ພິທີປິດຊຸດຝຶກອົບຮົມວຽກງານທະບຽນສານ

     ໃນຕອນບ່າຍຂອງວັນທີ່ 26 ມັງກອນ 2018 ຜ່ານມາ ທີ່ສະຖາບັນຍຸຕິທຳແຫ່ງຊາດ ໄດ້ມີການຈັດພິທີປິດຊຸດຝຶກອົບຮົມວຽກງານທະບຽນສານໃຫ້ແກ່ພະນັກງານທີ່ກ່ຽວຂ້ອງຂອງຂະແໜງຍຸຕິທຳທົ່ວປະເທດ ປະຈຳປີ 2018 ໂດຍການເປັນປະທານຂອງທ່ານ ໄພວີ ສີບົວລິພາ ຮອງລັດຖະມົນຕີກະຊວງຍຸຕິທຳ , ມີບັນດາທ່ານຫົວໜ້າ-ຮອງຫົວໜ້າກົມ, ຫົວໜ້າຫ້ອງການ, ຫົວໜ້າສະຖາບັນຍຸຕິທຳແຫ່ງຊາດ ແລະ ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ຕະຫຼອດຮອດນັກຝຶກອົບຮົມ ແລະ ຄູອາຈານເຂົ້າຮວ່ມຢ່າງພ້ອມພຽງ. 
     ໃນພິທີ ທ່ານ ບຸນຕາ ສ.ຜາບມີໄຊ  ຫົວໜ້າສະຖາບັນຍຸຕິທຳແຫ່ງຊາດ  ໄດ້ຂື້ນຜ່ານບົດສະຫຼຸບການຝຶກອົບຮົມ, ເຊີ່ງການຝຶກອົບຮົມໃນຄັ້ງນີ້ແມ່ນດຳເນີນແຕ່ວັນ 22-26 ມັງກອນ 2018 ມີສຳມະນາກອນເຂົ້າຮວ່ມຝຶກອົບຮົມທັງໝົດ 68 ທ່ານ, ຍິງ 17 ທ່ານ ຕະຫຼອດລະຍະການຝຶກອົບຮົມ ສຳມະນາກອນທຸກຄົນກໍໄດ້ເອົາໃຈໃສ່ສຶກສາຄົ້ນຄ້ວາຮໍ່າຮຽນ, ປະກອບຄຳຄິດຄຳເຫັນ ແລະ ແລກປຽ່ນບົດຮຽນຕົວຈິງ ຢ່າງກົງໄປກົງມາ ແລະ ເຕັມໄປດ້ວຍຄວາມໝາຍຄວາມສຳຄັນ, ເຮັດໃຫ້ນັກສຳມະນາກອນມີຄວາມຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊີ່ງ ຕໍ່ກັບວຽກງານທະບຽນສານ ເປັນຕົ້ນການຄົ້ນຄ້ວາ ແລະ ກວດກາເອກະສານຕ່າງໆໃຫ້ມີຄວາມຖືກຕ້ອງຕາມຄວາມເປັນຈິງ, ສອດຄ່ອງກັບກົດໝາຍ ແລະ ສາມາດໃຫ້ຄຳປຶກສາທາງດ້ານກົດໝາຍກ່ຽວກັບວຽກງານທະບຽນສານໃຫ້ແກ່ຜູ້ໃຊ້ບໍລິການໄດ້ເປັນຢ່າງດີ, ຫຼັງຈາກນັ້ນກໍ່ໄດ້ມີການມອບໃບຢັ້ງຢືນໃຫ້ນັກສຳມະນາກອນທີ່ສຳເລັດການຝຶກອົບຮົມ ໂດຍການໃຫ້ກຽດມອບຂອງທ່ານ ໄພວີ ສີບົວລິພາ ຮອງລັດຖະມົນຕີກະຊວງຍຸຕິທຳ.

      ໃນໂອກາດດັ່ງກ່າວ ທ່ານ ໄພວີ ສີບົວລິພາ ຮອງລັດຖະມົນຕີກະຊວງຍຸຕິທຳກໍໄດ້ໃຫ້ກຽດໂອ້ລົມ ຕໍ່ພິທີດັ່ງກ່າວ ໂດຍທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດໃນການຝຶກອົບຮົມດັ່ງກ່າວ ແລະ ທ່ານໄດ້ເນັ້ນໜັກໃຫ້ນັກສຳມະນາກອນທຸກຄົນ ຈົ່ງພ້ອມກັນນຳເອົາຄວາມຮູ້, ຄວາມສາມາດ ທີ່ໄດ້ຝຶກອົບຮົມໃນຄັ້ງນີ້ໄປຈັດຕັ້ງປະຕິບັດເຂົ້າໃນໜ້າທີ່ວຽກງານໃນຂອບເຂດທີ່ຕົນເອງຮັບຜິດຊອບໃຫ້ປະກົດຜົນເປັນຈິງ.

ຂ່າວ: ອ່ອນຄຳ ໄຊຍະວົງ ພາບ ສົມຫວັງ