໄລຍະທີ່ຜ່ານມາ, ຜົນສຳເລັດໃນການກໍ່ສ້າງນັກກົດໝາຍປະລິນຍາຕີ ຮຸ່ນທີ 2 ແລະ ຊັ້ນສູງ ຮຸ່ນທີ 5, ໃນປັດຈຸບັນສະຖາບັນຍຸຕິທຳພາກກາງມີຄູ-ອາຈານທັງໝົດ 90 ທ່ານ, ມີນັກສຶກສາ ມີຈຳນວນ 1.760 ຄົນ, ຍິງ 480 ຄົນ ແລະ ມີນັກສຶກສາທີ່ໄດ້ຮັບປະກາສະນິຍະບັດໃນຄັ້ງນີ້ຈຳນວນ 1.050 ຄົນ, ຍິງ 268 ຄົນ, ນັກສຶກສາປະລິນຍາຕີ 592 ຄົນ, ຍິງ 133 ຄົນ, ຊັ້ນສູງ 458 ຄົນ, ຍິງ 135 ຄົນ

     ທ່ານ ອາຈານ ດາວຈັນ ວົງຄຳຈັນ ຫົວໜ້າຄຸ້ມຄອງນັກສຶກສາ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງຍຸຕິທຳ ສະບັບເລກທີ 773/ກຍ, ລົງວັນທີ 26 ສິງຫາ 2016 ວ່າດ້ວຍ ການຍ້ອງຍໍພະນັກງານ, ຄູອາຈານຢູ່ສະຖາບັນຍຸຕິທຳ ພາກ ກາງ ຈຳນວນ 17 ທ່ານ ແລະ ໃບຊົມເຊີຍຈຳນວນ 25 ທ່ານ; ຂໍ້ຕົກລົງຂອງຫົວໜ້າສະຖາບັນຍຸຕິທຳພາກກາງ ສະບັບເລກທີ 207/ກຍ. ສຍກ, ລົງວັນທີ 25 ສິງຫາ 2016 ວ່າດ້ວຍ ການຍ້ອງຍໍ ແລະ ສັນລະເສີນນັກສຶກສາທີ່ມີຜົນງານດີເດັ່ນ ໃນການສຶກສາຮ່ຳຮຽນໄດ້ 3 ປະເພດຄື: 1. ປະເພດດິເລີດ 3 ຄົນ; 2. ປະເພດເກັ່ງຫຼາຍ 147 ຄົນ,​ 3. ປະເພດດີ 409 ຄົນ ແລະ ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງຍຸຕິທຳ ສະບັບເລກທີ 754/ກຍ, ລົງວັນທີ 24 ສິງຫາ 2016 ວ່າດ້ວຍ ການອະນຸມັດຈັດພິທີມອບ-ຮັບປະກາສະນິຍະບັດໃຫ້ນັກສຶກສາກົດໝາຍລະບົບປະລິນຍາຕີ ແລະ ລະບົບຊັ້ນສູງ ປະຈຳສົກປີ 2015-2016 ຢ່າງເປັນທາງການ.

      ໃນພິທີດັ່ງກ່າວ ທ່ານ ລັດຖະມົນຕີກະຊວງຍຸຕິທຳ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດຂອງຄູ, ອາຈານທຸກທ່ານ ທີ່ໄດ້ທຸ້ມເທເຫື່ອແຮງ ແລະ ສຸ່ມທຸກສະຕິປັນຍາຄວາມຮູ້, ຄວາມສາມາດ ເພື່ອຖ່າຍທອດຄວາມຮູ້ໃຫ້ແກ່ນັກ ສຶກສາຈະຫຼອດໄລຍະຂອງສົກຮຽນ. ພ້ອມກັນນັ້ນ, ນັກສຶກສາທີ່ຮຽນຈົບໃໝ່ ຈົ່ງພ້ອມກັນນຳຄວາມຮູ້-ຄວາມສາມາດທີ່ຕົນໄດ້ຜ່ານການຄົ້ນຄ້ວາ, ຮ່ຳຮຽນ ແລະ ຝຶກຝົນຫຼ່ໍຫຼອມຕົນເອງໄປນຳໃຊ້ໃຫ້ຖືກຕ້ອງຕາມແນວທາງຂອງພັກ-ລັດ ແລະ  ຖືກຕ້ອງຕາມກົດໝາຍ ເພື່ອພ້ອມກັນສ້າງສາປະເທດຊາດ ແລະ ສ້າງພື້ນຖານໃຫ້ແກ່ການສ້າງລັດແຫ່ງ ສປປ ລາວ ໃຫ້ກາຍເປັນລັດທີ່ປົກຄອງດ້ວຍກົດໝາຍເທຶ່ອລະກ້າວ.

ຂ່າວໂດຍ: ນ. ສີທົນ ສີສະຫວາດ; ພາບໂດຍ: ຄຳພອນ